NUOL Programs

ສາຂາ ການຄ້າເອເລັກໂຕຣນິກ

thumb
ສາຂາ ການຄ້າເອເລັກໂຕຣນິກ
ຫຼັກສູດ:
ສາຂາ ການຄ້າເອເລັກໂຕຣນິກ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້:

ພາຍຫຼັງສຳເລັດຫຼັກສູດສາຂາວິຊານີ້ແລ້ວນັກສຶກສາຈະມີຄວາມຮູ້ໃນດ້ານ:

  • ເລືອກເຟັ້ນ ທິດສະດີ, ຫຼັກການທາງດ້ານການຄ້າ ເພື່ອສົ່ງເສີມການປະກອບກິດຈະການ ແລະ ຂະຫຍາຍເຄືອຄ່າຍທາງດ້ານການຄ້າເອເລັກໂຕຣນິກ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຢ່າງມືອາຊີບ.
  • ຜັນຂະຫຍາຍ ນະໂຍບາຍ, ກົດໝາຍ ແລະ ລະບຽບການຕ່າງໆ ທີ່ຕິດພັນກັບການຄ້າເອເລັກໂຕຣນິກ ຢ່າງມີຫົວຄິດປະດິດສ້າງ ແລະ ເປັນຮູບປະທໍາ.

ດ້ານການນຳໃຊ້:

ພາຍຫຼັງສຳເລັດຫຼັກສູດສາຂາວິຊານີ້ແລ້ວນັກສຶກສາຈະສາມາດ:

  • ນໍາໃຊ້ ຄວາມຮູ້ທາງດ້ານວິຊາການ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ພາສາຕ່າງປະເທດ ເຂົ້້າໃນການວາງແຜນການປະກອບທຸລະກິດການຄ້າເອເລັກໂຕຣນິກ
  • ນໍາໃຊ້ ຄວາມຮູ້ທາງດ້ານທິດສະດີ, ກົດໝາຍ ແລະ ຫຼັກການ ທາງດ້ານການຄ້າເອເລັກໂຕຣນິກ ເພື່ອວິເຄາະແນວໂນ້ມ ແລະ ບັນຫາຂອງການປະກອບທຸລະກິດການຄ້າອອນລາຍ

ດ້ານທັກສະ:

ພາຍຫຼັງສຳເລັດຫຼັກສູດສາຂາວິຊານີ້ແລ້ວນັກສຶກສາຈະມີທັກສະໃນດ້ານ:

  • ດໍາເນີນ ການຄົ້ນຄວ້າທາງດ້ານວິຊາການ ແບບປະລິມານ ແລະ ຄຸນນະພາບ ໃນຫົວຂໍ້ທີ່ກ່ຽວຂ້ອງກັບການຄ້າເອເລັກໂຕຣນິກ ໄດ້ຢ່າງຄ່ອງແຄ້ວ ແລະ ມີວິທະຍາສາດໃນລະດັບທີ່ແນ່ນອນ
  • ວິເຄາະ ຜົນກະທົບຂອງການຄ້າເອເລັກໂຕຣນິກຕໍ່ ກັບພັດທະນາທຸລະກິດ ແລະ ການປະກອບກິດຈະການໃໝ່ໄດ້ຢ່າງມີຫຼັກການ
  • ສ້າງນະວັດຕະກໍາໃໝ່ ໃນການເຮັດການຄ້າເອເລັກໂຕຣນິກ ໃຫ້ມີຄວາມຫຼາກຫຼາຍ ແລະ ມີຫົວຄິດປະດິດສ້າງ

ດ້ານທັກສະທາງສັງຄົມ:

          ພາຍຫຼັງສຳເລັດຫຼັກສູດສາຂາວິຊານີ້ແລ້ວນັກສຶກສາຈະມີທັກສະທາງສັງຄົມໃນດ້ານ:

  • ດໍາເນີນ ທຸລະກິດການຄ້າເອເລັກໂຕຣນິກ ຢ່າງມີຈັນຍາບັນ, ມີຄວາມຮັບຜິດຊອບຕໍ່ສັງຄົມສູງ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດ.
ຈຸດປະສົງຂອງຫຼັກສູດ:
  • ຄວາມຮູ້ເປັນເລີດ ທາງດ້ານການຄ້າ ທັງພາຍໃນ ແລະ ຕ່າງປະເທດ ສາມາດເຮັດວຽກກັບພາກລັດ, ເອກະຊົນ, ອົງການຈັດຕັ້ງສາກົນ ແລະ ຂະແໜງການທີ່ກ່ຽວຂ້ອງໄດ້.
  • ສາມາດນໍາໃຊ້ທິດສະດີ, ຫຼັກການທາງດ້ານການຄ້າ ເຂົ້າໃນການວິເຄາະນະໂຍບາຍການຄ້າ ແລະ ການເຊື່ອມຍົງກັບພາກພື້ນ, ສາມາດເຮັດຄົ້ນຄວ້າ ບັນຫາທີ່ກ່ຽວຂ້ອງໄດ້ຢ່າງມີວິທະຍາສາດ ແລະ ສາມາດສືບຕໍ່ຮຽນຮູ້ໄດ້ຕະຫຼອດຊີວິດ.
  • ຈັນຍາບັນໃນການປະກອບກິດຈະການທາງດ້ານການຄ້າ ທີ່ມີຄວາມຮັບຜິດຊອບຕໍ່ສັງຄົມສູງ.
ລາຍລະອຽດ: