NUOL Programs

ສາຂາ ພາສີ ແລະ ອາກອນ

thumb
ສາຂາ ພາສີ ແລະ ອາກອນ
ຫຼັກສູດ:
ສາຂາ ພາສີ ແລະ ອາກອນ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້:

  • ຈຳແນກທິດສະດີຫລັກການທາງດ້ານພາສີອາກອນ ໄດ້ຢ່າງເຫມະສົມໃນການປະຕິບັດວຽກງານທີ່ຕິດພັນກັບຂົງເຂດການພັດທະນາວາງແຜນ ເສດຖະກິດສັງຄົມ
  • ວາງແຜນການຈັດເກັບພາສີອາກອນໄດ້ຢ່າງຖືກຕ້ອງ ແລະ ມີປະສິດທິພາບ
  • ວິເຄາະບັນດາເອກະສານລາຍງານການເງິນໃຫ້ຖືກຕ້ອງຕາມມາດຕະຖານສາກົນດ້ານການລາຍງານການເງິນ ແລະ ຫລັກການກົດຫມາຍພາສີອາກອນ
  • ວິເຄາະບັນດາກົດຫມາຍໃນຂົງເຂດເສດຖະກິດເຂົ້າໃນນະໂຍບາຍດ້ານພາສີອາກອນ

ດ້ານການນຳໃຊ້: 

  • ໃຊ້ຄວາມຮູ້ທາງດ້ານບັນຊີ, ພາສີອາກອນໄປໃຊ້ໃນການກວດສອບ ແລະ ຮັບປະກັນໃຫ້ຖືກຕ້ອງຕາມມາດຕະຖານການກວດສອບ ໂດຍສະເພາະແຫນງການທີ່ກ່ຽວຂ້ອງກໍ່ຄືຂະແຫນງການພາສີອາກອນ.
  • ນຳໃຊ້ທິດສະດີພາສີອາກອນໄດ້ຢ່າງເຫມາະສົມໃນການປະຕິບັດວຽກງານທີ່ຕິດພັນກັບຂົງເຂດການພັດທະ ນາວາງແຜນ ເສດຖະກິດສັງຄົມ
  • ຜັນຂະຫຍາຍແນວທາງນະໂຍບາຍ ແລະ ວິທີແກ້ໄຂບັນຫາໃຫ້ສອດຄ່ອງກັບຫລັກການພາສີອາກອນ ປະຕິບັດນະໂຍບາຍການ ນຳເຂົ້າ ແລະ ສົ່ງອອກໃນວຽກງານການຂົນສົ່ງ ແລະ ຊິບປິ້ງຕາມຫລັກການຂອງພາສີອາກອນ

ດ້ານທັກສະ:

  • ນຳໃຊ້ພາສາຕ່າງປະເທດ ແລະ ເທັກໂນໂລຢີທີ່ທັນສະໄຫມເຂົ້າໃນການດຳເນີນວຽກງານພາສີອາກອນ ຢ່າງຄ່ອງແຄ້ວ ແລະ ມີວີທະຍາສາດ

ດ້ານທັກສະທາງສັງຄົມ:

  • ດຳເນີນການໃຫ້ຄຳປຶກສາດ້ານບັນຊີການເງິນເຂົ້າໃນວຽກງານພາສີອາກອນ ແລະ ເປີດກວ້າງການຮ່ວມມືກັບພາກພື້ນ ແລະ ສາກົນ.
  • ປະຕິບັດຈັນຍາບັນທາງດ້ານການເປັນນັກບັນຊີພາສີອາກອນ ແລະ ການກວດສອບຢ່າງເຂັ້ມງວດ
  • ເຮັດວຽກເປັນຫມູ່ຄະນະ ແລະ ແກ້ໄຂບັນຫາໃນວຽກງານພາສີອາກອນໄດ້ຢ່າງມີປະສິດທິພາບ

ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ

  • ອາຊີບດ້ານວິຊາການ: ຄູອາຈານສອນຢູ່ໃນລະດັບມະຫາວິທະຍາໄລ ແລະ ວິທະຍາໄລ, ນັກຄົ້ນຄວ້າໃຫ້ກັບສະຖາບັນວິໄຈ ແລະ ນັກວິຊາການສະເພາະດ້ານ.
  • ອາຊີບພະນັກງານລັດຖະກອນ: ລັດຖະກອນສຳຫລັບໜ່ວຍງານພາກລັດໃນລະດັບສູນກາງ ແລະ ໃນລະດັບ ທ້ອງຖິ່ນ ທີ່ປະກອບສ່ວນວຽກງານໃນຂົງເຂດບັນຊີການເງິນ, ພາສີອາກອນ ແລະ ການກວດສອບເຊັ່ນ: ກະຊວງການເງິນ, ກະຊວງອຸດສາຫະກຳການຄ້າ, ທະນາຄານ....
  • ອາຊີບພະນັກງານອົງການຈັດຕັ້ງສາກົນ: ເປັນພະນັກງານບໍລິຫານຜູ້ປະສານງານດ້ານການບັນຊີ, ພາສີອາກອນ ແລະ ກວດສອບເຊັ່ນ: ສະຖາບັນການເງິນຈຸລະພາກ, ບໍລິສັດທີ່ປຶກສາ ການບັນຊີ ແລະ ການກວດສອບ ແລະ ບັນດາທະນາຄານເອກະຊົນ.....
  • ອາຊີບໃນພາກເອກະຊົນ: ເປັນຜູ້ປະກອບການໃນຂົງເຂດການບັນຊີ, ພາສີ ແລະ ສາມາດເປັນພະນັກງານບໍລິຫານການເງິນໃນພາກເອກະຊົນ ໂດຍສະເພາະເປັນທີ່ປຶກສາທາງດ້ານພາສີອາກອນໄດ້
ຈຸດປະສົງຂອງຫຼັກສູດ:
  • ມີຄວາມຮູ້ທີ່ເປັນເລີດໃນການປະກອບອາຊີບກ່ຽວກັບການວາງແຜນຄຸ້ມຄອງ ແລະແກ້ໄຂບັນຫາວຽກງານການຈັດເກັບງົບປະມານ,  ວຽກງານການວາງແຜນລະບົບພາສີອາກອນ ແລະ ການຄຸ້ມຄອງລາຍຮັບລາຍຈ່າຍຂອງພາກລັດ,ເອກະຊົນ ແລະ ອົງການຈັດຕັ້ງສາກົນ.
  • ສາມາດນໍາໃຊ້ຄວາມຮູ້ເຂົ້າໃນການຄຸ້ມຄອງຂອງຂະແໜງເສດຖະກິດການເງິນງົບປະມານ, ການບັນຊີ, ການກວດສອບ ແລະ ສາຂາວິຊາອື່ນໆທີ່ກ່ຽວຂ້ອງໃຫ້ມີປະສິດທິພາບ ເພື່ອໃຫ້ສອດຄ່ອງກັບທຸກລະບຽບການ ແລະ ນິຕິກຳຕ່າງໆໃນຂົງເຂດວຽກງານການເງິນ ພ້ອມທັງສືບຕໍ່ຮຽນຮູ້ຕະຫຼອດຊີວິດ.
  • ມີຈັນຍາບັນ, ຈັນຍາທຳໃນວິຊາຊີບ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມໃນການພັດທະນາເສດຖະກິດສັງຄົມທັງພາຍໃນ, ພາກພື້ນ ແລະ ສາກົນ. 
ລາຍລະອຽດ: