NUOL Programs

ສາຂາວິຊາ ພາສາຝຣັ່ງ

thumb
ສາຂາວິຊາ ພາສາຝຣັ່ງ
ຫຼັກສູດ:
ສາຂາວິຊາ ພາສາຝຣັ່ງ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະອັກສອນສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້

ສື່ສານເປັນພາສາຝຣັ່ງໃນ 4 ທັກສະໄດ້ທຽບເທົ່າກັບລະດັບ DELF B2 (CECRL).

ຈໍາແນກໄດ້ທິດສະດີພື້ນຖານຂອງວິຊາ: ການແປ, ການທ່ອງທ່ຽວ ແລະ ທຸລະກິດ.

ສົມທຽບໄດ້ຄວາມແຕກຕ່າງທາງດ້ານ ປະຫວັດສາດ, ພູມສາດ, ເສດຖະກິດ, ວັດທະນະທໍາ-ສັງຄົມຂອງປະເທດລາວ-ຝຣັ່ງ ແລະບັນດາປະເທດທີ່ໃຊ້ພາສາຝຣັ່ງໃນພາກພື້ນກໍຄືສາກົນ.

ດ້ານທັກສະ

ພົວພັນທາງການເວົ້າ-ການຂຽນໄດ້ດີໃນແຕ່ລະບໍລິບົດ. 

ໝູນໃຊ້ຄວາມຮູ້ທາງດ້ານວິຊາສະເພາະເຂົ້າໃນການປະກອບອາຊີບໃນຂະແໜງການຕ່າງໆ.

ວິເຄາະບັນຫາ ຫລື ສະຖານະການ, ມີໄຫວພິບໃນການແກ້ໄຂບັນຫາສະເພາະຫນ້າ ແລະປັບຕົວເຂົ້າກັບສະພາບການຕົວຈິງໄດ້ດີ.

ດ້ານການນໍາໃຊ້

ຜັນຂະຫຍາຍຄວາມຮູ້ທາງດ້ານພາສາຝຣັ່ງ ເຂົ້າໃນຊີວິດປະຈໍາວັນ ແລະການປະກອບອາຊີບ.

ດ້ານທັກສະທາງສັງຄົມ

ສື່ສານກັບຜູ້ທີ່ນຳໃຊ້ພາສາຝຣັ່ງໃນສະຖານະການຕ່າງໆທາງສັງຄົມ.

ປະຕິບັດໜ້າທີ່ວຽກງານເປັນໝູ່ຄະນະຢ່າງມີຈັນຍາບັນ, ຈັນຍາທຳ ແລະ ຄວາມຮັບຜິດຊອບສູງ.

ເຜີຍແຜ່ຄວາມຮູ້ທາງດ້ານວິຊາສະເພາະຢ່າງມີຄວາມຮັບຜິດຊອບ, ປະກອບສ່ວນໃນການຊ່ວຍເຫຼືອ

ແລະພັດທະນາສັງຄົມດ້ວຍຄວາມສະໝັກໃຈ.

ຈຸດປະສົງຂອງຫຼັກສູດ:
  1. ມີຄວາມຮູ້, ຄວາມສາມາດ, ມີທັກສະທາງດ້ານພາສາຝຣັ່ງໂດຍເນັ້ນໃສ່ 4 ທັກສະ: ການຟັງ, ການເວົ້້າ, ການອ່ານ ແລະການຂຽນໃນລະດັບດີ (ລະດັບ DELF B2 ຂອງ CECRL);
  2. ມີທັກສະໃນການນໍາໃຊ້ ວິຊາການແປ, ພາສາຝຣັ່ງທຸລະກິດ ແລະພາສາຝຣັ່ງສໍາລັບການທ່ອງທ່ຽວເຂົ້າໃນການປະກອບອາຊີບໃນຂະແໜງການຕ່າງໆ;
  3. ມີຄວາມຮູ້ພື້ນຖານ ແລະ ທັກສະທາງດ້ານການຄົ້ນຄວ້າວິທະຍາສາດ;
  4. ໄດ້ຕາມ 3 ລັກສະນະ 5 ຫຼັກມູນຂອງການສຶກສາແຫ່ງຊາດ.
ລາຍລະອຽດ: