NUOL Programs

ສາຂາ ຄຸ້ມຄອງການເງິນ ແລະ ນະໂຍບາຍເສດຖະກິດ

thumb
ສາຂາ ຄຸ້ມຄອງການເງິນ ແລະ ນະໂຍບາຍເສດຖະກິດ
ຫຼັກສູດ:
ສາຂາ ຄຸ້ມຄອງການເງິນ ແລະ ນະໂຍບາຍເສດຖະກິດ
ລະດັບ:
  • ປະລິນຍາຕີຕໍ່ເນື່ອງ
ຄະນະ:
  • ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້:

  • ປະເມີນແນວຄວາມຄິດທິດສະດີ ແລະ ຫຼັກການເສດຖະສາດທີ່ຕິດພັນກັບຂົງເຂດວຽກງານການເງິນ, ງົບປະມານ ແລະ ນະໂຍບາຍເສດຖະກິດໄດ້ເໝາະສົມ.
  • ພັນລະນາຜົນປະໂຫຍດຂອງການນຳໃຊ້ເຄື່ອງມືທາງເສດຖະສາດ ແລະ ຂໍ້ຈຳກັດຂອງເຄື່ອງໃນການຄຸ້ມຄອງວຽກງານການເງິນງົບປະມານ ແລະ ນະໂຍບາຍເສດຖະກິດ.

ດ້ານທັກສະ:

  • ນຳໃຊ້ທັກສະການຮຽນຮູ້ຕະຫຼອດຊີວິດເຂົ້າໃນການພັດທະນາທາງດ້ານວິຊາການ ແລະ ການປະກອບວິຊາຊີບ.
  • ໝູນໃຊ້ທັກສະຄວາມເປັນຜູ້ນຳ ແລະ ການເຮັດວຽກເປັນໝູ່ຄະນະເຂົ້າກັບການປະຕິບັດວຽກງານ, ການແກ້ໄຂບັນຫາຕົວຈິງຢ່າງມີປະສິດທິພາບ.    

ດ້ານການນຳໃຊ້:

  • ນຳໃຊ້ແນວຄວາມຄິດ ແລະ ທິດສະດີດ້ານເສດຖະສາດເງິນຕາ ແລະ ການເງິນເຂົ້າໃນການວາງແຜນການຄຸ້ມຄອງວຽກງານການເງິນ ແລະ ງົບປະມານໃຫ້ສອດຄ່ອງກັບສະພາບຕົວຈິງ
  • ວິເຄາະຜົນກະທົບຂອງການນຳໃຊ້ນະໂຍບາຍເສດຖະກິດພາກລັດຕໍ່ຕະຫຼາດເງິນ, ຕະຫຼາດທຶນ ຕະຫຼອດທັງລະບົບເສດຖະກິດໂດຍລວມຂອງປະເທດ ເພື່ອໃຫ້ສອດຄ່ອງກັບສະພາບການປ່ຽນແປງແວດລ້ອມສາກົນ.
  • ດຳເນີນການຄົ້ນຄວ້າທີ່ພົວພັນກັບຂົງເຂດງົບປະມານ, ການເງິນ ແລະ ນະໂຍບາຍເສດຖະກິດໄດ້ຢ່າງຄ່ອງແຄ້ວ ແລະ ມີວິທະຍາສາດໃນລະດັບທີ່ແນ່ນອນ.

ດ້ານທັກສະທາງສັງຄົມ:

  • ໃຫ້ຄຳປືກສາກ່ຽວກັບວຽກງານວິຊາການກ່ຽວຂ້ອງກັບການຄຸ້ມຄອງການເງິນ, ງົບປະມານ ແລະ ນະໂຍບາຍເສດຖະກິດ ຢ່າງມີຫຼັກການຈັນຍາບັນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແລະ ສັງຄົມ
     ປະຕິບັດໜ້າທີ່ວຽກງານດ້ວຍມະນຸດສໍາພັນທີ່ດີ ແລະ ສອດຄ່ອງກັບລະບຽບກົດໝາຍ, ວັດທະ ນະທຳແລະ ຮິດຄອງປະເພນີອັນດີງາມຂອງຊາດ

ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ

  • ອາຊີບດ້ານວິຊາການ: ຄູອາຈານສອນຢູ່ໃນລະດັບມະຫາວິທະຍາໄລ ແລະ ວິທະຍາໄລ, ນັກຄົ້ນຄວ້າໃຫ້ກັບສະຖາບັນວິໄຈ ແລະ ນັກວິຊາການສະເພາະດ້ານ.
  • ອາຊີບພະນັກງານລັດຖະກອນ: ລັດຖະກອນສຳຫລັບໜ່ວຍງານພາກລັດໃນລະດັບສູນກາງ ແລະ ໃນລະດັບທ້ອງຖິ່ນ ທີ່ປະກອບສ່ວນວຽກງານໃນຂົງເຂດເງິນຕາການເງິນ.
  • ອາຊີບພະນັກງານອົງການຈັດຕັ້ງສາກົນ: ເປັນພະນັກງານບໍລິຫານຜູ່ປະສານງານດ້ານເງິນຕາການເງິນໃຫ້ກັບອົງການຈັດຕັ້ງສາກົນ.
  • ອາຊີບໃນພາກເອກະຊົນ: ເປັນຜູ່ປະກອບການໃນຂົງເຂດທຸລະກິດການເງິນ ແລະ ສາມາດເປັນພະນັກງານບໍລິຫານການເງິນໃນພາກເອກະຊົນ ໂດຍສະເພາະການເງິນທຸລະກິດ. 
ຈຸດປະສົງຂອງຫຼັກສູດ:
  • ມີຄວາມຮູ້ທີ່ເປັນເລີດໃນການປະກອບອາຊີບກ່ຽວກັບການຄຸ້ມຄອງເສດຖະກິດ, ການເງິນງົບ ປະມານ, ຕະຫຼາດການເງິນ, ສະຖາບັນການເງິນ ແລະ ສາຂາວິຊາສະເພາະອື່ນທີ່ກ່ຽວຂ້ອງ ທາງພາກລັດ,ເອກະຊົນ ແລະ ອົງການຈັດຕັ້ງສາກົນ.
  • ສາມາດນຳໃຊ້ຄວາມຮູ້ເຂົ້າໃນການຄຸ້ມຄອງຂອງຂະແໜງເສດຖະກິດ  ການເງິນງົບປະມານ, ຕະຫຼາດການເງິນ, ສະຖາບັນການເງິນ, ຄຸ້ມຄອງວຽກງານການເງິນໂຄງການ ແລະ ສາຂາວິຊາອື່ນໆທີ່ກ່ຽວຂ້ອງໃຫ້ມີປະສິດທິພາບ ເພື່ອໃຫ້ສອດຄ່ອງກັບທຸກລະບຽບການ ແລະ ນິຕິກຳຕ່າງໆໃນຂົງເຂດວຽກງານການເງິນ ພ້ອມທັງສືບຕໍ່ຮຽນຮູ້ຕະຫຼອດຊີວິດ.
  • ມີຈັນຍາບັນ, ຈັນຍາທຳໃນວິຊາຊີບ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມໃນການພັດທະນາເສດຖະກິດສັງຄົມທັງພາຍໃນ, ພາກພື້ນ ແລະ ສາກົນ. 
ລາຍລະອຽດ: