NUOL Programs

ສາຂາ ຟີຊິກສາດນໍາໃຊ້

thumb
ສາຂາ ຟີຊິກສາດນໍາໃຊ້
ຫຼັກສູດ:
ສາຂາ ຟີຊິກສາດນໍາໃຊ້
ລະດັບ:
  • ປະລິນຍາໂທ
ຄະນະ:
  • ຄະນະວິທະຍາສາດທຳມະຊາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້: ພາຍຫຼັງທີ່ຮຽນຈົບຫຼັກສູດນີ້ ນັກ​ສຶກ​ສາສາມາດ:

  • ເຮັດການທົດລອງ, ການນໍາໃຊ້ເຄື່ອງມື ແລະ ອຸປະກອນທາງດ້ານວິທະຍາສາດໄດ້ຕາມຈຸດປະສົງ, ແລະ ຕິດຕາມຄວາມກ້າວໜ້າວິຊາການທາງດ້ານວິທະຍາສາດ.
  • ສ້າງສິ່ງປະດິດໃໝ່ຈາກຜົນງານການຄົ້ນຄວ້າວິທະຍາສາດ, ກວດສອບຄຸນສົມບັດຂອງວັດສະດຸ.
  • ສໍາຫຼວດດ້ານທໍລະນີສາດ, ດ້ານວິສະວະກໍາທໍລະນີ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ.
  • ສໍາຫຼວດດ້ານລັງສີວິທະຍາໃນສິ່ງແວດລ້ອມ ແລະ ນໍາໃຊ້ລັງສີເຂົ້າໃນດ້ານກະສິກໍາ, ດ້ານອຸສະຫະກໍາ ແລະ ໃນທາງການແພດ.

ດ້ານທັກສະ:

  • ນໍາໃຊ້ໃນການແກ້ໄຂບັນຫາວິທະຍາສາດ ແລະ ເຕັກໂນໂລຊີ ຢ່າງມີລະບົບ.
  • ເຮັດວຽກເປັນໝູ່ຄະນະ, ການສື່ສານ, ຄົ້ນຄິດຢ່າງມີວິຈາລະນະຍານ ແລະ ທັກສະໃນການຄົ້ນຄວ້າ.

ດ້ານການນໍາໃຊ້:

  • ນໍາໃຊ້ຄວາມຮູ້ທາງດ້ານຟີຊິກສາດ ເຂົ້າໃນການປະກອບອາຊີບຕາມຂະແໜງການຕ່າງໆ ທີ່ກ່ຽວຂ້ອງ ແລະ ແກ້ໄຂບັນຫາທາງທໍາມະຊາດທີ່ເກີດຂື້ນ.
  • ດຳເນີນການສໍາຫຼວດ ດ້ານທໍລະນີສາດ, ດ້ານວິສະວະກໍາທໍລະນີ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
  • ນໍາໃຊ້ລັງສີວິທະຍາເຂົ້າໃນດ້ານກະສິກໍາ, ດ້ານອຸສະຫະກໍາ ແລະ ໃນທາງການແພດ.
  • ສ້າງສິ່ງປະດິດໃໝ່.

ດ້ານທັກສະທາງສັງຄົມ:

ມີຈັນຍາບັນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ມີນໍ້າໃຈຮັກຊາດ, ຮັກສີ່ງແວດລ້ອມແບບຍືນຍົງ.

ນຳ​ໃຊ້​ເທັກ​ໂນ​ໂລ​ຊີ, ​ສະ​ແດງ​ຄວາມ​ຄິດ​ເຫັນ​ດ້ານ​ວິ​ຊາ​ການ,ໃຫ້​ຄຳ​ປຶກ​ສາ​ດ້ານ​ວິ​ຊາ​ການ, ຖ່າຍ​ທອດ​ຄວາມ​ຮູ້​ໃຫ້​ກັບສັງຄົມ ແລະ ​ເພື່ອນ​ຮ່ວມ​ງານ.

ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສຳເລັດການສຶກສາ

  • ເປັນນັກວິຊາການ ດ້ານຟີຊິກສາດ ເຊັ່ນ: ເປັນຄູ-ອາ​ຈານ, ທີ່ປຶກສາ ແລະ ນັກ​ຄົ້ນຄ້ວາວິ​ໄຈ.
  • ເປັນພະ​ນັກ​ງານ​ລັດ ໃນ​ສະ​ຖາ​ບັນ​ການ​ສຶກ​ສາ​ໃນ​ລະ​ດັບ​ຕ່າງໆ, ບັນດາກະຊວງທີ່ມີຂະແໜງການກ່ຽວຂ້ອງກັບຟີຊິກສາດ ເຊັ່ນ: ສະຖານີໄຟ້າ, ເຂື່ອນໄຟຟ້າ, ສະຖານທີ່ທີ່ກ່ຽວຂ້ອງກັບພະລັງງານໄຟຟ້າ, ພະລັງງານທົດແທນ, ກົມມາດຕະຖານ, ພະແນກລັງສີ.
  • ນອກຈາກນັ້ນ, ຍັງສາມາດປະກອບອາຊີບເຂົ້າໃນພາກສ່ວນເອກະຊົນ ເຊັ່ນ: ທຸລະກິດທາງ ອຸປະກອນອີເລັກໂຕຣນິກ, ບໍລິສັດທີ່ກ່ຽວຂ້ອງກັບ, ​ອຸດ​ສະ​ຫະ​ກຳ​ການ​ບໍ​ລິ​ການ, ເຄື່ອງມືການແພດ ແລະ ອື່ນໆ.
ຈຸດປະສົງຂອງຫຼັກສູດ:
  • ເພື່ອສ້າງນັກສຶກສາໃຫ້ເປັນຜູ້ສະຫງວນມັກໃນການຄົ້ນຄ້ວາສຶກສາຮຽນຮູ້ວິທະຍາສາດ, ໃຫ້ກາຍ ເປັນນັກວິຊາການທາງດ້ານວິທະຍາສາດ, ມີຫົວຄິດປະດິດສ້າງ, ສາມາດວິເຄາະ ແລະ ແກ້ໄຂບັນຫາດ້ວຍເຫດ ດ້ວຍຜົນຕາມຫຼັກວິທະຍາສາດ. ຮູ້ນໍາໃຊ້ເຕັກໂນໂລຊີເຂົ້າໃນວຽກງານຕົວຈິງ, ສາມາດຕິດ ຕາມຄວາມຈະເລີນກ້າວໜ້າທາງດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຢູ່ໃນພາກພື້ນ ແລະ ສາກົນ.
  • ສາມາດໝູນໃຊ້ຄວາມຮູ້ເຂົ້າໃນຂົງເຂດ ວຽກງານ ຕ່າງໆ ເຊັ່ນ: ຂະແໜງການວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ຂະແໜງການໄຟຟ້າ ແລະ ອີເລັກໂຕຣນິກ, ດ້ານພະລັງງານ, ດ້ານສິ່ງແວດລ້ອມ, ຂະແໜງອຸດສະຫະກໍາ ແລະ ສາມາດພັດທະນາການເປັນຄູສອນໄດ້.
  • ເປັນນັກຄົ້ນຄວ້າວິທະຍາສາດ ແລະ ສາມາດໄປສຶກສາຕໍ່ໃນລະດັບປະລິນຍາເອກ ທີ່ສູງຂຶ້ນໄດ້ທັງພາຍໃນ ແລະ ຕ່າງປະເທດ.
ລາຍລະອຽດ: