NUOL Programs

ສາຂາວິຊາ ຈິດຕະວິທະຍາການສຶກສາ

thumb
ສາຂາວິຊາ ຈິດຕະວິທະຍາການສຶກສາ
ຫຼັກສູດ:
ສາຂາວິຊາ ຈິດຕະວິທະຍາການສຶກສາ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະສຶກສາສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້:

  1. ມີຄວາມຮູ້ທາງດ້ານເນື້ອໃນ, ທິດສະດີ, ຫຼັກການ, ວິທີການທາງຈິດຕະວິທະຍາເຊັ່ນ: ການບໍາບັດ - ຟື້ນຟູຈິດໃຈ, ການແນະແນວ, ໃຫ້ຄໍາປຶກສາ...
  2. ມີຄວາມຮູ້ໃນການຈັດການຄວາມແຕກຕ່າງລະຫວ່າງບຸກຄົນໃນສັງຄົມ. ທາງດ້ານຈິດຕະວິທະຍາການສຶກສາ
  3. ມີຄວາມຮູ້ທາງດ້ານການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ.
  4. ມີຄວາມຮູ້ດ້ານວິທະຍາສາດພື້ນຖານ, ການຮຽນຮູ້ຕະຫຼອດຊີວິດ ແລະ ການບໍລິການວິຊາການໃຫ້ແກ່ສັງຄົມ.

ດ້ານທັກສະ:

  1. ສາມາດອະທິບາຍເນື້ອໃນ, ທິດສະດີ, ວິທີການທາງຈິດຕະວິທະຍາ ເຊັ່ນ: ການບໍາບັດ - ຟື້ນຟູຈິດໃຈ, ການແນະແນວ, ໃຫ້ຄໍາປຶກສາ...
  2. ສາມາດວິເຄາະຄວາມແຕກຕ່າງລະຫວ່າງບຸກຄົນໃນສັງຄົມ.
  3. ສາມາດເຮັດການຄົ້ນຄວ້າວິທະຍາສາດ.
  4. ສາມາດບໍລິຫານວິຊາການ, ວາງແຜນ ແລະ ແນະນໍາໃຫ້ແກ່ສະຖາບັນການສຶກສາ ລວມທັງຂະແໜງການອື່ນໆທີ່ກ່ຽວຂ້ອງ.

ດ້ານການນໍາໃຊ້:

  1. ນໍາເອົາຄວາມຮູ້ດ້ານເນື້ອໃນ, ທິດສະດີ, ວິທີການທາງດ້ານຈິດຕະວິທະຍາ, ການແນະແນວ ແລະ ໃຫ້ຄໍາປຶກສາເຂົ້າໃນການດໍາລົງຊີວິດປະຈໍາວັນ.
  2. ສາມາດດໍາເນີນການຈັດໂຄງການແນະແນວ ແລະ ໃຫ້ຄໍາປຶກສາເພື່ອບໍລິການສັງຄົມ, ສະຖາບັນການສຶກສາ ລວມທັງຂະແໜງການ ອື່ນໆທີ່ກ່ຽວຂ້ອງ.
  3. ສາມາດເຮັດການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການໃຫ້ແກ່ສັງຄົມ, ໃຫ້ແກ່ສະຖາບັນການສຶກສາ ລວມທັງຂະແໜງການອື່ນໆທີ່ກ່ຽວຂ້ອງ.

ດ້ານທັກສະທາງສັງຄົມ:

  1.  ສາມາດພົວພັນ-ສື່ສານ, ແລກປ່ຽນຂໍ້ມູນຂ່າວສານ, ຮຽນຮູ້ວັດທະນະທໍາພາຍໃນ ແລະ ຕ່າງປະເທດ.
  2.  ສາມາດສະແດງຄວາມຄິດເຫັນດ້ານວິຊາການ, ແນະແນວ, ໃຫ້ຄໍາປຶກສາ, ເຜີຍແຜ່ຄວາມຮູ້ໃຫ້ກັບເພື່ອນຮ່ວມງານ ແລະ ຜູ້ອື່ນໆ ໃນສັງຄົມ.
  3. ສາມາດປັບຕົວເຂົ້າກັບສະພາບແວດລ້ອມ ແລະ ໃຊ້ຊີວິດຮ່ວມກັບຄົນອື່ນໃນສັງຄົມຢ່າງມີຄວາມສຸກ.
ຈຸດປະສົງຂອງຫຼັກສູດ:
  1. ສ້າງນັກສຶກສາໃຫ້ເປັນ​​ພົນລະເມືອງດີ, ມີນໍ້າໃຈຮັກຊາດ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນໃນອາຊີບ, ອະນຸຮັກ ແລະ ເສີມຂະຫຍາຍວັດທະນະທໍາ​ ​ຂອງຊາດ ແລະ ສາກົນ.
  2. ສ້າງນັກສຶກສາມີຄວາມຮູ້ດ້ານຈິດຕະວິທະຍາ, ການແນະແນວ, ໃຫ້ຄໍາປຶກສາ, ຄົ້້ນຄວ້າວິທະຍາສາດ, ບໍລິການວິຊາການໃຫ້ແກ່ສັງຄົມ ຕາມ 3 ລັກສະນະ 5 ຫຼັກມູນຂອງການສຶກສາ.
  3. ສ້າງນັກສຶກສາໃຫ້ມີທັກສະທາງສັງຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ຈິດຕະວິທະຍາ ສາມາດເຊື່ອມໂຍງກັບພາຍໃນ ແລະ ຕ່າງປະເທດ.
ລາຍລະອຽດ: