NUOL Programs

ສາຂາ ການວາງແຜນພັດທະນາ

thumb
ສາຂາ ການວາງແຜນພັດທະນາ
ຫຼັກສູດ:
ສາຂາ ການວາງແຜນພັດທະນາ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະວິທະຍາສາດສິ່ງແວດລ້ອມ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້:
PLO1:ຈໍາແນກທິດສະດີແລະຫຼັກການດ້ານການວາງແຜນພັດທະນາເຂົ້າໃນການວາງແຜນພັດທະນາໄດ້
ແລະທຽບເທົ່າກັບພາກພື້ນແລະສາກົນ.
PLO2:ສັງລວມຄວາມຮູ້ດ້ານການປະເມີນຜົນກະທົບແບບຍຸດທະສາດໃນການວາງແຜນພັດທະນາໄດ້
ຢ່າງສອດຄ່ອງແລະເໝາະສົມຕາມທິດສີຂຽວແລະຍືນຍົງ.
ດ້ານການນຳໃຊ້:
PLO3:ນໍາໃຊ້ທິດສະດີແລະຫຼັກການດ້ານການວາງແຜນພັດທະນາເຂົ້າໃນການວາງແຜນພັດທະນາຕົວ
ເມືອງແລະຊົນນະບົດໄດ້ຢ່າງເປັນລະບົບແລະສອດຄ່ອງກັບສະພາບການປ່ຽນແປງໃໝ່.
PLO4:ສ້າງແຜນພັດທະນາຕົວເມືອງແລະຊົນນະບົດຕາມທິດສີຂຽວແລະຍືນຍົງ
PLO5:ວິເຄາະບັນຫາທ່າແຮງ, ຜົນກະທົບຕໍ່ສິ່ງແວດລ້ອມແບບຍຸດທະສາດຕໍ່ກັບແຜນພັດທະນາຢ່າງເປັນ
ລະບົບ ແລະ ຖືກຕ້ອງ
ດ້ານທັກສະ:
PLO6:ສະແດງອອກການມີທັກສະໃນການຮຽນຮູ້ຕະຫຼອດຊິວິດໃນການວາງແຜນພັດທະນາທັງຕົວເມືອງ 
ແລະ ຊົນນະບົດ
PLO7:ນໍາໃຊ້ເຕັກໂນໂລຊີເຂົ້າໃນການວາງແຜນພັດທະນາຢ່າງເປັນລະບົບແລະມີປະສິດທິພາບ
ດ້ານສັງຄົມ:
PLO8:ດໍາເນີນການສື່ສານພາສາອັງກິດ ແລະ ເຮັດວຽກເປັນໝູ່ຄະນະໄດ້ເປັນຢ່າງດີ, ໃຫ້ຄໍາປຶກສາດ້ານ
ການວາງແຜນພັດທະນາຢ່າງມີຄວາມຮັບຜິດຊອບແລະມີຈັນຍາບັນ.
PLO9:ສະແດງອອກການມີນໍ້າໃຈຮັກຊາດ,ຄວາມຮັບຜິດຊອບຕໍ່ກັບການອະນຸຮັກທໍາມະຊາດ ແລະ 
ສິ່ງແວດລ້ອມ
ອາຊີບທີ່ສາມາດປະກອບໄດ້ພາຍຫລັງສຳເລັດການສຶກສາ

  • ອາຊີບດ້ານວິຊາການ ແລະການສຶກສາວິໄຈ ເຊັ່ນ: ວິຊາການດ້ານການພັດທະນາ ແລະ ສິ່ງແວດລ້ອມ,ນັກວາງແຜນ, ວິເຄາະແຜນຍຸດທະສາດແລະ ອຶ່ນໆ.
  • ອາຊີບພະນັກງານລັດໃນສະຖາບັນການສຶກສາລະດັບຕ່າງໆ ໜ່ວຍງານອົງການຂອງລັດ ທີ່ກ່ຽວຂ້ອງກັບການວາງແຜນພັດທະນາຕົວເມືອງແລະຊົນນະບົດ, ກະຊວງແຜນການ ການລົງທຶນ, ກະຊວງສະຫວ້ດນການສັງຄົມ ແລະ ອົງການບໍລິຫານບ້ານ, ເມືອງ, ແຂວງ, ນະຄອນຫລວງ ຂອງສປປລາວ.
  • ອາຊີບໃນວົງທຸລະກິດ ເຊັ່ນ: ໂຄງການຕ່າງໆທີ່ຕິດພັນກັບການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ, ການພັດທະນາຊົນນະບົດ, ວາງແຜນພັດທະນາເສດຖະກິດຄົວເຮືອນ ແລະ ບໍລິສັດຕ່າງໆທີ່ກ່ຽວຂ້ອງ.
ຈຸດປະສົງຂອງຫຼັກສູດ:
  • ເພື່ອສ້າງບຸກຄະລະກອນໃຫ້ມີຄວາມເປັນເລີດໃນການປະກອບອາຊີບໃນສາຂາ ການວາງແຜນພັດທະນາ, ສາມາດ
    ນຳໃຊ້ທິດສະດີ ແລະ ຫຼັກການເຂົ້າໃນການວິເຄາະ, ປະເມີນ ແລະ ແກ້ໄຂບັນຫາທາງດ້ານການພັດທະທະນາຊຸມຊົນ, ພັດທະນາໃຫ້ເປັນເມຶອງ ແລະ ພັດທະນາທາງດ້ານເສດຖະກິດ  ສັງຄົມ.
  • ພັດທະນານັກສຶກໃຫ້ມີຄວາມສົນໃຈໃນການສະແຫວງຫາຄວາມຮູ້,ມີພິກໄຫວ, ມີຫົວຄິດປະດິດສ້າງ ແລະ ມີທັກ
    ສະດ້ານການຄົ້ນຄວ້າວິໄຈຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
  • ສ້າງໃຫ້ນັກສຶກສາມີຈັນຍາບັນ, ຈັນຍາທຳ, ມີຄວາມເປັນຜູ້ນໍາ, ບໍລິການສັງຄົມ, ຮັກຊາດ ແລະ ມີຄວາມ
    ຮັບຜິດຊອບຕໍ່ການອານຸລັກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ລາຍລະອຽດ: