NUOL Programs

ສາຂາ ເຄມີສາດ

thumb
ສາຂາ ເຄມີສາດ
ຫຼັກສູດ:
ສາຂາ ເຄມີສາດ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະວິທະຍາສາດທຳມະຊາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້:

  • ອະທິບາຍ ແລະ ຈຳແນກບັນດາທິດສະດີ, ຫຼັກການ ແລະ ພາກປະຕິບັດຕົວຈິງ.
  • ເຊື່ອມໂຍງທິດສະດີ, ຫຼັກການ ແລະ ພາກປະຕິບັດຕົວຈິງເຂົ້າດ້ວຍກັນຢ່າງເປັນລະບົບ.

ດ້ານທັກສະ:

  • ແກ້ໄຂບັນຫາທາງເຄມີໄດ້ຢ່າງມີລະບົບໂດຍໃຊ້ຫຼັກການ ແລະ ທິດສະດີທາງເຄມີພື້ນຖານທີ່ກ່ຽວຂ້ອງກັບທາດ ແລະ ຂະບວນການຕ່າງໆທີ່ເກີດຂຶ້ນ ຕັ້ງແຕ່ລະດັບອະຕອມ, ໂມເລກຸນ ຈົນເຖິງທາດໃນລະດັບມະຫາພາກ ລວມເຖິງຫຼັກຖານທາງວິທະຍາສາດໄດ້ຢ່າງຖືກຕ້ອງຄົບຖ້ວນ, ເໝາະສົມ ບົນພື້ນຖານຂອງຈັນຍາບັນທາງວິຊາການ.
  • ດຳເນີນການທົດລອງໂດຍໃຊ້ເຄື່ອງມື, ອຸປະກອນ, ວັດສະດຸ ແລະ ທາດເຄມີ ທີ່ກ່ຽວຂ້ອງກັບວິຊາການດ້ານເຄມີໄດ້ຢ່າງຖືກຕ້ອງ ຕາມຈຸດປະສົງຂອງໜ້າວຽກ ລວມເຖິງຄວາມປອດໄພຕາມມາດຕະຖານຫ້ອງທົດລອງ.

ດ້ານການນຳໃຊ້:

  • ສ້າງຜົນງານວິໄຈ ຫຼື ຜົນງານທາງວິຊາການດ້ານເຄມີ ໃຫ້ເປັນທີ່ຮັບຮູ້ຕໍ່ສັງຄົມໂດຍໃຊ້ລະບຽບວິທີວິໄຈຕາມຈັນຍາບັນທາງວິຊາການ.
  • ສື່ສານຄວາມຮູ້ທາງເຄມີ ແລະ ວິທະຍາສາດທົ່ວໄປ ໂດຍໃຊ້ທັກສະທັງພາສາລາວ ແລະ ພາສາອັງກິດໄດ້ຢ່າງມີປະສິດຕິພາບ, ເພື່ອແລກປ່ຽນ, ວິພາກວິຈານຂໍ້ມູນ, ສະແດງຄວາມຄິດເຫັນ ແລະ ນໍາສະເໜີຜົນງານ ໃຫ້ແທດເໝາະກັບໜ້າວຽກທີ່ຕົນເອງຮັບຜິດຊອບ.

ດ້ານທັກສະທາງສັງຄົມ:

  • ເຮັດວຽກເປັນໝູ່ຄະນະໄດ້ຢ່າງມີປະສິດທິພາບ ຕາມພາລະບົດບາດ ແລະ ໜ້າທີ່ນັກວິທະຍາສາດດ້ານເຄມີຢ່າງເໝາະສົມ ແລະ ຍອມຮັບໃນຄວາມແຕກຕ່າງລະຫວ່າງບຸກຄົນ.
  • ນຳເອົາຄວາມຮູ້ຂັ້ນພື້ນຖານຂອງລະດັບປະລິນຍາຕີເພື່ອການສ້າງສັນຜົນງານວິໄຈ ຫຼື ຜົນງານວິຊາການດ້ານເຄມີໃຫ້ເປັນທີ່ຍອມຮັບໃນລະດັບປະເທດ, ພາກພື້ນ ແລະ ສາກົນ ເພື່ອຮັບໃຊ້ສັງຄົມ.

ອາຊີບທີ່ສາມາດປະກອບໄດ້ ພາຍຫຼັງສຳເລັດການສຶກສາ

ຮຽນຈົບຫຼັກສູດປະລິນຍາຕີສາຂາເຄມີສາດສາມາດປະກອບອາຊີບໄດ້ດັ່ງນີ້:

  • ອາຊີບດ້ານວິຊາການ ແລະ ການວິໄຈ ເຊັ່ນ: ນັກວິໄຈເຄມີ, ນັກວິຊາການດ້ານເຄມີ ແລະ ຄູອາຈານ.
  • ອາຊີບພະນັກງານລັດ ໃນໜ່ວຍງານອົງການຂອງລັດທີ່ກ່ຽວຂ້ອງກັບຂະແໜງການເຄມີທັງໃນຂັ້ນເມືອງ, ແຂວງ ແລະ ກະຊວງຕ່າງໆ ເຊັ່ນ: ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງສາທາລະນະສຸກ, ກະຊວງອຸດສາຫະກຳ ແລະ ການຄ້າ ຫຼື ໃນສະຖາບັນການສຶກສາລະດັບຕ່າງໆ.
  • ອາຊີບໃນແວດວົງທຸລະກິດ ເຊັ່ນ: ອຸດສາຫະກຳເຄມີປຸງແຕ່ງອາຫານ, ເຄື່ອງດື່ມ, ຢາ, ຜະລິດຕະພັນເຄື່ອງໃຊ້ຕ່າງໆ, ທີ່ປຶກສາທາງດ້ານເຄມີ, ອອກແບບຫ້ອງທົດລອງ, ຈຳໜ່າຍອຸປະກອນທົດລອງ-ທາດເຄມີ ແລະ ອື່ນໆ.
ຈຸດປະສົງຂອງຫຼັກສູດ:
  • ເພື່ອສ້າງບຸກຄະລາກອນໃຫ້ກາຍເປັນນັກວິຊາການທາງດ້ານເຄມີສາດທີ່ມີຄວາມຮູ້, ຄວາມສາມາດທີ່ໜັກແໜ້ນທັງທາງທິດສະດີ, ການປະຕິບັດຕົວຈິງ, ມີທັກສະໃນການຄົ້ນຄວ້າວິໄຈ ແລະ ການແກ້ໄຂບັນຫາ ໂດຍມີຄວາມຮັບຜິດຊອບຕໍ່ສັງຄົມ.
  • ເພື່ອສ້າງໃຫ້ນັກສຶກສາມີທັກສະໃນການເຮັດວຽກງານວິໄຈທາງເຄມີ ແລະມີຄວາມສາມາດພຽງພໍໃນການປະກອບອາຊີບເປັນນັກວິຊາການຢູ່ໃນຂະແໜງການຕ່າງໆ ເຊັ່ນ: ອຸດສາຫະກຳປຸງແຕ່ງອາຫານ-ຢາ, ບໍ່ແຮ່, ເປັນຄູສອນ ແລະ ອື່ນໆ. ນອກຈາກນັ້ນ ຍັງສາມາດໄປສຶກສາຕໍ່ໃນລະດັບສູງ ໃນສາຂາວິຊາຕ່າງໆທີ່ກ່ຽວຂ້ອງ.
  • ເພື່ອສ້າງບຸກຄະລາກອນຂອງຊາດໃຫ້ມີແນວຄິດ, ຄຸນສົມບັດສິນທຳປະຕິວັດໃນການປະກອບອາຊີບ, ຮູ້ຮັກສາມັກຄີເພືອນຮ່ວມງານ-ອົງກອນ ແລະ ຮັກສາຮີດຄອງອັນດີງາມຂອງຊາດ.
ລາຍລະອຽດ: