NUOL Programs

ສາຂາວິຊາ ຄູພາສາລາວ-ວັນນະຄະດີ

thumb
ສາຂາວິຊາ ຄູພາສາລາວ-ວັນນະຄະດີ
ຫຼັກສູດ:
ສາຂາວິຊາ ຄູພາສາລາວ-ວັນນະຄະດີ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະສຶກສາສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້: ນັກສຶກສາສາມາດ:

  1. ອະທິບາຍເນື້ອໃນ, ທິດສະດີ ແລະ ຫຼັກການພາສາລາວ-ວັນນະຄະດີ (ໄວຍາກອນລາວ, ອັກສອນທໍາ, ພາສາປາລີ-ສັນສະກິດ, ການປະພັນ, ວັນນະຄະດີລາວ ແລະ ວັນນະຄະດີຕ່າງປະເທດ), ມີຄວາມຮູ້ດ້ານວິທະຍາສາດພື້ນຖານ, ການຮຽນຮູ້ຕະຫຼອດຊີວິດ ແລະ ການບໍລິການວິຊາການໃຫ້ແກ່ສັງຄົມ. 
  2. ຊີ້ແຈງດ້ານການຈັດການຮຽນ-ການສອນພາສາລາວ-ວັນນະຄະດີ, ມີຄວາມຮູ້ທາງດ້ານການຄົ້້ນຄວ້າວິທະຍາສາດ, ເຕັກໂນໂລຊີຂໍ້ມູນຂ່າວສານ

ດ້ານທັກສະ: 

  1. ປະຍຸກໃຊ້ເນື້ອໃນ, ທິດສະດີ ແລະ ຫຼັກການພາສາລາວ-ວັນນະຄະດີ ເຊັ່ນ: ໄວຍາກອນລາວ, ອັກສອນທໍາ, ພາສາປາລີ-ສັນສະກິດ, ການປະພັນ,  ວັນນະຄະດີລາວ ແລະ ວັນນະຄະດີຕ່າງປະເທດ .
  2.  ແກ້ໄຂບັນຫາການຮຽນ-ການສອນ, ໃຫ້ຄໍາແນະນໍາດ້ານການສິດສອນພາສາລາວ-ວັນນະຄະດີ.
  3. ຄົ້້ນຄວ້າວິທະຍາສາດ, ເຜີຍແຜ່ບໍລິການວິຊາການ, ການວາງແຜນ ແລະ ການແນະນໍາໃຫ້ແກ່ສະຖາບັນການສຶກສາ ລວມທັງຂະແໜງການຕ່າງໆທີ່ກ່ຽວຂ້ອງ. 

ດ້ານການນໍາໃຊ້: 

  1. ປະຕິບັດຫຼັກໄວຍາກອນລາວຢ່າງຖືກຕ້ອງ, ສະແດງລະຄອນ, ແຕ່ງກາບກອນ, ເພງ, ເລື່ອງສັ້ນ.
  2. ປະຕິບັດການຮຽນ-ການສອນ, ໃຫ້ການແນະນໍາ ແລະ ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ຜະລິດສື່ການສອນເຂົ້າໃນການຮຽນການສອນພາສາລາວ-ວັນນະຄະດີ.
  3. ເຜີຍແຜ່ການຄົ້້ນຄວ້າວິທະຍາສາດ ແລະ ບໍລິການວິຊາການໃຫ້ແກ່ສັງຄົມ ເຊັ່ນ: ການວາງແຜນ, ໃຫ້ການແນະນໍາດ້ານພາສາລາວ-ວັນນະຄະດີ, ແນະນໍາການຈັດການຮຽນການສອນໃຫ້ແກ່ສະຖາບັນການສຶກສາ  ລວມທັງຂະແໜງການຕ່າງໆກ່ຽວຂ້ອງ. 

ດ້ານທັກສະທາງສັງຄົມ: 

  1. ເຊື່ອມສານພົວພັນ-ສື່ສານ, ແລກປ່ຽນຂໍ້ມູນຂ່າວສານ, ຮຽນຮູ້ວັດທະນະທຳພາຍໃນ ແລະ ຕ່າງປະເທດ.
  2. ປະກອບສ່ວນຄວາມຮູ້ດ້ານວິຊາການທາງພາສາລາວ - ວັນນະຄະດີໃຫ້ແກ່ສັງຄົມ.
ຈຸດປະສົງຂອງຫຼັກສູດ:
  1. ສ້າງນັກສຶກສາໃຫ້ເປັນພົນລະເມືອງດີ, ມີນໍ້າໃຈຮັກຊາດ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນໃນອາຊີບ, ອະນຸຮັກ ແລະ ເສີມຂະຫຍາຍວັດທະນະທໍາຂອງຊາດ ແລະ ສາກົນ.
  2. ສ້າງນັກສຶກສາໃຫ້ມີຄວາມຮູ້ດ້ານພາສາລາວ-ວັນນະຄະດີ, ທັກສະການສິດສອນ​, ການຄົ້້ນຄວ້າວິ​ທະ​ຍາ​ສາດ, ​ການ​ບໍ​ລິ​ການ​ວິຊາ​ການ​ໃຫ້​ແກ່​ສັງ​ຄົມຕາມ​ 3 ​ລັກສະ​ນະ​ 5 ຫຼັກ​ມູນ​ຂອງ​ການ​ສຶກ​ສາ.
  3. ສ້າງນັກສຶກສາໃຫ້ມີທັກສະທາງສັງຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ພາສາລາວ-ວັນນະຄະດີ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ລາຍລະອຽດ: