NUOL Programs

ສາຂາ ຄູພາ​ສາ​ອັງ​ກິດ(ຕໍ່ເນື່ອງ)

thumb
ສາຂາ ຄູພາ​ສາ​ອັງ​ກິດ(ຕໍ່ເນື່ອງ)
ຫຼັກສູດ:
ສາຂາ ຄູພາ​ສາ​ອັງ​ກິດ(ຕໍ່ເນື່ອງ)
ລະດັບ:
  • ປະລິນຍາຕີຕໍ່ເນື່ອງ
ຄະນະ:
  • ຄະນະສຶກສາສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້: 

  1. ມີຄວາມຮູ້ທາງດ້ານເນື້ອໃນ, ທິດສະດີ ແລະ ຫຼັກການຂອງພາສາອັງກິດ ເຊັ່ນ: ການຟັງ, ເວົ້າ, ອ່ານ, ຂຽນ,ໄວຍະກອນ, ມີຄວາມຮູ້ທາງດ້ານການຈັດກາຮຽນ-ການສອນພາສາອັງກິດ, ມີຄວາມຮູ້ທາງດ້ານການຄົ້້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ.
  2. ມີຄວາມຮູ້ດ້ານວິທະຍາສາດພື້ນຖານ, ການຮຽນຮູ້ຕະຫຼອດຊີວິດ ແລະ ການບໍລິການວິຊາການໃຫ້ແກ່ສັງຄົມ. 

ດ້ານທັກສະ:

  1. ສາມາດອະທິບາຍເນື້ອໃນ, ທິດສະດີ ແລະ ຫຼັກການພາສາອັງກິດ ເຊັ່ນ: ການຟັງ, ເວົ້າ, ອ່ານ, ຂຽນ,   ໄວຍະກອນ, ສາມາດຈັດການຮຽນ-ການສອນ, ໃຫ້ຄໍາແນະນໍາໃນດ້ານການສິດສອນພາສາອັງກິດ.
  2. ສາມາດເຮັດການຄົ້້ນຄວ້າວິທະຍາສາດ.
  3. ສາມາດບໍລິການວິຊາການ, ວາງແຜນ ແລະ ແນະນໍາໃຫ້ແກ່ສະຖາບັນການສຶກສາ ລວມທັງຂະແໜງ ການອື່ນໆທີ່ກ່ຽວຂ້ອງ

ດ້ານການນໍາໃຊ້:

  1. ສາມາດ ຟັງ, ເວົ້າ, ອ່ານ, ຂຽນ,  ແລະ ໃຊ້ໄວຍະກອນພາສາອັງກິດໃນຊີວິດປະຈໍາວັນ.
  2. ສາມາດດໍາເນີນການຈັດການຮຽນ-ການສອນ, ໃຫ້ຄຳແນະນໍາ ແລະ ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນການຮຽນການສອນພາສາອັງກິດ. 
  3. ສາມາດຄົ້້ນຄວ້າວິທະຍາສາດ ແລະ ບໍລິການວິຊາການໃຫ້ແກ່ສັງຄົມ ເຊັ່ນ: ການວາງແຜນ, ໃຫ້ການແນະນໍາ ການຈັດການຮຽນ-ການສອນໃຫ້ແກ່ສະຖາບັນການສຶກສາລວມທັງຂະແໜງການອື່ນໆທີ່ກ່ຽວຂ້ອງ

ດ້ານທັກສະທາງສັງຄົມ:

  1. ສາມາດພົວພັນ-ສື່ສານ, ແລກປ່ຽນຂໍ້ມູນຂ່າວສານ, ຮຽນຮູ້ວັດທະນະທຳພາຍໃນ ແລະຕ່າງປະເທດ, ສາມາດເຜີຍແຜ່ຄວາມຮູ້ດ້ານວິຊາການທາງພາສາອັງກິດໃຫ້ແກ່ສັງຄົມ.
  2. ສາມາດປັບຕົວເຂົ້າກັບສະພາບແວດລ້ອມ ແລະ ໃຊ້ຊີວິດຮ່ວມກັບຄົນອື່ນຢ່າງມີຄວາມສຸກ.
ຈຸດປະສົງຂອງຫຼັກສູດ:
  1. ສ້າງນັກສຶກສາໃຫ້ເປັນ​​ພົນລະເມືອງດີ, ມີນໍ້າໃຈຮັກຊາດ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນໃນອາຊີບ, ອະນຸຮັກ ແລະ ເສີມຂະຫຍາຍວັດທະນະທໍາຂອງຊາດ ແລະ ສາກົນ.
  2. ສ້າງນັກສຶກສາໃຫ້ມີຄວາມຮູ້ດ້ານພາ​ສາ​ອັງກິດ, ທັກສະການສິດສອນ​, ການຄົ້້ນຄວ້າ ວິ​ທະ​ຍາ​ສາດ ແລະ        ​ການ​ບໍ​ລິ​ການ ​ວິຊາ​ການ​ໃຫ້​ແກ່​ສັງ​ຄົມຕາມ​ 3 ​ລັກ​ສະ​ນະ​ 5 ຫຼັກ​ມູນ​ຂອງ​ການ​ສຶກ​ສາ.
  3. ສ້າງນັກສຶກສາໃຫ້ມີທັກສະທາງສັງຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສາມາດເຊື່ອມໂຍງພາຍໃນ ແລະ ຕ່າງປະເທດ.
ລາຍລະອຽດ: