NUOL Programs

ສາ­ຂາ ວິ­ທະ­ຍາ­ສາດ​ຄອມ​ພິວ​ເຕີ

thumb
ສາ­ຂາ ວິ­ທະ­ຍາ­ສາດ​ຄອມ​ພິວ​ເຕີ
ຫຼັກສູດ:
ສາ­ຂາ ວິ­ທະ­ຍາ­ສາດ​ຄອມ​ພິວ​ເຕີ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະວິທະຍາສາດທຳມະຊາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້: ມີຄວາມຮູ້, ຄວາມສາມາດ, ມີປະສົບການ, ມີຄວາມຊ່ຽວຊານຢ່າງໜັກແໜ້ນທາງດ້ານວິທະຍາສາດຄອມພິວເຕີເຂົ້າໃນການວິເຄາະບັນຫາ ແລະ ອອກແບບ (Model) ວິທີແກ້ບັນຫາຢ່າງຖືກຕ້ອງ.

ດ້ານທັກສະ: ມີທັກສະໃນການຄົ້ນຄວ້າ, ມີຫົວຄິດປະດິດສ້າງນະວັດຕະກໍາເຕັກໂນໂລຊີ ແລະ ວິເຄາະບັນຫາຢ່າງມີຫຼັກການວິທະຍາສາດ.

ດ້ານການນໍາໃຊ້: ພັດທະນາຕົນເອງ ຫຼື ດໍາເນີນການສຶກສາຕໍ່ໃນລະດັບທີ່ສູງຂຶ້ນ, ນໍາໃຊ້ວິທະຍາສາດຄອມພິວເຕີເຂົ້າໃນການວິເຄາະບັນຫາ, ອອກແບບ (Model) ການແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມ ເພຶ່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ.

ດ້ານທັກສະທາງສັງຄົມ: ມີຄວາມຊື່ສັດຕໍ່ຕົນເອງ ແລະ ຜູ້ອື່ນ, ມີຫົວຄິດປະດິດສ້າງ, ມີພາວະການເປັນຜູ້ນໍາ ແລະ ສາມາດເຮັດວຽກເປັນທີມງານ, ມີແບບແຜນດໍາລົງຊີວິດທີ່ຖືກຕ້ອງ, ມີທັດສະນະການເມືອງຢ່າງ ໜັກແໜ້ນ, ມີແນວຄິດຮັກຊາດ, ຮັກລະບອບໃໝ່, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ ແລະ ຮູ້ຮັກສາວັດທະນາທໍາອັນຈົບງາມຂອງຊາດມີແນວຄິດຮັກສາສິ່ງແວດລ້ອມ.

ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ

          ຜູ້ຮຽນຈົບຫຼັກສູດປະລິນຍາຕີສາຂາ ວິທະຍາສາດຄອມພິວເຕີ ສາມາດປະກອບອາຊີບໄດ້ດັ່ງນີ້:

  •  ນັກວິທະຍາສາດຄອມພິວເຕີ, ນັກວິທະຍາສາດຂໍ້ມູນ, ນັກວິເຄາະ-ອອກແບບລະບົບເຕັກໂນໂລຊີ
     ແລະ ນັກພັດທະນາຊັອບແວ.
  •  ອາຊີບພະນັກງານໃນອົງການຈັດຕັ້ງຕ່າງໆ ທັງພາກລັດ ແລະ ເອກະຊົນ.
  •  ປະກອບອາຊີເປັນຂອງຕົນເອງ (Startup), ເປັນທີ່ປືກສາ, ເປັນນັກຄົ້ນຄວ້າ-ພັດທະນາເຕັກໂນໂລຊີ ແລະ ນະວັດຕະກໍາ.
ຈຸດປະສົງຂອງຫຼັກສູດ:
    • ຫຼັກສູດປະລິຍາຕີສາຂາວິທະຍາສາດຄອມພິວເຕີ ມີຈຸດປະສົງເພື່ອສ້າງນັກສຶກສາໃຫ້ມີ:
       ຄວາມຮູ້ກ່ຽວກັບ ວິທີການຄົ້ນຄວ້າວິໄຈດ້ານວິທະຍາສາດຄອມພິວເຕີເຂົ້າໃນການແກ້ບັນຫາຕ່າງໆໃນສັງຄົມ ກໍ່ຄືອົງການຕ່າງໆການສ້າງແບບຈຳລອງ ແລະ ວິເຄາະຂໍ້ມູນແບບວິທະຍາສາດແລະ ການພັດທະນາຊັອບແວ (Software).
    • ຄວາມສາມາດ ໜູນໃຊ້ທິດສະດີ ແລະ ຫຼັກການຕ່າງໆ ໃນການວິເຄາະຂໍ້ມູນແບບວິທະຍາສາດສ້າງຮູບແບບ (Model) ແລະ ຊັອບແວ (Software) ເພື່ອແກ້ບັນຫາຕ່າງໆ ຂອງອົງການ ຫຼື ສັງຄົມ.
    • ຄວາມສາມາດ ຮຽນຕໍ່ໃນລະດັບການສຶກສາທີ່ສູງຂຶ້ນໃນສາຂາວິຊາວິທະຍາສາດຄອມພິວເຕີ ແລະ ສາຂາຕ່າງໆທີ່ກ່ຽວຂ້ອງການປະດິດນະວັດຕະກຳ ແລະ ເທັກໂນໂລຊີ ຢ່າງມີວິທະຍາສາດການເຮັດວຽກເປັນທີມງານ ແລະ ບໍລິຫານໂຄງການໃນດ້ານການພັດທະນາລະບົບເຕັກໂນໂລຊີ.
    • ຄຸນສົມບັດຈັນຍາບັນ ແລະ ຮັກວິຊາອາຊີບ.
ລາຍລະອຽດ: