NUOL Programs

ສາຂາ ວິທະຍາສາດສິ່ງແວດລ້ອມ

thumb
ສາຂາ ວິທະຍາສາດສິ່ງແວດລ້ອມ
ຫຼັກສູດ:
ສາຂາ ວິທະຍາສາດສິ່ງແວດລ້ອມ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະວິທະຍາສາດສິ່ງແວດລ້ອມ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້:
PLO1:ຈໍາແນກທິດສະດີ ແລະ ຫຼັກການ ທາງດ້ານວິທະຍາສາດສິ່ງແວດລ້ອມ ເພື່ອໝູນໃຊ້ເຂົ້າໃນການ    ວິເຄາະບັນຫາດ້ານສິ່ງແວດລ້ອມໃຫ້ໄດ້ຕາມມາດຖານແຫ່ງຊາດ, ມາດຖານພາກພື້ນ ແລະ ສາກົນ
PLO2:  ສັງລວມຄວາມຮູ້ ດ້ານວິທະຍາສາດ, ດ້ານການວິເຄາະ ແລະ ດ້ານການສະຫຼຸບຜົນທີ່ເປັນປະເດັນ,    ບັນຫາ ແລະ ຜົນກະທົບດ້ານສິ່ງແວດລ້ອມໄດ້ຢ່າງເປັນລະບົບ ແລະ ຖືກຕ້ອງ
ດ້ານການນໍາໃຊ້:
PLO 3:ນໍາໃຊ້ບັນດາເຄື່ອງມືທົດລອງດ້ານການວິເຄາະຄຸນນະພາບສິ່ງແວດລ້ອມແລະ ພັດທະນາການຄົ້ນຄວ້າທາງດ້ານວິທະຍາສາດເພື່ອໃຫ້ມີນັກວິທະຍາສາດສິ່ງແວດລ້ອມທີ່ມີຄຸນນະພາບ 
PLO 4: ວິເຄາະແຫຼ່ງທີ່ມາ, ສາເຫດ, ບັນຫາ ແລະ ຜົນກະທົບດ້ານສິ່ງແວດລ້ອມໄດ້ຢ່າງເປັນລະບົບ.
PLO 5: ປະເມີນຄຸນນະພາບສິ່ງແວດລ້ອມໃນລະດັບທ້ອງຖິ່ນ, ພາກພື້ນ ແລະ ສາກົນຢ່າງເປັນລະບົບ.
ດ້ານທັກສະ:
PLO 6:ສະແດງອອກການມີທັກສະໃນການວິເຄາະ ແລະ ປະເມີນຄຸນະພາບສິ່ງແວດລ້ອມຕາມຂັ້ນຕອນຂອງລະບົບໄດ້ຢ່າງເໝາະສົມ ແລະ ມີປະສິດທິພາບ
PLO7:ສະແດງອອກໃນການມີຫົວຄິດປະດິດສ້າງໃນການນຳໃຊ້ຄວາມຮູ້ເພື່ອແກ້ໄຂບັນຫາໃນການປະຕິບັດຕົວຈິງ
ດ້ານຄວາມສາມາດທາງສັງຄົມ:
PLO 8:ສະແດງອອກການມີທັກສະໃນການສື່ສານພາສາອັງກິດ ແລະ ເຮັດວຽກເປັນໝູ່ຄະນະໄດ້ຢ່າງມີປະສິດທິພາບ.
PLO 9: ຈັດຕັ້ງປະຕິບັດວຽກງານຢ່າງມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມສູງເພື່ອປະກອບສ່ວນຕາມທິດສີຂຽວ ແລະ ຍືນຍົງ

ອາຊີບທີ່ສາມາດປະກອບໄດ້ໄພາຍຫຼັງສຳເລັດການສຶກສາ

  • ອາຊີບດ້ານວິຊາການ ແລະ ການສຶກສາວິໄຈ ເຊັ່ນ: ນັກວິຊາການສິ່ງແວດລ້ອມ, ນັກວິໄຈ, ນັກວິເຄາະຄຸນນະພາບສິ່ງແວດລ້ອມ, ຜູ້ຄວບຄຸມທາງດ້ານເຄື່ອງມືການວິເຄາະສິ່ງແວດລ້ອມ ແລະ ອື່ນໆ
  • ອາຊີບພະນັກງານລັດ ໃນສະຖາບັນການສຶກສາລະດັບຕ່າງໆ ໜ່ວຍງານອົງການຂອງລັດທີ່ກ່ຽວຂ້ອງກັບສິ່ງແວດລ້ອມ ເຊັ່ນ: ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ, ແຂວງ, ນະຄອນຫລວງ ແລະ ກະຊວງຕ່າງໆຂອງລາວ. 
  • ອາຊີບໃນວົງການທຸລະກິດເຊັ່ນ: ບໍລິສັດທີ່ປືກສາສິ່ງແວດລ້ອມ, ດຳເນີນການລິການດ້ານຫ້ອງທົດລອງ
ຈຸດປະສົງຂອງຫຼັກສູດ:
  • ການວິເຄາະ ແລະ ການປະເມີນທາງວິທະຍາສາດສິ່ງແວດລ້ອມ ເປັນຕົ້ນ: ແຫຼ່ງທີ່ມາ, ຜົນກະທົບ ແລະ ບັນຫາຂອງສິ່ງແວດລ້ອມ ຢ່າງເປັນລະບົບ ແລະ ຖືກຕ້ອງ
  • ທັກສະການນໍາໃຊ້ເຄື່ອງມື ໃນການກວດວັດ, ວິເຄາະ ແລະ ປະເມີນຄຸນນະພາບສິ່ງແວດລ້ອມຢ່າງຊໍານິຊໍານານ ທັງພາຍໃນ, ພາກພື້ນ ແລະ ສາກົນ
  • ການນໍາໃຊ້ທິດສະດີ ແລະ ຫຼັກການ ທາງວິທະຍາສາດສິ່ງແວດລ້ອມ ເຂົ້າໃນການປ້ອງກັນ, ຫຼຸດຜ່ອນ ແລະ ແກ້ໄຂບັນຫາສິ່ງແວດລ້ອມ ຢ່າງມີຈັນຍາບັນ, ມີຈັນຍາທຳ, ມີພາວະຄວາມເປັນຜູ້ນໍາ ແລະ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ຂອງຕົນ ລວມທັງສັງຄົມ
ລາຍລະອຽດ: