NUOL Programs

ສາຂາ ຟີຊິກນິວເຄລຍ

thumb
ສາຂາ ຟີຊິກນິວເຄລຍ
ຫຼັກສູດ:
ສາຂາ ຟີຊິກນິວເຄລຍ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະວິທະຍາສາດທຳມະຊາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:
      • ດ້ານຄວາມຮູ້ :
        • PLO1 ອະທິບາຍທິດສະດີ ແລະ ຫຼັກການ ດ້ານວິທະຍາສາດນິວເຄລຍ, ກຳມັນຕະພາບລັງສີ ແລະ ການແກ້ໄຂເປັນຫາດ້ານລັງສີ ທາງສິ່ງແວດລ້ອມທີ່ສົ່ງຜົນກະທົບຕໍ່ສຸຂະພາບ.
        • PLO2 ຈຳແນກທິດສະດີ ແລະ ຫຼັກການ ການປົກປ້ອງຄຸ້ມຄອງຄວາມປອດໄພທາງດ້ານລັງສີນິວເຄລຍທີ່ຕິດພັນກັບການປະກອບອາຊີບໃນວຽກງານລັງສີ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ.
      • ດ້ານທັກສະ :
        • PLO3 ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ຂໍ້ມູນຂ່າວສານ ເຂົ້າໃນການແກ້ໄຂບັນຫາຕ່າງໆໃນອົງກອນທາງພາກລັດ, ເອກະຊົນ ແລະ ທຸລະກິດສ່ວນຕົວ.
        • PLO4 ສະແດງການມີຄວາມຄິດຄວາມເຫັນຢ່າງສ້າງສັນ, ການມີລະບຽບວິໃນ, ການປະເມີນໄຈ້ແຍກ ແລະ ການດໍາເນີນການຄົ້ນຄວ້າວິທະຍາສາດ.
      • ດ້ານການນຳໃຊ້ :
        • PLO5 ນຳໃຊ້ທິດສະດີ ແລະ ຫຼັກການພື້ນຖານທາງນິວເຄລຍ, ວິເຄາະທາດກຳມັນຕະພາບລັງສີໃນສິ່ງແວດລ້ອມ, ການນຳໃຊ້ລັງສີເຂົ້າໃນຂະແໜງການຕ່າງໆ. ສາມາດອະທິບາຍຜົນກະທົບ ແລະ ວິທີການປ້ອງກັນຄວາມປອດໄພຈາກໄພພິບັດດ້ານລັງສີ.
        • PLO6 ໃຊ້ເຕັກກນິກດ້ານ ລັງສີເຂົ້າໃນວຽກງານດ້ານວິທະຍາສາດ, ສາທາລະນະສຸກ, ການກະເສດ, ອຸດສາຫະກຳ, ວຽກງານປ້ອງກັນຊາດ ແລະ ຄຸ້ມຄອງດ້ານກົດໝາຍວ່າດ້ວຍຄວາມປອດໄພລັງສີນິວເຄລຍ.
        • PLO7 ປະຕິບັດວຽກງານສຳຫຼວດ, ກວດວັດ, ຄຸ້ມຄອງປະລິມານລັງສີນິວເຄລຍທີ່ແຜ່ກະຈາຍທົ່ວໄປພາຍໃນປະເທດທີ່ມີຜົນກະທົບຕໍ່ສິ່ງທີ່ມີຊີວິດ.
      • ດ້ານຄວາມສາມາດທາງສັງຄົມ :
        • PLO8 ປະຕິບັດໜ້າທີ່ໂດຍມີຄວາມຮັບຜິດຊອບສູງ, ມີຈັນຍາບັນ ແລະ ຈັນຍາທໍາທາງດ້ານວິຊາຊີບ, ມີພາວະຄວາມເປັນຜູ້ນໍາ, ມີຄວາມສາມາດຖ່າຍທອດຄວາມຮູ້ໃຫ້ແກ່ສັງຄົມ.
        • PLO9  ດໍາເນີນການ ຮຽນຮູ້ຕະຫຼອດຊີວິດ, ເຮັດວຽກເປັນໝູ່ຄະນະ, ຮັກສາຮີດຄອງປະເພນີ ແລະ ອານຸຮັກ ຊັບພະຍາກອນທໍາມະຊາດ.

      ອາຊີບທີ່ສາມາດປະກອບໄດ້ ພາຍຫຼັງສໍາເລັດການສຶກສາ

      • ເປັນນັກວິຊາການດ້ານການຄຸ້ມຄອງ ແລະ ນໍາໃຊ້ອຸປະກອນກ່ຽວກັບເຄື່ອງສາຍລັງສີເອັກຊ໌, ເຄື່ອງ MRI, ເຄື່ອງ TC Scan, ເຄື່ອງສາຍແສງ, … ຢູ່ຕາມໂຮງໝໍ, ສູນປິ່ນປົວມະເຮັງ, ສະໜາມບິນ, ດ່ານສາກົນ ແລະ ສະຖາບັນວິໄຈຕ່າງໆ
      • ເປັນນັກຄົ້ນຄວ້າວິໄຈດ້ານນິວເຄລຍ ແລະ ລັງສີວິທະຍາ ຢູ່ໃນກົມຕ່າງໆທີ່ຂຶ້ນກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
      • ເປັນຄູຟີຊິກສາດ ວິຊານິວເຄລຍ, ເປັນນັກຄົ້ນຄວ້າດ້ານລັງສີວິທະຍາ.
      • ເປັນນັກວິຊາການດ້ານກົດໝາຍ, ດ້ານຄວາມໝັ້ນຄົງ, ດ້ານການຂົນສົ່ງ ແລະ ການສໍາຫຼວດ-ຂຸດຄົ້ນບໍ່ແຮ່ ບໍ່ຄຳຕ່າງໆ.
ຈຸດປະສົງຂອງຫຼັກສູດ:
  1. ເພື່ອກໍ່ສ້າງໃຫ້ນັກສຶກສາກາຍເປັນນັກວິຊາການທີ່ມີຄວາມຮູ້ ຄວາມສາມາດດ້ານວິທະຍາສາດນິວເຄລຍ ແລະ ລັງສີວິທະຍາ ອອກຮັບໃຊ້ສັງຄົມຕາມຄວາມຕ້ອງການຂອງວຽກງານ.
  2. ເພື່ອສ້າງບຸກຄະລະກອນໃຫ້ມີຄວາມສາມາດໃນການຮຽນຮູ້ ແລະ ຕິດຕາມຄວາມກ້າວໜ້າດ້ານເຕັກໂນໂລຊີທີ່ທັນສະໄໝ, ໂດຍສະເພາະແມ່ນຄວາມສາມາດໃນການຮັບຮູ້ທາງດ້ານວິທະຍາສາດ ແລະ ນະວັດຕະກໍາທີ່ກ່ຽວຂ້ອງກັບນິວເຄລຍ ແລະ ລັງສີວິທະຍາ.
  3. ເພື່ອສ້າງໃຫ້ນັກສຶກສາມີຄວາມຮູ້ ຄວາມສາມາດໃນການຄົ້ນຄ້ວາວິທະຍາສາດ, ສາມາດສືບຕໍ່ສຶກສາໃນລະດັບປະລິນຍາໂທ ຫຼື ລະດັບທີ່ສູງກ່ວາ ໃນສາຂາວິຊາທີ່ພົວພັນກັບນິວເຄລຍ ຫຼື ລັງສີວິທະຍາ.
  4. ເພື່ອສ້າງໃຫ້ນັກສຶກສາມີທັດສະນະຫຼັກໝັ້ນຄຸນສົມບັດສິນທໍາປະຕິວັດ, ມີແບບແຜນວິທີການດໍາລົງຊີວິດທີ່ຖືກຕ້ອງຕາມຮີດຄອງປະເພນີລາວ, ມີຄຸນນະທໍາ-ຈາລິຍະທຳ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ໄດ້ຮັບມອບໝາຍ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຕໍ່ສິ່ງແວດລ້ອມ, ສາມາດວິເຄາະ ແລະ ແກ້ໄຂບັນຫາດ້ວຍເຫດຜົນບົນພື້ນຖານທາງວິທະຍາສາດ.
ລາຍລະອຽດ: