NUOL Programs

ສາຂາ ການຄ້າ

thumb
ສາຂາ ການຄ້າ
ຫຼັກສູດ:
ສາຂາ ການຄ້າ
ລະດັບ:
  • ປະລິນຍາຕີຕໍ່ເນື່ອງ
ຄະນະ:
  • ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້:

ພາຍຫຼັງສຳເລັດຫຼັກສູດສາຂາວິຊານີ້ແລ້ວນັກສຶກສາຈະມີຄວາມຮູ້ໃນດ້ານ:

  • ນໍາໃຊ້ ທິດສະດີ, ຫຼັກການທາງດ້ານການຄ້າ, ການປະກອບກິດຈະການ ເພື່ອໃຫ້ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
  • ຄົ້ນຄວ້າ ດ້ານວິຊາການ ແບບປະລິມານ ແລະ ຄຸນນະພາບ ໃນຫົວຂໍ້ການຄ້າ ໄດ້ຢ່າງຄ່ອງແຄ້ວ ແລະ ມີວິທະຍາສາດໃນລະດັບທີ່ແນ່ນອນ.
  • ຜັນຂະຫຍາຍ ນະໂຍບາຍ, ກົດໝາຍ ແລະ ລະບຽບການຕ່າງໆ ທີ່ຕິດພັນກັບການຄ້າ ຢ່າງເປັນຮູບປະທໍາ

ດ້ານທັກສະ:

ພາຍຫຼັງສຳເລັດຫຼັກສູດສາຂາວິຊານີ້ແລ້ວນັກສຶກສາຈະມີທັກສະນະໃນດ້ານ:

  • ວິເຄາະ ບັນຫາທາງດ້ານການຄ້າ ໂດຍມີຫຼັກການ ແລະ ເຮັດວຽກເປັນໝູ່ຄະນະຢ່າງມີປະສິດທິພາບ.
  • ນຳ​ໃຊ້​ ເຕັກ​ໂນ​ໂລ​ຢີ​ຂໍ້ມູນຂ່າວ​ສານ​ ແລະ ພາສາຕ່າງປະເທດ ເຂົ້າໃນການສົ່ງເສີມການຄ້າ ແບບມືອາຊີບ
  • ສ້າງ ນະວັດຕະກຳທາງດ້ານການຄ້າເພື່ອໃຫ້ສອດຄ່ອງກັບສະພາບແວດລ້ອມທີ່ມີການປ່ຽນແປງໃໝ່ ແບບມືອາຊີບ

ດ້ານການນຳໃຊ້:

ພາຍຫຼັງສຳເລັດຫຼັກສູດສາຂາວິຊານີ້ແລ້ວນັກສຶກສາຈະສາມາດ:

  • ປະເມີນ ບັນຫາທາງ​ດ້ານ​​​​​​​​​​ການ​ຄ້າພາຍໃນ, ການຄ້າລະຫວ່າງປະເທດ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ
  • ນຳ​ໃຊ້ ຄວາມຮູ້ ແລະ ທັກສະທາງດ້ານການຄ້າ ແລະ ການລົງທຶນ ເຂົ້າໃນການປະກອບກິດຈະການຢ່າງມີປະສິດທິພາບ
ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສຳເລັດການສຶກສາ
  1. ສາມາດເຮັດວຽກຢູ່ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງໄດ້
  2. ສາມາດເຮັດວຽກກັບບໍລິສັດເອກະຊົນ ແລະ ອົງການສາກົນ ທີ່ຕິດພັນກັບການຄ້າໄດ້
  3. ສາມາດເຮັດທຸລະກິດການຄ້າສ່ວນຕົວ, ບໍລິສັດນຳເຂົ້າ-ສົ່ງອອກ ແລະ ບໍລິສັດທີ່ປຶກສາທາງດ້ານການຄ້າໄດ້.
  4. ສາມາດເປັນທີ່ປືກສາທາງດ້ານວິຊາການກ່ຽວກັບການຄ້າໄດ້ຢ່າງມືອາຊີບ ແລະ ສາມາດໄປຍົກລະດັບປະລິນຍາໂທ ພາຍໃນ ແລະ ຕ່າງປະເທດໄດ້.
ຈຸດປະສົງຂອງຫຼັກສູດ:
  • ຄວາມຮູ້ເປັນເລີດທາງດ້ານການຄ້າ ທັງພາຍໃນ ແລະ ຕ່າງປະເທດ ສາມາດເຮັດວຽກກັບພາກລັດ, ເອກະຊົນ, ອົງການຈັດຕັ້ງສາກົນ ແລະ ຂະແໜງການທີ່ກ່ຽວຂ້ອງໄດ້.
  • ສາມາດນໍາໃຊ້ທິດສະດີ, ຫຼັກການທາງດ້ານການຄ້າ ເຂົ້າໃນການວິເຄາະນະໂຍບາຍການຄ້າ ແລະ ການເຊື່ອມໂຍງກັບພາກພື້ນ, ສາມາດເຮັດຄົ້ນຄວ້າ ບັນຫາທີ່ກ່ຽວຂ້ອງໄດ້ຢ່າງມີວິທະຍາສາດ ແລະ ສາມາດສືບຕໍ່ຮຽນຮູ້ໄດ້ຕະຫຼອດຊີວິດ.
  • ຈັນຍາບັນໃນການປະກອບກິດຈະການທາງດ້ານການຄ້າ ທີ່ມີຄວາມຮັບຜິດຊອບຕໍ່ສັງຄົມສູງ ແລະ ສາມາດຮຽນຮຽນຮູ້ໄດ້ຕະຫຼອດຊີວິດ.
ລາຍລະອຽດ: