NUOL Programs

ສາຂາ ການຄຸ້ມຄອງເສດຖະກິດ

thumb
ສາຂາ ການຄຸ້ມຄອງເສດຖະກິດ
ຫຼັກສູດ:
ສາຂາ ການຄຸ້ມຄອງເສດຖະກິດ
ລະດັບ:
  • ປະລິນຍາຕີຕໍ່ເນື່ອງ
ຄະນະ:
  • ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້:

  • ອະທິບາຍຫລັກການເສດຖະສາດ ແລະ ການຄຸ້ມຄອງໄດ້ຢ່າງເໝາະສົມ ແລະ ສອດຄ່ອງກັບສະພາບເສດຖະກິດສັງຄົມ.
  • ໄຈ້ແຍກບັນຫາ ແລະ ສິ່ງທ້າທາຍຂອງການຄຸ້ມຄອງເສດຖະກິດສັງຄົມຂອງປະເທດ ແລະ ສາກົນໄດ້ຢ່າງເໝາະສົມ. 
    ດ້ານການນໍາໃຊ້:
  • ນໍາໃຊ້ທິດສະດີເສດຖະສາດ, ວິທະຍາສາດການເມືອງ ແລະ ການຄຸ້ມຄອງ ເຂົ້າໃນວຽກງານການພັດທະນາເສດຖະກິດສັງຄົມ ໃນລະດັບຈຸລະພາກ ແລະ ມະຫາພາກໄດ້ຢ່າງຄ່ອງແຄ່ວ.
  • ປະເມີນຜົນກະທົບ ແລະ ຄວາມມີປະສິດທິພາບຂອງນະໂຍບາຍການຄຸ້ມຄອງເສດຖະກິດ ແລະ ທຸລະກິດ ທັງໃນໄລຍະສັ້ນ ແລະ ໄລຍະຍາວຂອງປະເທດ.
  • ວາງແຜນການຄຸ້ມຄອງເສດຖະກິດສັງຄົມ ແລະ ທຸລະກິດ ໄດ້ຢ່າງເໝາະສົມ ແລະ ສອດຄ່ອງກັບການປ່ຽນແປງຂອງສະພາບແວດລ້ອມເສດຖະກິດສາກົນ.

ດ້ານທັກສະ: 

  • ຜັນຂະຫຍາຍທັກສະ ແລະ ຫລັກການຮຽນຮູ້ຕະຫລອດຊີວິດ ເຂົ້າໃນການດໍາລົງຊີວິດ ແລະ ການປະຕິບັດໜ້າທີ່ວຽກງານ. 
  • ໃຫ້ຄໍາປຶກສາກ່ຽວກັບວຽກງານການຄຸ້ມຄອງເສດຖະກິດ ແລະ ທຸລະກິດ ບົນພື້ນຖານຫລັກການຈັນຍາບັນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແລະ ສັງຄົມ.
  • ນໍາໃຊ້ທັກສະຄວາມເປັນຜູ່ນໍາ ແລະ ການເຮັດວຽກເປັນໝູ່ຄະນະ ເຂົ້າໃນການປະຕິບັດວຽກງານ, ການແກ້ໄຂບັນຫາຕົວຈິງຢ່າງມີປະສິດທິພາບ.
  • ນໍາໃຊ້ທັກສະທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ພາສາຕ່າງປະເທດ ເຂົ້າໃນການເຮັດວຽກຂົງເຂດການຄຸ້ມຄອງເສດຖະກິດສັງຄົມຕົວຈິງໄດ້ຢ່າງມືອາຊີບ. 

ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ

  • ນັກວິຊາການ: ຄູອາຈານສອນຢູ່ໃນລະດັບມະຫາວິທະຍາໄລ ແລະ ວິທະຍາໄລ, ນັກຄົ້ນຄວ້າໃຫ້ກັບສະຖາບັນວິໄຈ ແລະ ນັກວິຊາການສະເພາະດ້ານ.
  • ພະນັກງານລັດຖະກອນ: ລັດຖະກອນສຳຫລັບໜ່ວຍງານພາກລັດເປັນຕົ້ນແມ່ນກະຊວງການເງິນ, ທະນາຄານກາງ, ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງພະລັງງານ ແລະ ບໍ່ແຮ່  ໃນລະດັບສູນກາງ ແລະ ໃນລະດັບທ້ອງຖິ່ນ.
  •  ພະນັກງານອົງການຈັດຕັ້ງສາກົນ: ເປັນພະນັກງານບໍລິຫານຜູ່ປະສານງານດ້ານເສດຖະກິດ ແລະ ທຸລະກິດ ໃຫ້ກັບອົງການຈັດຕັ້ງສາກົນ ລວມທັງສາມາດເຮັດໜ້າທີ່ເປັນພະນັກງານວິຊາການໃຫ້ກັບອົງການຈັດຕັ້ງດັ່ງກ່າວໃນການພັດທະນາ ແລະ  ການຄຸ້ມຄອງເສດຖະກິດໃນລະດັບຈຸລະພາກ ແລະ ມະຫາພາກ.
  • ພະນັກງານພາກເອກະຊົນ: ເປັນຜູ່ປະກອບການໃນຂົງເຂດຂະແໜງເສດຖະກິດ, ການຄ້າ, ການລົງທຶນ ແລະ ທຸລະກິດ. ສາມາດເປັນພະນັກງານບໍລິຫານ ແລະ ວິຊາການໃນພາກເອກະຊົນ. 
ຈຸດປະສົງຂອງຫຼັກສູດ:
  • ສ້າງນັກສຶກສາໃຫ້ມີທັກສະການນໍາໃຊ້ເຄື່ອງມືເສດຖະສາດ ແລະ ການວິເຄາະທາງດ້ານປະລິມານ ໂດຍເນັ້ນໜັກໃສ່ຫົວຂໍ້ ແລະ ເຄື່ອງມືທີ່ໃຊ້ງານຕົວຈິງ.
  • ເປີດກວ້າງໂລກະທັດຂອງນັກສຶກສາ ເພື່ອນໍາໄປສູ່ການຄົ້ນຄິດ ແລະ ນໍາສະເໜີວິທີການແກ້ໄຂບັນຫາທີ່ສ້າງສັນ ສໍາລັບປະເດັນ ຫລື ບັນຫາທາງດ້ານເສດຖະກິດສັງຄົມປະຈຸບັນ ແລະ ສິ່ງທ້າທາຍໃນອະນາຄົດ.
  • ສ້າງທັກສະໃຫ້ນັກສຶກສາໃນການເຊື່ອມສານອົງຄວມຮູ້ເສດຖະສາດ, ວິທະຍາສາດການເມືອງ ແລະ ການຄຸ້ມຄອງ ໄດ້ຢ່າງກົມກຽວ ແລະ ເໝາະສົມ. 
ລາຍລະອຽດ: