NUOL Programs

ສາຂາ ເຄມີສາດ (ຮູບແບບການຄົ້ນຄວ້າ)

thumb
ສາຂາ ເຄມີສາດ (ຮູບແບບການຄົ້ນຄວ້າ)
ຫຼັກສູດ:
ສາຂາ ເຄມີສາດ (ຮູບແບບການຄົ້ນຄວ້າ)
ລະດັບ:
  • ປະລິນຍາໂທ
ຄະນະ:
  • ຄະນະວິທະຍາສາດທຳມະຊາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້:

  • ເຊື່ອມໂຍງທິດສະດີ, ຫຼັກການ ແລະ ພາກປະຕິບັດຕົວຈິງຢ່າງເປັນລະບົບເຂົ້າໃນການປະຕິບັດໜ້າທີ່ ແລະ ແກ້ໄຂບັນຫາທາງ​ດ້ານ​ເຄ​ມີ ແລະ ສິ່ງ​ແວ​ດ​ລ້​ອມ​​

ດ້ານທັກສະ: 

  • ວິ​ເຄາະ​​ຂໍ້​ມູນ ແລະ ປະ​ເມີນ​ຜົນ​ການ​ຄົ້ນ​ຄວ້າ​, ມີ​ຄວາມ​ຄິດ​ສ້າງ​ສັນ​ໃນ​ການ​ຄົ້ນ​ຄວ້າ​ວິ​ໄຈ​, ແກ້​ໄຂ​ບັນ​ຫາ​ດ້ວຍ​ຕົນ​ເອງ ແລະ ມີ​ຄວາມ​ສາ​ມາດ​ເຮັດ​ວຽກ​ງານ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ໃນ​ລະ​ດັບ​ດີ​ໄດ້.​

ດ້ານການນຳໃຊ້:

  • ນຳ​ໃຊ້ທິດສະດີ, ຫຼັກການ, ​ເຄື່ອງ​ມື​ກ​ານ​ທົດ​ລ​ອງຂັ້ນ​ສູງ​​ທີ່ກ່ຽວຂ້ອງກັບຄວາມຮູ້ທາງເຄມີ ເຂົ້າໃນການຄົ້ນຄ້ວາວິໄຈ

ດ້ານທັກສະທາງສັງຄົມ:

  • ປະຕິບັດວຽກງານທີ່ກ່ຽວຂ້ອງກັບເຄ​ມີ ແລະ ເຄມີສິ່ງແວດລ້ອມຢ່າງມີຈັນຍາບັນ, ມີຄວາມຮັບຜິດຊອບ ແລະ ນໍ້າໃຈເສຍສະຫຼະເພື່ອສ່ວນລວມ;
  • ດຳເນີນການໃຫ້ຄໍາປຶກສາຄວາມຮູ້ດ້ານເຄ​ມີ ແລະ ເຄມີສິ່ງແວດລ້ອມແກ່ພາກລັດ ແລະ ເອກະຊົນ.

ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ

  • ອາຊີບດ້ານວິຊາການ ແລະ ການສຶກສາວິໄຈເຊັ່ນ: ນັກວິຊາການ, ນັກຄົ້ນ​ຄວ້າ​ວິໄຈ, ນັກອະນຸຮັກສິ່ງແວດລ້ອມ, ຄູ-ອາຈານ ແລະ ອື່ນໆ.
  • ອາຊີບພະນັກງານລັດ ໃນຂະ​ແໜງ​ວິທະຍາສາດ ແລະ ເຕັກໂນໂລຊີ, ຂະ​ແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຂະ​ແໜງພະລັງງານ ແລະ ບໍແຮ່, ຂະ​ແໜງອຸດສາຫະກໍາ ແລະ ການຄ້າ, ຂະ​ແໜງ​ກະ​ສິ​ກຳ ແລະ ປ່າ​ໄມ້​, ຂະ​ແໜງ ສາ​ທາ​ລະ​ນະ​ສຸກ ແລະ ຂະ​ແໜງ​ການ​ອື່ນໆ​ທີ່ກ່ຽວຂ້ອງ.
  • ອາຊີບໃນລັດ​ວິ​ສາ​ຫະ​ກິດ, ພາກ​ເອ​ກະ​ຊົນ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕ່າງໆ ເຊັ່ນ: ທີ່ປຶກສາທາງດ້ານສິ່ງແວດລ້ອມ, ຫ້ອງທົດລອງທາງດ້ານສິ່ງແວດລ້ອມ, ບໍລິສັດຈໍາໜ່າຍ ອຸປະກອນທົດລອງ ແລະ ທາດເຄມີ, ອຸດສາຫະກຳຜະລິດເຄື່ອງອຸປະໂພກ ບໍລິໂພກຕ່າງໆ.
ຈຸດປະສົງຂອງຫຼັກສູດ:
  1. ເພື່ອກໍ່ສ້າງນັກສຶກສາຕາມ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ
  2. ເພື່ອສ້າງນັກສຶກສາໃຫ້ມີຄວາມຮູ້-ຄວາມສາມາດທາງດ້ານການ​ຄົ້ນ​ຄວ້າ​ ແລະ ສາມາດນຳໃຊ້ວິທະຍາສາດທີ່ທັນສະໄໝເຂົ້າໃນການພັດທະນາວຽກງານຕ່າງໆຢ່າງມີປະສິດທິພາບ.
  3. ເພື່ອໃຫ້ນັກສຶກສາມີທັກສະໃນດ້ານການຄົ້ນຄວ້າວິໄຈໃນສາຂາ ເຄມີສາດ ທີ່ສາມາດຮ່ວມມືກັບນັກຄົ້ນຄວ້າວິທະຍາສາດໃນລະດັບພາກພື້ນ ແລະ ສາກົນ.
  4. ເພື່ອໃຫ້ນັກສຶກສາມີຄວາມສາມາດພັດທະນາຕົນເອງ ມີທັກສະໃນການສື່ສານ ແລະ ບໍລິການວິຊາການດ້ານເຄມີສາດ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ.
  5. ເພື່ອຍົກລະດັບນັັກວິຊາການ, ນັກວາງແຜນ ແລະ ນັກບໍລິຫານ ທາງດ້ານວິ​ທະ​ຍາ​ສາດສາ​ຂາ​ເຄມີສາດ ແລະ​ ເຄ​ມີ​ສິ່ງແວດລ້ອມ ໃຫ້ແກ່ຂະ​ແໜງກະສິກຳ, ອຸດ​ສາ​ຫະ​ກຳ, ພະລັງງານ-ບໍ່ແຮ່, ການ​ແພດ, ​ການ​ຈັດ​ການ-ຄຸ້ມ​ຄອງ​ສະ​ພາບ​ແວດ​ລ້ອມ ແລະ ອື່ນໆ.
  6. ເພື່ອໃຫ້ນັກສຶກສາມີຄວາມສາມາດໄປຮຽນຕໍ່ລະດັບທີ່ສູງກວ່າທັງພາຍໃນ ແລະ ຕ່າງປະເທດ.
ລາຍລະອຽດ: