NUOL Programs

ສາຂາ ເຕັກໂນໂລຊີ ຊີວະພາບ

thumb
ສາຂາ ເຕັກໂນໂລຊີ ຊີວະພາບ
ຫຼັກສູດ:
ສາຂາ ເຕັກໂນໂລຊີ ຊີວະພາບ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະວິທະຍາສາດທຳມະຊາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້:

  • ນໍາໃຊ້ຄວາມຮູ້ດ້ານທິດສະດີ ແລະ ຫຼັກການທາງເຕັກໂນໂລຊີຊີວະພາບ
  • ລະບຸຊື່ຂອງສິ່ງມີຊີວິດຕາມຫຼັກການທາງວິທະຍາສາດ
  • ຄັດເລືອກເຊື້ອຈຸລະຊີບທີ່ເປັນປະໂຫຍດເຂົ້າໃນການເຮັດຜະລິດຕະພັນທາງຊີວະພາບ.

ດ້ານການນຳໃຊ້:

  • ປະເມີນຄວາມຫຼາກຫຼາຍຂອງສິ່ງທີ່ມີຊີວິດ ແລະ ສິ່ງແວດລ້ອມ.
  • ວາງແຜນຈັດສັນຄຸ້ມຄອງຊີວະນາໆພັນ ແລະ ສິ່ງແວດລ້ອມ.
  • ຈັດລະບຽນຄຸນຄ່າ ແລະ ຄວາມສໍາຄັນຂອງສິ່ງທີ່ມີຊີວິດ.
  • ດໍາເນີນການເຮັດຜະລິດຕະພັນທາງຊີວະພາບໃນລະດັບຊຸມຊົນໄດ້.

ດ້ານທັກສະ:

  • ດໍາເນີນວຽກງານເປັນໝູ່ຄະນະໄດ້ຢ່າງມີປະສິດທິພາບ.
  • ແກ້ໄຂບັນຫາສະເພາະໜ້າ

ດ້ານທັກສະທາງສັງຄົມ:

   ປະຕິບັດວຽກງານໃຫ້ມີຄຸນສົມບັດ, ສິນທໍາ, ຈັນຍາບັນ ແລະ ນັບຖືວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດລາວ.

ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສຳເລັດການສຶກສາ

ຮຽນຈົບຫຼັກສູດປະລິນຍາຕີສາຂາເຕັກໂນໂລຊີຊີວະພາບສາມາດປະກອບອາຊີບໄດ້ດັ່ງນີ້:

  • ດ້ານວິຊາການ ແລະ ການວິໄຈເຊັ່ນ: ຄູ-ອາຈານ, ນັກວິຊາການ, ນັກວິໄຈ ແລະ ອື່ນໆ.
  • ອາຊີບພະນັກງານລັດ ໃນສະຖາບັນການສຶກສາລະດັບຕ່າງໆ, ການພັດທະນາຊຸມຊົນ ແລະ ໂຮງງານອຸດສະຫະກໍາຕ່າງໆ.
  • ເປັນນັກວິຊາການໃຫ້ກັບຂະແໜງກະສິກໍາ, ໂຮງງານອຸດສະຫະກໍາອາຫານ ແລະ ເຄື່ອງດື່ມ.
ຈຸດປະສົງຂອງຫຼັກສູດ:
  • ເພື່ອສ້າງນັກວິຊາການໃຫ້ມີຄວາມຮູ້, ຄວາມສາມາດດ້ານເຕັກໂນໂລຊີຊີວະພາບ ເພື່ອຕອບສະ ໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນໄລຍະໃໝ່.
  • ເພື່ອໃຫ້ຜູ້ຮຽນມີຄວາມສາມາດ, ມີທັກສະ, ຄວາມຊຳນິຊຳນານ, ມີຫົວຄິດປະດິດສ້າງ ແລະ ສາມາດນຳໃຊ້ເຂົ້າໃນການປະກອບອາຊີບຢ່າງມີປະສິດທິຜົນ.
  • ເພື່ອໃຫ້ຜູ້ຮຽນສາມາດສືບຕໍ່ສຶກສາໃນລະດັບສູງຂຶ້ນ.
ລາຍລະອຽດ: