NUOL Programs

ສາ​ຂາ ຊີ​ວະ​ວິ​ທະ​ຍາ ຮູບແບບການຄົ້ນຄວ້າ

thumb
ສາ​ຂາ ຊີ​ວະ​ວິ​ທະ​ຍາ ຮູບແບບການຄົ້ນຄວ້າ
ຫຼັກສູດ:
ສາ​ຂາ ຊີ​ວະ​ວິ​ທະ​ຍາ ຮູບແບບການຄົ້ນຄວ້າ
ລະດັບ:
  • ປະລິນຍາໂທ
ຄະນະ:
  • ຄະນະວິທະຍາສາດທຳມະຊາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ຜົນການຮຽນຮູ້

  • ດ້ານຄວາມຮູ້: ມີຄວາມສາມາດນໍາເອົາຫຼັກການ ແລະ ທິດສະດີທາງດ້ານຊີວະວິທະຍາລະດັບສູງໄປໃຊ້ໃນວຽກງານຕົວຈິງ.
  • ດ້ານທັກສະ: ມີທັກສະທາງດ້ານຊີວະວິທະຍາຢ່າງມີຫຼັກການ ເປັນລະບົບປະດິດສ້າງ ແລ້ວໄປປະຍຸກໃຊ້ໃນວຽກງານການຄົ້ນຄວ້າວິໄຈວິທະຍາສາດທຳມະຊາດ, ການອານຸລັກທາງດ້ານຊີວະນາໆພັນ ແລະ ສິ່ງແວດລ້ອມ.
  • ດ້ານການນຳໃຊ້: ສາມາດນໍາເອົາຄວາມຮູ້, ຄວາມສາມາດໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ແລະ ຊີວິດປະຈຳວັນ.
  • ດ້ານທັກສະທາງສັງຄົມ: ມີທັດສະນະຄຸນສົມບັດສິນທໍາປະຕິວັດ, ມີທັດສະນະມະຫາຊົນ, ສາມາດນໍາເອົາຄວາມຮູ້ເຕັກໂນໂລຊີຊີວະພາບປະກອບສ່ວນເຂົ້າໃນວຽກງານການພັດທະນາເສດຖະກິດສັງຄົມ ແລະ ການອະນຸລັກວັດທະນາທໍາອັນດີງາມຂອງຊາດ.

ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ

  • ດ້ານວິຊາການ ແລະ ການວິໄຈເຊັ່ນ: ອາຈານ, ນັກວິຊາການ, ນັກວິໄຈ ແລະ ອື່ນໆ.
  • ອາຊີບພະນັກງານລັດ ໃນສະຖາບັນການສຶກສາລະດັບຕ່າງໆ, ການພັດທະນາຊຸມຊົນ ແລະ ການອະນຸລັກທາງດ້ານຊັບພະຍາກອນທຳມະຊາດ.
  • ເປັນນັກວິຊາການໃຫ້ກັບອົງກອນ ຫຼື ອົງການອະນຸລັກສາກົນເຊັ່ນ: IUCN, FFW, WCS, MRC, IRD, GIZ ແລະ ອື່ນໆ.
  • ປະກອບອາຊີບທາງດ້ານການກະເສດ, ການຈັດສັນ ແລະ ຄຸ້ມຄອງປ່າໄມ້.
  • ສາມາດເປັນນັກປະເມີນ ແລະ ປົກປັກຮັກສາສິ່ງແວດລ້ອມ.
ຈຸດປະສົງຂອງຫຼັກສູດ:
  • ເພື່ອໃຫ້ນັກສຶກສາ ມີຄວາມຮູ້ ແລະ ຄວາມສາມາດ ດ້ານການຄົ້ນຄວ້າວິໄຈໃນສາຂາວິຊາ ຊີວະວິທະຍາ, ໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງພາກລັດ ແລະ ເອກະຊົນ.
  • ເພື່ອສ້າງໃຫ້ນັກສຶກສາ ມີຄວາມສາມາດພັດທະນາຕົນເອງ ທາງດ້ານວິຊາການ ສາຂາ ຊີວະວິທະຍາ ຢ່າງຕໍ່ເນື່ອງ ແລະ ນຳໃຊ້ຄວາມຮູ້ນັ້ນຢ່າງມີປະສິດທິພາບ.
  • ເພື່ອ​ໃຫ້ນັກສຶກສາມີທັກສະໃນການສື່ສານ ແລະ ບໍລິການວິຊາການດ້ານຊີວະວິທະຍາ, ມີຄວາມ ຮັບຜິດຊອບ ຕໍ່ສັງຄົມ ແລະ ສິ່ງແວດລ້ອມ.
ລາຍລະອຽດ: