NUOL Programs

ສາຂາ ພູມີສາດ ແລະ ພູມີສາລະລົນເທດສາດ

thumb
ສາຂາ ພູມີສາດ ແລະ ພູມີສາລະລົນເທດສາດ
ຫຼັກສູດ:
ສາຂາ ພູມີສາດ ແລະ ພູມີສາລະລົນເທດສາດ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະວິທະຍາສາດສັງຄົມ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ຄວາມຮູ້ຄວາມສາມາດຂອງນັກສຶກສາທີ່ຮຽນຈົບຫຼັກສູດ:

  • ສາມາດເຂົາໃຈຫຼັກການສັງຄົມສົງເຄາະ ແລະການຊ່ວຍເຫຼືອສັງຄົມໄດ້ເປັນຢ່າງດີ.
  • ສາມາດສຶກສາ ແລະ ນໍາໃຊ້ທັກສະໃນການປະຕິບັດການສັງຄົມສົງເຄາະໄດ້ທຸກສະພາບແວດລ້ອມທາງສັງຄົມ ແລະ ວັດທະນະທຳເປັນຢ່າງດີ.
  • ສາມາດນໍາໃຊ້ແນວຄິດ ແລະ ທິດສະດີສັງຄົມສົງເຄາະເຂົາໃນການຊ່ວຍເຫຼືອ ແລະ ໃຫ້ບໍລິການສັງຄົມໄດ້ຢ່າງມີປະສິດທິພາບ.
  • ສາມາດເຂົ້າຫາ ແລະ ເຂົ້າເຖິ່ງກຸ່ມຄົນ ແລະຊຸມຊົນ ເພື່ອໃຫ້ການຊ່ວຍເຫຼືອ ແລະ ພັດທະນາ ໃຫ້ມີຂີດຄວາມສາມາດຊ່ວຍຕົນເອງ ແລະເພິ່ງຕົນເອງໄດ້ຢ່າງຢືນຍົງ.

ໂອກາດໄດ້ຮັບການຈ້າງງານ:

ສາມາດເຮັດວຽກໄດ້ຕາມຂະແທນງການທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ:

  • ພາກລັດແມ່ນສາມາດເຮັດວຽກຢູ່ບັນດາກະຊວງ ແລະ ອົງການດັ່ງນີ້: ກະຊວງ ແຮງງານ ແລະສະຫວັດດີການສ້ງຄົມ, ພະແນກການ ແລະ ທ້ອງການທີ່ຂື້ນກັບ ແລະກຸ່ຽວຂ້ອງກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
  • ພາກເອກະຊົນ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ (NGOs ແລະ INGOs) ແມ່ນສາມາດເຮັດວຽກໄດ້ກັບບັນດາອົງການທີ່ເຮັດວຽກດ້ານສັງຄົມສົງເຄາະ, ມະນຸດສະທຳ ແລະບໍລິການສັງຄົມໃນ ສປປ ດາວ.
ຈຸດປະສົງຂອງຫຼັກສູດ:
  • ສ້າງນັກສຶກສາໃຫ້ມີຄວາມຮູ້ດ້ານສັງຄົມສົງເຄາະ ແລະ ມີວິທີວິທະຍາໃນການປະຕິບັວວຽກງານດ້ານມະນຸດສະທຳໂດຍສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດຖະບານດາວ
  • ສ້າງນັກສຶກສາໃຫ້ກາຍເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ ແລະ ມີທັກສະໃນການປະຕິບັດວຽກງານສັງຄົມສົງເຄາະ ແລະ ບໍລິການສັງຄົມໄດ້ຢ່າງມີປະສິດທິພາບ.
  • ສ້າງນັກສຶກສາໃຫ້ກາຍເປັນຜູ້ທີ່ມີຈະລິຍະທຳ, ຄຸນະທຳ, ຈິດສຳນຶກທາງສັງຄົມ ແລະ ຮູ້ອຸທິດຕົນເພື່ອສາທາລະນະປະໂທຍດ.
ລາຍລະອຽດ: