NUOL Programs

ສາຂາ ການບໍລິຫານທຸລະກິດທົ່ວໄປ

thumb
ສາຂາ ການບໍລິຫານທຸລະກິດທົ່ວໄປ
ຫຼັກສູດ:
ສາຂາ ການບໍລິຫານທຸລະກິດທົ່ວໄປ
ລະດັບ:
  • ປະລິນຍາຕີຕໍ່ເນື່ອງ
ຄະນະ:
  • ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້

  • ອະທິບາຍທິດສະດີ ແລະ ເຄື່ອງມືທາງດ້ານບໍລິຫານທຸລະກິດທີ່ມີປະສິດທິພາບ
  • ຮ່າງແຜນຍຸດທະສາດໃນການບໍລິຫານໃນອົງກອນທັງພາກລັດ ແລະ ເອກະຊົນໄດ້ຢ່າງມີປະສິດທິຜົນ
  • ໄຈ້ແຍກສະພາບແວດລ້ອມໃນການດຳເນີນທຸລະກິດ

ດ້ານການນຳໃຊ້

  • ປະເມີນການວາງແຜນ, ການແກ້ໄຂບັນຫາ ແລະ ການຕັດສິນໃຈໃນການປະຕິບັດວຽກງານຕົວຈິງ
  • ໝູນໃຊ້ຄວາມຮູ້ເຂົ້າໃນການຄຸ້ມຄອງ ແລະ ບໍລິຫານຈັດການແບບມືອາຊີບ
  • ຄິດຄົ້ນແນວຄິດທຸລະກິດ ແລະ ກໍ່ສ້າງກິດຈະການໃໝ່ໃຫ້ມີປະສິດທິພາບ.

ດ້ານທັກສະ: 

  • ການວາງແຜນການດໍາເນີນງານທາງທຸລະກິດ.
  • ກໍານົດທິດສະດີ ແລະ ຫຼັກການ ເຕັກນິກທີ່ໄດ້ຮຽນມານຳໃຊ້ເຂົ້າໃນການວິເຄາະ ແລະ ແກ້ໄຂບັນຫາຕົວຈິງຢ່າງມີປະສິດທິຜົນ
    ດ້ານທັກສະທາງດ້ານສັງຄົມ:
  • ສ້າງແບບແຜນວິທີການເຮັດວຽກເປັນໝູ່ຄະນະໄດ້ຢ່າງມີປະສິດທິພາບ
  • ຄິດຄົ້ນໃຫ້ຄຳປຶກສາແກ່ການປະກອບກິດຈະການເພື່ອພັດທະນາທຸລະກິດຢ່າງເປັນມືອາຊີບ ແລະ ມີຈັນຍາບັນ

ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ

  • ຜູ້ທີ່ຮຽນຈົບສາມາດໄປຍົກລະດັບຢູ່ສະຖາບັນຕ່າງປະເທດໃດກໍໄດ້ ຖ້າມີຄວາມຕ້ອງການ,
  • ຜູ້ທີ່ຮຽນຈົບສາມາດເຮັດວຽກການດ້ານການບໍລິຫານ  ໃນອົງກອນຂອງລັດ ເອກະຊົນ ແລະ ການລົງທຶນທັງພາຍໃນແລະຕ່າງປະເທດໄດ້ຢ່າງມີປະສິດທິຜົນ.
  • ສາມາດນຳໃຊ້ຄວາມຮູ້ ຄວາມສາມາດເຂົ້າໃນວຽກງານທາງດ້ານການບໍລິຫານໃນອົງກອນ ຂອງພາກລັດ, ເອກະຊົນ, ທຸລະກິດສ່ວນຕົວ ແລະ ສາກົນຕ່າງໆ.
ຈຸດປະສົງຂອງຫຼັກສູດ:
  • ຄວາມຮູ້ເປັນເລີດທາງດ້ານການຄ້າ ທັງພາຍໃນ ແລະ ຕ່າງປະເທດ ສາມາດເຮັດວຽກກັບພາກລັດ, ເອກະຊົນ, ອົງການຈັດຕັ້ງສາກົນ ແລະ ຂະແໜງການທີ່ກ່ຽວຂ້ອງໄດ້.
  • ສາມາດນໍາໃຊ້ທິດສະດີ, ຫຼັກການທາງດ້ານການຄ້າ ເຂົ້າໃນການວິເຄາະນະໂຍບາຍການຄ້າ ແລະ ການເຊື່ອມໂຍງກັບພາກພື້ນ, ສາມາດເຮັດຄົ້ນຄວ້າ ບັນຫາທີ່ກ່ຽວຂ້ອງໄດ້ຢ່າງມີວິທະຍາສາດ ແລະ ສາມາດສືບຕໍ່ຮຽນຮູ້ໄດ້ຕະຫຼອດຊີວິດ.
  • ຈັນຍາບັນໃນການປະກອບກິດຈະການທາງດ້ານການຄ້າ ທີ່ມີຄວາມຮັບຜິດຊອບຕໍ່ສັງຄົມສູງ ແລະ ສາມາດຮຽນຮຽນຮູ້ໄດ້ຕະຫຼອດຊີວິດ.
ລາຍລະອຽດ: