NUOL Programs

ສາຂາ ​ຟີຊິກສາດນໍາໃຊ້ (ຮູບແບບການຄົ້ນຄວ້າ)

thumb
ສາຂາ ​ຟີຊິກສາດນໍາໃຊ້ (ຮູບແບບການຄົ້ນຄວ້າ)
ຫຼັກສູດ:
ສາຂາ ​ຟີຊິກສາດນໍາໃຊ້ (ຮູບແບບການຄົ້ນຄວ້າ)
ລະດັບ:
  • ປະລິນຍາໂທ
ຄະນະ:
  • ຄະນະວິທະຍາສາດທຳມະຊາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:
  • ດ້ານຄວາມຮູ້: ພາຍຫຼັງທີ່ຮຽນຈົບຫຼັກສູດນີ້ ນັກ​ສຶກ​ສາສາມາດ:
    • ເຮັດການທົດລອງ, ການນໍາໃຊ້ເຄື່ອງມື ແລະ ອຸປະກອນທາງດ້ານວິທະຍາສາດໄດ້ຕາມຈຸດປະສົງ, ແລະ ຕິດຕາມຄວາມກ້າວໜ້າວິຊາການທາງດ້ານວິທະຍາສາດ.
    • ສ້າງສິ່ງປະດິດໃໝ່ຈາກຜົນງານການຄົ້ນຄວ້າວິທະຍາສາດ, ກວດສອບຄຸນສົມບັດຂອງວັດສະດຸ.
    • ສໍາຫຼວດດ້ານທໍລະນີສາດ, ດ້ານວິສະວະກໍາທໍລະນີ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ.
    • ສໍາຫຼວດດ້ານລັງສີວິທະຍາໃນສິ່ງແວດລ້ອມ ແລະ ນໍາໃຊ້ລັງສີເຂົ້າໃນດ້ານກະສິກໍາ, ດ້ານອຸສະຫະກໍາ ແລະ ໃນທາງການແພດ.
  • ດ້ານທັກສະ:
    • ນໍາໃຊ້ໃນການແກ້ໄຂບັນຫາທາງວິທະຍາສາດ ແລະ ເຕັກໂນໂລຊີ ຢ່າງມີລະບົບ.
    • ເຮັດວຽກເປັນໝູ່ຄະນະ, ການຕິດຕໍ່ສື່ສານ, ຄົ້ນຄິດຢ່າງມີວິຈາລະນະຍານ ແລະ ທັກສະໃນການຄົ້ນຄວ້າ.
  • ດ້ານການນໍາໃຊ້:
    • ນໍາໃຊ້ຄວາມຮູ້ທາງດ້ານຟີຊິກສາດ ເຂົ້າໃນການປະກອບອາຊີບຕາມຂະແໜງການຕ່າງໆ ທີ່ກ່ຽວຂ້ອງ ແລະ ແກ້ໄຂບັນຫາທາງທໍາມະຊາດທີ່ເກີດຂື້ນ.
    • ດຳເນີນການສໍາຫຼວດ ດ້ານທໍລະນີສາດ, ດ້ານວິສະວະກໍາທໍລະນີ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
    • ນໍາໃຊ້ລັງສີວິທະຍາເຂົ້າໃນດ້ານກະສິກໍາ, ດ້ານອຸສະຫະກໍາ ແລະ ໃນທາງການແພດ.
    • ປະດິດສ້າງສິ່ງໃໝ່ໆ.
  • ດ້ານທັກສະທາງສັງຄົມ:
    • ມີຈັນຍາບັນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ມີນໍ້າໃຈຮັກຊາດ, ຮັກສີ່ງແວດລ້ອມແບບຍືນຍົງ.
    • ​ນໍາ​ໃຊ້​ເທັກ​ໂນ​ໂລ​ຊີ, ​ສະ​ແດງ​ຄວາມ​ຄິດ​ເຫັນ​ດ້ານ​ວິ​ຊາ​ການ, ໃຫ້​ຄຳ​ປຶກ​ສາ​ດ້ານ​ວິ​ຊາ​ການ, ຖ່າຍ​ທອດ​ຄວາມ​ຮູ້​ໃຫ້​ກັບສັງຄົມ ແລະ ​ເພື່ອນ​ຮ່ວມ​ງານ.

ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ:

  • ເປັນນັກວິຊາການ ດ້ານຟີຊິກສາດ ເຊັ່ນ:  ເປັນຄູ-ອາ​ຈານ, ທີ່ປຶກສາ ແລະ ນັກ​ຄົ້ນຄ້ວາວິ​ໄຈ.
  • ເປັນພະ​ນັກ​ງານ​ລັດ ໃນ​ສະ​ຖາ​ບັນ​ການ​ສຶກ​ສາ​ໃນ​ລະ​ດັບ​ຕ່າງໆ, ບັນດາກະຊວງທີ່ມີຂະແໜງການກ່ຽວຂ້ອງກັບຟີຊິກສາດ ເຊັ່ນ: ສະຖານີໄຟ້າ, ເຂື່ອນໄຟຟ້າ, ສະຖານທີ່ທີ່ກ່ຽວຂ້ອງກັບພະລັງງານໄຟຟ້າ, ພະລັງງານທົດແທນ, ກົມມາດຕະຖານ, ພະແນກລັງສີ, ກົມທໍລະນີສາດ ແລະ ແຮ່ທາດ, ກົມຊັບພະຍາກອນນໍ້າ, ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່.
  • ນອກຈາກນັ້ນ, ຍັງສາມາດປະກອບອາຊີບເຂົ້າໃນພາກສ່ວນເອກະຊົນ ເຊັ່ນ: ທຸລະກິດທາງ ອຸປະກອນອີເລັກໂຕຣນິກ, ບໍລິສັດທີ່ກ່ຽວຂ້ອງກັບການສໍາຫຼວດ ແລະ ຊອກຄົ້ນບໍ່ແຮ່, ​ອຸດ​ສະ​ຫະ​ກຳ​ການ​ບໍ​ລິ​ການ, ເຄື່ອງມືທາງການແພດ ແລະ ອື່ນໆ.
ຈຸດປະສົງຂອງຫຼັກສູດ:

ເພື່ອສ້າງນັກສຶກສາໃຫ້ມີຄວາມຮູ້ ແລະ ຄວາມສາມາດໃນການຄົ້ນຄ້ວາວິທະຍາສາດ ໂດຍສະເພາະແມ່ນການນໍາໃຊ້ຄວາມຮູ້ທາງດ້ານຟີຊິກສາດ ເພື່ອແກ້ໄຂບັນຫາດ້ວຍເຫດ ດ້ວຍຜົນຕາມຫຼັກວິທະຍາສາດ. ສ້າງນັກສຶກສາໃຫ້ກາຍເປັນນັກວິຊາການທາງດ້ານວິທະຍາສາດ, ທີ່ມີຫົວຄິດປະດິດສ້າງ, ສາມາດວິເຄາະ ແລະ ຮູ້ນໍາໃຊ້ເຕັກໂນໂລຊີເຂົ້າໃນວຽກງານຕົວຈິງ, ສາມາດຕິດຕາມຄວາມຈະເລີນກ້າວໜ້າທາງດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາໃນປະຈຸບັນຢູ່ໃນພາກພື້ນ ແລະ ສາກົນ.

ນັກສຶກສາທີ່ຮຽນຈົບ ສາມາດໝູນໃຊ້ຄວາມຮູ້ເຂົ້າໃນຂົງເຂດວຽກງານຕ່າງໆ ເຊັ່ນ:  ຂະແໜງການວິທະຍາ ສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ຂະແໜງການໄຟຟ້າ ແລະ ອີເລັກໂຕຣນິກ, ດ້ານພະລັງງານ, ດ້ານສິ່ງແວດລ້ອມ, ຂະແໜງອຸດສະຫະກໍາ, ວັດສະດຸສາດ, ການສໍາຫຼວດດ້ານທໍລະນີສາດ ແລະ ດ້ານວິສະວະກໍາທໍລະນີ, ການສໍາຫຼວດ ແລະການນໍາໃຊ້ລັງສີວິທະຍາເຂົ້າໃນຂະແໜງການກະສິກໍາ, ອຸດສະຫະກໍາ, ທາງສິ່ງແວດລ້ອມ ແລະ ທາງການແພດ ແລະ ສາມາດຖ່າຍທອດຄວາມຮູ້ໃຫ້ແກ່ສັງຄົມ.

ເພື່ອໃຫ້ເປັນນັກຄົ້ນຄວ້າວິທະຍາສາດ ແລະ ສາມາດໄປສຶກສາຕໍ່ໃນລະດັບປະລິນຍາເອກ ທີ່ສູງຂຶ້ນໄດ້ທັງພາຍໃນ ແລະ ຕ່າງປະເທດ.

ລາຍລະອຽດ: