NUOL Research

National University of Laos

ການສຶກສາລັກສະນະໂຄງສ້າງເສັ້ນຮອຍເລື່ອນເທີງໜ້າດິນ ໂດຍການນຳໃຊ້ເຕັກໂນໂລຊີພາບຖ່າຍດາວທຽມ ຢູ່ ເມືອງແກ້ວອຸດົມ, ແຂວງວຽງຈັນ, ສປປ ລາວ

thumb
ການສຶກສາລັກສະນະໂຄງສ້າງເສັ້ນຮອຍເລື່ອນເທີງໜ້າດິນ ໂດຍການນຳໃຊ້ເຕັກໂນໂລຊີພາບຖ່າຍດາວທຽມ ຢູ່ ເມືອງແກ້ວອຸດົມ, ແຂວງວຽງຈັນ, ສປປ ລາວ
ຜູ້ຄົ້ນຄວ້າ:

ວິລະສິດ ພົມສຸວັນ1, ວົງເພັດ ສີທະວົງ2, ໄພວອນ ແສງພັອນ1, ສຸດວິໄລ ດວງພະຈັນ1 1ພະແນກ ສືບຢັ່ງທາງໄກ ແລະ ແຜນທີ່, ສະຖາບັນຄົ້ນຄວ້າ ແລະ ສະຖິຕິ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 2ພະແນກ 

ຕິດຕໍ່ຜູ້ຄົ້ນຄວ້າ:
ອເີມວ: This email address is being protected from spambots. You need JavaScript enabled to view it. ແລະ ເບໂີທ ແລະ ວອ໋ດແອບ : 02055359426
ໝວດໝູ່ການຄົ້ນຄວ້າ:
  • ສາຍທຳມະຊາດ
ຄຳຊອກຫາ:
ພາບຖ່າຍດາວທຽມ Landsat-8 OLI/TIRS, ເສັ້້ນຮອຍເລື່ອນເທີງໜ້າດິນ (Lineament), ໄຈ້ແຍກແບບອັດຕະໂນມັດ (Automatic Lineament Extraction)
ບົດຄັດຫຍໍ້:

ຄຳວ່າ “Lineament” ໝາຍເຖີງລັກສະນະແນວເສັ້ນຊື່ ທີ່ອະທິບາຍ ກ່ຽວກັບ ໂຄງສ້າງພື້ນຖານຂອງທໍລະນີວິ ທະຍາ. ນອກ ຈາກນີ້ Lineament ຍັງສະແດງລັກສະນະໂຄງສ້າງແນວເສັ້້ນຮອຍເລື່ອນເທີງໜ້າດິນ; ເຊີ່ງເປັນລັກສະ ນະທາງດ້ານໂຄງສ້າງກາຍຍະພາບ ແລະ ຮູບແບບຂອງປະກົດການທາງທໍລະນີສັນຖານວິທະຍາ ຂອງເປືອກໂລກ (Geomorphological Lineament); ພ້ອມກັນນັ້ນ ກໍ່ຍັງມີຫຼາຍທິດສະດີ ແລະ ຫຼັກການ ເພື່ອໃຊ້ສຶກສາ ກ່ຽວກັບ ພື້ນທີ່ຄວາມໜາແໜ້ນເສັ້້ນຮອຍເລື່ອນເທີງໜ້າດິນໃນວຽກງານການສຳຫຼວດ ເຊີ່ງໄດ້ຕິດພັນກັບຄວາມເປັນມາ ແລະ ການປ່ຽແປງໂຄງສ້າງໜ່ວຍໂລກຂອງພວກເຮົາ (O’Leary et al., 1976). ປະຈຸບັນ, ການສຶກສາດັ່ງກ່າວໄດ້ຮັບຄວາມສົນໃຈ ແລະ ນຳໄປປະຍຸກໃຊ້ໃນຂະແຫນງການຕ່າງໆຢ່າງກວ້າງຂວາງ ໂດຍສະເພາະແມ່ນທາງດ້ານທໍລະນີວິທະຍາ ເພາະມີບົດບາດຄວາມສຳຄັນ ຕໍ່ກັບ ການພັດທະນາເສດຖະກິດ-ສັງຄົມ ເຊັ່ນ: ການຂຸດຄົ້ນບໍ່ແຮ່ (Rowan & Lathram, 1980; Mathew & Ariffin, 2018); ການເລືອກທີ່ຕັ້ງຂອງການສ້າງເຂື່ອນ (Tamura et al., 2000; Theilen-Willige et al., 2016; Barjasteh, 2019); ຂົວເສັ້ນທາງຄົມມະນາຄົມ (Singh, et al., 2016), ການເກີດແຜ່ນດິນໄຫວ (Arellano-Baeza et al., 2006a; 2006a; 2007; Sharifia et al., 2008; Vashchilov & Kalinina 2008; Lister et al., 2018); ການເຊາະເຈື່ອນ ແລະ ການພັງຖະລາຍຂອງໜ້າດິນ (Ramli et al., 2010; Yusof et al., 2011; Ali & Ali, 2018); ການຫານ້ຳໃຕ້ດິນ (Chandra et al., 2006; Abdullah et al., 2015; Takorabt et al., 2018; Thomas & Duraisamy, 2018) ແລະ ລັກສະນະຄວາມເຄັມຂອງພື້ນທີ່ດິນ (Wannakomol, 2005, YADARAK, 2009) ແລະ ອື່ນໆ.

ການສຶກສາຄັ້ງນີ້ ໄດ້ນຳໃຊ້ເຕັກໂນໂລຊີສືບຢັ່ງທາງໄກ (ພາບຖ່າຍດາວທຽມ) ມາວິເຄາະ ແລະ ປະມວນພາບຖ່າຍດາວ Landsat-8 OLI/TIRS ເຊີ່ງພາບຖ່າຍດາວທຽມ ວັນທີ 09 ກຸມພາ 2019 ເພື່ອມາແຍກເອົາຂໍ້ມູນເສັ້້ນຮອຍເລື່ອນເທີງໜ້າດິນ ດ້ວຍວິທີການໄຈ້ແຍກແບບອັດຕະໂນມັດ (Automatic Lineament Extraction) (Adhab & Hassan, 2014; El-Sawy, 2016); ພົບວ່າ: ຈຳນວນເສັ້ນຮອຍເລື່ອນເທີງໜ້າດິນ ພາຍຂອບເຂດພື້ນທີ່ເມືອງແກ້ວອຸດົມ, ແຂວງວຽງຈັນ ມີທັງໝົດ 711 ເສັ້້ນ. ໃນນັ້ນ ຄວາມຍາວສູງສຸດ, ຄວາມຍາວຕ່ຳສຸດ ແລະ ຄວາມຍາວສະເລ່ຍ ຂອງ ເສັ້້ນຮອຍເລື່ອນເທີງໜ້າດິນ ປະມານ 4000 ແມັດ, 12 ແມັດ ແລະ 577 ແມັດ ຕາມລຳດັບ. ສຳລັບ, ຄວາມໜາແໜ້ນເສັ້້ນຮອຍເລື່ອນເທີງໜ້າດິນ (Lineament Density) ຈະສະແດງຄ່າຄວາມເຂັ້ມຂອງສີທີ່ແຕກຕ່າງກັນ ຄື: ສີເຫຼືອງອ່ອນ ມີຄວາມໜາແໜ້ນໜ່ອຍ (ມີຈຳນວນ 1-2 ເສັ້້ນ), ສີຂຽວອ່ອນ ແມ່ນມີຄວາມໜາແໜ້ນປານກາງ (ມີຈຳນວນ 3-4 ເສັ້້ນ) ແລະ ສີຟ້າແກ່ ມີຄວາມໜາແໜ້ນສູງ (ມີຈຳ ນວນຫຼາຍກວ່າ 5 ເສັ້້ນຂື້ນໄປ). ພ້ອມນັ້ນ ກໍ່ຍັງພົບວ່າ: ແນວໂນ້ມຂອງທິດທາງການແຜ່ກະຈາຍແນວເສັ້້ນຮອຍເລື່ອນເທິງໜ້າດິນ (Trend of Lineament Orientations) ຢູ່ ເມືອງແກ້ວອຸດົມ ເມື່ອທຽບກັບຄວາມໜາແໜ້ນຂອງແນວເສັ້້ນຊື່ດັ່ງກ່າວ ມີທິດໄປທາງທິດຕາເວັນອອກຊຽງເໜືອ (Northeast) ຫຼາຍກວ່າ ທິດຕາເວັນ ຕົກຊຽງເໜືອ (Northwest). ຈາກຜົນໄດ້ຮັບຂອງການສຶກສາຄັ້ງນີ້, ເຖີງແມ່ນວ່າຂໍ້ມູນລັກສະນະໂຄງສ້າງເສັ້້ນຮອຍເລື່ອນເທີງໜ້າດິນ ທີ່ໄດ້ຈາກວິເຄາະ ແລະ ປະມວນຜົນຈາກພາບຖ່າຍດາວທຽມ ຢູ່ ເມືອງແກ້ວອຸດົມ, ແຂວງວຽງຈັນ ເຊີ່ງເບື່ອງຕົ້ນຍັງບໍ່ສາມາດບົ່ງຊີ້ໄດ້ເຖີງໄລ່ຍະເວລາທີ່ແນ່ນອນ ກ່ຽວກັບ ແນວໂນ້ມ ຫຼື ຄວາມສ່ຽງ ຂອງການເກີດມີແຜ່ນດິນໄຫວໃນອານາຄົດ ຫຼື ບໍ່; ເພາະຕ້ອງໃຊ້ຮ່ວມກັບບັນດາຂໍ້ມູນຕ່າງໆ ເຊັ່ນ: ສະຖິຕິການເກີດແຜ່ນ ດິນ, ຄວາມແຮງສັນສະເຖື່ອນ, ລັກສະນະໂຄງສ້າງທໍລະນີສັນ ຖານ ແລະ ຂໍ້ມູນອື່ນໆ ໃນຂອບເຂດພື້ນທີ່ສຶກສາ ແລະ ພື້ນທີ່ຢູ່ໃກ້ຄຽງ ພ້ອມກັບການວິເຄາະຈາກເຄື່ອງມືອຸປະ ກອນທີ່ທັນສະໄໝ ແລະ ຄະນະຜູ້ຊ່ຽວຊານທາງດ້ານທໍລະນີສັນຖານວິທະຍາ ເພື່ອຈະປະເມີນຫາຄວາມສ່ຽງ ຫຼື ແນວໂນ້ມທີ່ຈະເກີດມີແຜ່ນດິນໄຫວ. ແຕ່ເຖີງຢ່າງໃດກໍ່ຕາມ, ຂະບວນການ ແລະ ວິທີການວິເຄາະ ເພື່ອໃຫ້ໄດ້ມາຂອງຂໍ້ມູນລັກສະນະໂຄງສ້າງເສັ້້ນຮອຍເລື່ອນເທີງໜ້າດິນ ເຊີ່ງເປັນວິທີການທີ່ໃຊ້ຢ່າງກວ້າງຂວາງໃນລະດັບສາກົນ ເຊີ່ງວິທີການດັ່ງກ່າວ ແມ່ນສາມາດນຳເອົາໄປໃຊ້ເຂົ້າໃນຫຼາຍຂະແໜງການ ເພື່ອປະເມີນຂໍ້ມູນທີ່ໄດ້ຮັບເຂົ້າໃນຂະແໜງການທີ່ຕ້ອງການ ຂອງ ສປປ ລາວ ໃນອານາຄົດ

ລາຍລະອຽດ:

http://research-forum.nuol.edu.la/2020/11/03/%e0%ba%81%e0%ba%b2%e0%ba%99%e0%ba%aa%e0%ba%b6%e0%ba%81%e0%ba%aa%e0%ba%b2%e0%ba%a5%e0%ba%b1%e0%ba%81%e0%ba%aa%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%87%e0%ba%aa%e0%bb%89%e0%ba%b2%e0%ba%87/