NUOL Programs

ສາຂາ ບໍລິຫານລັດຖະກິດ

thumb
ສາຂາ ບໍລິຫານລັດຖະກິດ
ຫຼັກສູດ:
ສາຂາ ບໍລິຫານລັດຖະກິດ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະວິທະຍາສາດສັງຄົມ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້:

PLO01: ຈໍາແນກທິດສະດີດ້ານວິທະຍາສາດການເມືອງເຂົ້າໃນວຽກງານຄຸ້ມຄອງບຸກຄະລະກອນທັງໃນໜ່ວຍງານ, ຂະແໜງການ, ອົງກອນ ການປົກຄອງລະດັບກາງ ແລະ ທ້ອງຖິ່ນ.

PLO02: ເຊື່ອມໂຍງທິດສະດີ ແລະ ຫຼັກການທາງດ້ານການເມືອງ ແລະ ການປົກຄອງ ທັງພາຍໃນ

ແລະ ຕ່າງປະເທດ.

ດ້ານທັກສະ:

PLO03: ສະແດງຄວາມຄິດເຫັນທາງການເມືອງຢ່າງມີລັກສະນະວິທະຍາສາດ, ພາວະວິໄສ ແລະ ເປັນໄປຕາມນະໂຍບາຍປ່ຽນແປງໃໝ່ຂອງພັກ.

PLO04: ນໍາໃຊ້ເຕັກນິກ, ເຕັກໂນໂລຊີ ແລະ ຜົນການຄົນຄວ້າວິໄຈເຂົ້າໃນວຽກງານວິທະຍາສາດ

ການເມືອງ.

ດ້ານການນໍາໃຊ້:

PLO05: ປັບໃຊ້ຫຼັກການ ແລະ ທິດສະດີດ້ານວິທະຍາສາດການເມືອງເຂົ້າໃນວຽກງານຕົວຈີງແບບມີ

ຫົວຄິດປະດິດສ້າງ, ເພື່ອພັດທະນາວຽການການເມືອງ ແລະ ການປົກຄອງ.

PLO06: ອອກແບບຕໍາແໜ່ງງານ ແລະ ໂຄງຮ່າງການຈັດຕັ້ງດ້ານການຮັບຜິດຊອບວຽກງານການເມືອງແລະ ການປົກຄອງ ໃນລະດັບຕ່າງໆ

PLO07: ວິເຄາະບັນຫາ ຫຼື ປະກົດການທີເກີດຈາກການເຮັດວຽກຕົວຈິງ ເພື່ອແກ້ໄຂໃຫ້ສອດຄ່ອງກັບນະໂຍບາຍປ່ຽນແປງໃຫຟຂອງພັກ ແລະ ກົດຫາຍຂອງລັດ;

ດ້ານທັກສະທາງສັງຄົ

PLO08: ສະແດງຄວາມຄິດເຫັນດ້ານວິຊາການໂຄສະນາອົບຮົມ ແລະ ກໍ່ສ້າງຮາກຖານການເມືອງຢ່າງມີພາວະຜູ້ງໍາ, ມີມະນຸດສໍາພັນທີ່ດີ ແລະ ມີນໍ້າໃຈຮັກຊາດສູງ;

PLO09: ປະຕິບັດຫ້າທີ່ວຽກການເມືອງຢ່າງມີຈັນຍາບັນ, ຈັນຍາທໍາ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ.

ອາຊີບທີສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ

1) ເປັນລັດຖະກອນ, ນັກວິຊາການ ຫຼື ນັກຄົນຄ້ວງດ້ານວິທະຍາສາດການເມືອງ-ການປົກຄອງ;

2) ເປັນອາຈານສອນວິຊາການເມືອງການປົກຄອງຢູ່ສະຖາບັນການສຶກສາຢູ່ສູນກາງ ແລະ ທ້ອງຖີ່ນ;

3) ເປັນລັດຖະກອນຢູ່ສໍານັກງານ ຫຼື ອົງການຕ່າງໆ ທັງລະດັບສູນກາງ ແລະ ທ້ອງຖີ່ນ ;

4) ເປັນທະຫານ, ຕໍາຫຼວດ ແລະ ອື່ນໆ.

ຈຸດປະສົງຂອງຫຼັກສູດ:
  • ມີໂລກະທັດວິທະຍາສາດ, ມີທັດສະນະມະຫາຊົນ, ມີລະບຽບວິໄນ, ຮູ້ຮັກຊາດ, ຮັກປະຊາຊົນ, ອົງການ ແລະ ທ້ອງຖີ່ນຂອງຕົນ;
  • ມີຄວາມຮູ້ດ້ານວິທະຍາສາດການເມືອງຢ່າງເປັນລະບົບ ແລະ ສາມາດນໍາເອົາຄວາມຮູ້ດັ່ງກ່າວມາປັບໃຊ້ໃນການປະຕິບັດວຽກງານຕົວຈິງ ລວມເຖິງການຄົ້ນຄ້ວາວິທະຍາສາດລະດັບຕົນ;
  • ມີຄວາມສາມາດໄປສຶກສາຕໍ່ດ້ານວິທະຍາສາດການເມືອງ ແລະ ສາຂາທີກ່ຽວຂ້ອງໃນລະດັບທີສູງກວ່າທັງພາຍໃນ ແລະ ຕ່າງປະເທດ.
ລາຍລະອຽດ: