NUOL Programs

ສາຂາວິຊາ ພາສາຫວຽດ

thumb
ສາຂາວິຊາ ພາສາຫວຽດ
ຫຼັກສູດ:
ສາຂາວິຊາ ພາສາຫວຽດ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະອັກສອນສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້: 

ຈໍາແນກທິດສະດີ, ຫຼັກການ 4 ທັກສະ, ໄວຍາກອນ ແລະ ການແປພາສາຫວຽດ-ລາວ, ລາວ-ຫວຽດ ທີ່ຖືກຕ້ອງ.

ສົມທຽບຄວາມຄື ແລະ ຄວາມແຕກຕ່າງໃນຫຼັກການໄວຍາກອນລະຫວ່າງພາສາລາວ ແລະ ພາສາຫວຽດ.

ຈໍາແນກລັກສະນະວັດທະນະທໍາ, ການເມືອງ, ເສດຖະກິດ-ສັງຄົມ, ການພົວພັນຕ່າງປະເທດ ແລະ ສະພາບການໂດຍລວມຂອງຫວຽດນາມ.

ດ້ານທັກສະ:​ 

ໝູນໃຊ້ພາສາຫວຽດນາມໃຫ້ແທດເໝາະກັບເຫດການ, ສະຖານະການຢ່າງຄ່ອງແຄ່ວ ແລະ ຖືກຕ້ອງໃນການສື່ສານກັບຄົນຫວຽດນາມ ຫຼືຊົນຊາດອື່ນທີ່ໃຊ້ພາສາຫວຽດ.

ແກ້ໄຂວຽກງານ, ບັນຫາສະເພາະໜ້າໄດ້ຢ່າງມີສະຕິ ແລະ ຮອບຄອບ.

ໝູນໃຊ້ສື່ ແລະ ແຫຼ່ງຂໍ້ມູນຕ່າງໆທີ່ເປັນພາສາຫວຽດເພື່ອພັດທະນາ, ຍົກລະດັບຕົນເອງຢ່າງບໍ່ຢຸດຢັ້ງ.

ດ້ານການນໍາໃຊ້:

ນໍາໃຊ້ພາສາຫວຽດນາມເຂົ້າໃນການສື່ສານໂດຍສະເພາະແມ່ນການແປ, ການພົວພັນກັບຄົນຫວຽດນາມໃນທຸກໆຂົງເຂດວຽກງານຢູ່ໃນອົງກອນ ແລະ ການດໍາເນີນຊີວິດຢູ່ໃນສັງຄົມ.

ດໍາເນີນການຄົ້ນຄວ້າວິໄຈ, ຮຽບຮຽງຫຼືຂຽນບົດປະພັນຕ່າງໆຈາກແຫຼ່ງຂໍ້ມູນທັງຂອງລາວ ແລະ ຫວຽດນາມ.

ຮ່າງເອກະສານທີ່ເປັນພາສາຫວຽດນາມທັງເອກະສານທາງການ ແລະ ເອກະສານທົ່ວໄປ.

ດ້ານທັກສະທາງສັງຄົມ:

ປະຕິບັດໜ້າທີ່ວຽກງານຢ່າງມີຈັນຍາບັນ, ມີຄວາມຮັບຜິດຊອບສູງ.

ຈໍາແນກໄດ້ມິດ ແລະ ສັດຕູ.

ຈຸດປະສົງຂອງຫຼັກສູດ:
  1. ສ້າງນັກສຶກສາໃຫ້ມີຄວາມສາມາດນໍາໃຊ້ພາສາຫວຽດໃນ 4 ທັກສະ (ຟັງ, ເວົ້າ, ອ່ານ ແລະ ຂຽນ) ແລະ ພາສາຫວຽດນາມລົງເລິກຂະແໜງໃດໜຶ່ງ.
  2. ສ້າງນັກສຶກສາໃຫ້ສາມາດຮ່າງເອກະສານ, ແປເອກະສານຈາກພາສາລາວເປັນພາສາຫວຽດນາມ, ຈາກພາສາຫວຽດນາມ ເປັນພາສາລາວໄດ້ຢ່າງຖືກຕ້ອງ.
  3. ມີຄວາມເຂົ້າໃຈສະພາບເສດຖະກິດ, ວັດທະນະທໍາ - ສັງຄົມ, ວັນນະຄະດີ, ການທ່ອງທ່ຽວຫວຽດນາມເລິກເຊິ່ງສົມຄວນ.
  4. ສ້າງນັກສຶກສາໃຫ້ເປັນພົນລະເມືອງດີຂອງຊາດ, ຈົງຮັກພັກດີຕໍ່ພັກ - ລັດ ແລະ ຕໍ່ຄວາມສາມັກຄີແບບພິເສດລະຫວ່າງ ລາວ - ຫວຽດນາມ.
  5. ສ້າງບຸກຄະລາກອນໃຫ້ໄດ້ຕາມ 3 ລັກສະນະ 5 ຫຼັກມູນຂອງການສຶກສາແຫ່ງຊາດ.
ລາຍລະອຽດ: