NUOL Programs

ສາຂາ ຄູວິທະຍາສາດການເມືອງ

thumb
ສາຂາ ຄູວິທະຍາສາດການເມືອງ
ຫຼັກສູດ:
ສາຂາ ຄູວິທະຍາສາດການເມືອງ
ລະດັບ:
  • ປະລິນຍາຕີຕໍ່ເນື່ອງ
ຄະນະ:
  • ຄະນະສຶກສາສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້: 

1) ມີຄວາມຮູ້ດ້ານທິດສະດີ, ເນື້ອໃນ, ຫຼັກການຂອງວິທະຍາສາດການເມືອງ ແລະ ມີຄວາມຮູ້ທາງດ້ານການຈັດການຮຽນ-ການສອນວິທະຍາສາດການເມືອງ

2) ມີຄວາມຮູ້ທາງດ້ານ ການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ, ການຮຽນຮູ້ຕະຫຼອດຊີວິດ ແລະ ການບໍລິການວິຊາການໃຫ້ແກ່ສັງຄົມ

ດ້ານທັກສະ: 

1) ສາມາດອະທິບາຍ, ສົມທຽບ, ໄຈ້ແຍກ ແລະ ສະຫຼຸບດ້ານທິດສະດີ, ເນື້ອໃນ, ຫຼັກການຂອງວິທະຍາສາດການເມືອງ.

2) ສາມາດຈັດການຮຽນ-ການສອນວິທະຍາສາດການເມືອງ, ດໍາເນີນການຄົ້ນຄວ້າວິທະຍາສາດ ແລະ ນໍາໃຊ້ເຕັກໂນໂລຊີຂໍ້ມມູນຂ່າວສານເຂົ້າໃນການຮຽນ-ການສອນ.

3) ສາມາດຈັດການ, ວາງແຜນໃນການບໍລິການວິຊາການໃຫ້ແກ່ສະຖາບັນ ແລະ ຂະແໜງການທີ່ກ່ຽວຂ້ອງ

ດ້ານການນໍາໃຊ້

1) ສາມາດສະຫຼຸບ, ສັງລວມ ທິດສະດີ, ເນື້ອໃນ, ຫຼັກການຂອງວິທະຍາສາດການເມືອງຢ່າງເປັນລະບົບ ແລະ ໝູນໃຊ້ເຂົ້າໃນຊີວິດປະຈໍາວັນ

2) ຈັດຕັ້ງການຮຽນ-ການສອນ, ໃຫ້ຄໍາແນະນໍາ ແລະ ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການຮຽນ-ການສອນວິທະຍາສາດການເມືອງ

3) ຄົ້ນຄວ້າວິທະຍາສາດ ແລະ ວາງແຜນໃນການບໍລິການວິຊາການໃຫ້ແກ່ສະຖາບັນການສຶກສາຕ່າງໆ ແລະ ສັງຄົມ.

ດ້ານທັກສະທາງສັງຄົມ:

1) ພົວພັນ, ສື່ສານ, ແລກປ່ຽນຂໍ້ມູນຂ່າວສານ, ຮຽນຮູ້ວັດທະນະທໍາທາງການເມືອງພາຍ ແລະ ຕ່າງ ປະເທດ.

2) ເຜີຍແຜ່ຄວາມຮູ້ທາງດ້ານວິທະຍາສາດການເມືອງໃຫ້ແກ່ສັງຄົມ

ຈຸດປະສົງຂອງຫຼັກສູດ:
  1. ສ້າງນັກສຶກສາໃຫ້ເປັນພົນລະເມືອງດີ, ມີນໍ້າໃຈຮັກຊາດ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນໃນອາຊີບ, ອະນຸຮັກ-ເສີມຂະຫຍາຍວັດທະນະທໍາຂອງຊາດ ແລະ ສາກົນ
  2. ສ້າງນັກສຶກສາໃຫ້ມີຄວາມຮູ້ດ້ານວິທະຍາສາດການເມືອງ, ທັກສະການສອນ, ຄົ້ນຄວ້າວິທະຍາສາດ ແລະ ການບໍລິການວິຊາການໃຫ້ສັງຄົມ ຕາມເນື້ອໃນ 3 ລັກສະນະ 5 ຫຼັກມູນຂອງການສຶກສາ
  3. ສ້າງນັກສຶກສາໃຫ້ມີທັກສະທາງສັງຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ວິທະຍາສາດການເມືອງ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ລາຍລະອຽດ: