NUOL Programs

ສາຂາ ຄຸ້ມຄອງການເງິນ ແລະ ນະໂຍບາຍເສດຖະກິດ

thumb
ສາຂາ ຄຸ້ມຄອງການເງິນ ແລະ ນະໂຍບາຍເສດຖະກິດ
ຫຼັກສູດ:
ສາຂາ ຄຸ້ມຄອງການເງິນ ແລະ ນະໂຍບາຍເສດຖະກິດ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານທັກສະ:

  • ນຳໃຊ້ທັກສະການຮຽນຮູ້ຕະຫຼອດຊີວິດເຂົ້າໃນການພັດທະນາທາງດ້ານວິຊາການ ແລະ ການປະກອບວິຊາຊີບ.
  • ໝູນໃຊ້ທັກສະຄວາມເປັນຜູ້ນຳ ແລະ ການເຮັດວຽກເປັນໝູ່ຄະນະເຂົ້າກັບການປະຕິບັດວຽກງານ, ການແກ້ໄຂບັນຫາຕົວຈິງຢ່າງມີປະສິດທິພາບ.                                                                                                                      

 

ດ້ານການນຳໃຊ້:

  • ນຳໃຊ້ແນວຄວາມຄິດ ແລະ ທິດສະດີດ້ານເສດຖະສາດເງິນຕາ ແລະ ການເງິນເຂົ້າໃນການວາງແຜນການຄຸ້ມຄອງວຽກງານການເງິນ ແລະ ງົບປະມານໃຫ້ສອດຄ່ອງກັບສະພາບຕົວຈິງ
  • ວິເຄາະຜົນກະທົບຂອງການນຳໃຊ້ນະໂຍບາຍເສດຖະກິດພາກລັດຕໍ່ຕະຫຼາດເງິນ, ຕະຫຼາດທຶນ ຕະຫຼອດທັງລະບົບເສດຖະກິດໂດຍລວມຂອງປະເທດ ເພື່ອໃຫ້ສອດຄ່ອງກັບສະພາບການປ່ຽນແປງແວດລ້ອມສາກົນ.
  • ດຳເນີນການຄົ້ນຄວ້າທີ່ພົວພັນກັບຂົງເຂດງົບປະມານ, ການເງິນ ແລະ ນະໂຍບາຍເສດຖະກິດໄດ້ຢ່າງຄ່ອງແຄ້ວ ແລະ ມີວິທະຍາສາດໃນລະດັບທີ່ແນ່ນອນ.

ດ້ານທັກສະທາງສັງຄົມ:

  • ໃຫ້ຄຳປືກສາກ່ຽວກັບວຽກງານວິຊາການກ່ຽວຂ້ອງກັບການຄຸ້ມຄອງການເງິນ, ງົບປະມານ ແລະ ນະໂຍບາຍເສດຖະກິດ ຢ່າງມີຫຼັກການຈັນຍາບັນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແລະ ສັງຄົມ
  • ປະຕິບັດໜ້າທີ່ວຽກງານດ້ວຍມະນຸດສໍາພັນທີ່ດີ ແລະ ສອດຄ່ອງກັບລະບຽບກົດໝາຍ, ວັດທະ ນະທຳແລະ ຮິດຄອງປະເພນີອັນດີງາມຂອງຊາດ
ຈຸດປະສົງຂອງຫຼັກສູດ:
  • ມີ​ຄວາມ​ຮູ້ທີ່ເປັນເລີດໃນການປະກອບອາຊີບກ່ຽວກັບການ​ຄຸ້ມ​ຄອງ​​ເສດຖະກິດ, ການ​ເງິນ-ງົບ ປະມານ, ຕະຫຼາດ​ການ​ເງິນ, ສະ​ຖາ​ບັນ​ການ​ເງິນ ແລະ ສາຂາວິຊາສະເພາະອື່ນທີ່ກ່ຽວຂ້ອງ ທາງພາກລັດ,ເອກະຊົນ ແລະ ອົງການຈັດຕັ້ງສາກົນ​.​
  • ສາມາດນຳໃຊ້ຄວາມຮູ້ເຂົ້າໃນ​ການ​ຄຸ້ມ​ຄອງ​ຂອງ​ຂະ​ແໜງ​ເສດຖະກິດ - ການ​ເງິນງົບປະມານ, ຕະຫຼາດ​ການ​ເງິນ, ສະ​ຖາ​ບັນ​ການ​ເງິນ, ຄຸ້ມຄອງວຽກງານການເງິນໂຄງການ ແລະ ສາຂາວິຊາອື່ນໆທີ່ກ່ຽວຂ້ອງໃຫ້ມີປະສິດທິພາບ ເພື່ອໃຫ້ສອດຄ່ອງກັບທຸກລະບຽບການ ແລະ ນິຕິກຳຕ່າງໆໃນຂົງເຂດວຽກງານການເງິນ ພ້ອມທັງສືບຕໍ່ຮຽນຮູ້ຕະຫຼອດຊີວິດ.
  • ມີຈັນຍາບັນ, ຈັນຍາທຳໃນວິຊາຊີບ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມໃນການພັດທະນາເສດຖະກິດສັງຄົມທັງພາຍໃນ, ພາກພື້ນ ແລະ ສາກົນ.
ລາຍລະອຽດ: