NUOL Programs

ສາຂາວິຊາ ການວາງແຜນ ແລະ ອອກແບບ ສະພາບແວດລ້ອມຜັງເມືອງ

thumb
ສາຂາວິຊາ ການວາງແຜນ ແລະ ອອກແບບ ສະພາບແວດລ້ອມຜັງເມືອງ
ຫຼັກສູດ:
ສາຂາວິຊາ ການວາງແຜນ ແລະ ອອກແບບ ສະພາບແວດລ້ອມຜັງເມືອງ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະສະຖາປັດຕະຍະກຳສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:
  • ມີຄວາມຮັກຊາດ ແລະ ຮີດຄອງປະເພນີວັດທະນະທຳຂອງຊາດ, ​ເຄົາ​ລົບ​ລະບຽບ​ກົດຫມາຍ​ຂອງ​ລັດທັດສະນະມະຫາຊົນທີ່ຖືກຕ້ອງໃນການເຮັດວຽກກັບອົງການ​ຈັດຕັ້ງຂອງ​ລັດ ​ແລະ ປະຊາຊົນ ໃນທ້ອງຖິ່ນ.
  • ມີຄວາມຮູ້ກ່ຽວກັບປັດຊະຍາ, ແນວຄວາມຄິດ, ທິດສະດີໃນການອອກແບບ ແລະ ວາງແຜນເພື່ອ ປະຍຸກໃຊ້ເຂົ້າໃນການແກ້ໄຂບັນຫາໃນການອອກແບບວາງແຜນຊຸມຊົນທັງຊົນນະບົດ ແລະຕົວເມືອງຕົວຈິງ
  • ມີຄວາມຮູ້ທາງດ້ານກົດຫມາຍ ແລະ ການປົກຄອງ, ມີຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ທີ່ກ່ຽວຂ້ອງກັບຂະແໜງການສິ່ງແວດລ້ອມ-ຜັງເມືອງ ເພື່ືອຜັນຂະຫຍາຍໃນການອອກແບບ ວາງແຜນ.
  • ມີຄວາມຮູ້ທາງດ້ານປະຫວັດສາດ-ວັດທະນະທຳຂອງລາວ, ຂອງພາກພື້ນ ແລະ ສາກົນ. ມີຄວາມຮູ້ທາງດ້ານປັດໄຈມະນຸດ ແລະ ສັງຄົມທີ່ພົວພັນກັບວຽກງານການວາງແຜນ ແລະ ອອກແບບ.
  • ມີຄວາມຮູ້ທາງດ້ານຫຼັກເສດຖະສາດ ແລະ ເສດຖະກິດທີ່ພົວພັນກັບວຽກງານການວາງແຜນ ແລະ ອອກແບບ. ມີຄວາມຮູ້ທາງດ້ານເຕັກໂນໂລຊີທີ່ເໝາະສົມ, ມີຄວາມຮູ້ກ່ຽວກັບຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອພັດທະນາຕົວເມືອງແລະຊົນນະບົດທີ່ມີຄວາມຍືນຍົງ.
  • ມີຄວາມສາມາດໃນການອອກແບບວາງແຜນ ດ້ວຍ​ຫົວຄິດ​ປະດິດ​ສ້າງ, ສາມາດນຳໃຊ້ເຕັກນິກ​ ແລະ​ເທັກ​ໂນ​ໂລ​ຊີ ​ໃນການອອກແບບວາງແຜນ ເຂົ້າໃຈ ການວິເຄາະ ແລະກຳນົດບັນຫາ, ຊອກຫາທາງເລືອກໃນການແກ້ໄຂບັນຫາ, ການຕີລາຄາ ທາງເລືອກດັ່ງກ່າວ ເພື່ອກ້າວໄປເຖິງຜົນການອອກແບບວາງແຜນ. ທີ່ສ້າງສັນສະພາບແວດລ້ອມສິ່ງປຸກສ້າງ ກໍຄື ສະຖາປັດ ຕະຍະກຳ ແລະ ຜັງເມືອງ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງຕ່າງໆໃນສັງຄົມ.
  • ມີຄວາມສາມາດໃນການນຳສະເໜີຄວາມຄິດຂອງຕົນດ້ວຍຄຳເວົ້າ, ການຂຽນ, ການແຕ້ມດ້ວຍມື, ດ້ວຍຄອມພິວເຕີ 2D ແລະ 3D, GIS, ຫຸ່ນຈຳລອງ ແລະ ການປະສົມປະສານສື່ຕ່າງໆເຫຼົ່ານີ້ ຢ່າງມີ ປະສິດທິພາບ.
  • ມີຄວາມສາມາດໃນການວິເຄາະ ເຊິ່ງປະກອບດ້ວຍ: ການວິເຄາະທາງສະຖິຕິ ເປັນຕົ້ນແມ່ນສະຖິຕິ ພັນລະນາ ແລະ ສະຖິຕິອ້າງອີງ 2 ຕົວປ່ຽນ, ແລະ ການວິເຄາະທາງດ້ານພື້ນທີ່ດ້ວຍເຕັກນິກພື້ນຖານ ຈົນເຖິງລະບົບ 
  • ມີຄວາມສາມາດໃນການຮຽນຮູ້ດ້ວຍຕົນເອງ ເພື່ອເສີມຂະຫຍາຍຄວາມຮູ້ໃໝ່ຢ່າງຕໍ່ເນື່ອງ (Continuing learning), ແລະ ມີຄວາມສາມາດໃນການຂຽນທາງດ້ານວິຊາການ.
ຈຸດປະສົງຂອງຫຼັກສູດ:
  1. ໃຫ້ຄວາມຮູ້ ແລະຄວາມສາມາດ​ທັງ​ທິດ​ສະ​ດີ​ ແລະ​ການ​ປະຕິບັດ​ຕົວຈິງທີ່​ກ່ຽວຂ້ອງ ​ແລະ​ຈຳ​ເປັນ​ສຳລັບ​ການ​ອອກ​ແບບ​ສະຖາປັດຕະຍະກຳ​ຜັງ​ເມືອງ
  2. ​ໃຫ້​ມີ​ພື້ນຖຖານ​ຄວາມ​ຮູ້​ທາງ​ວິທະຍາສາດ ​ເທັກ​ໂນ​ໂລ​ຊີ ພາສາ​ອັງກິດ ​ແລະ​ທັກ​ສະການ​ປະກອບ​ອາຊີບ​ຢ່າງ​ມີ​ປະສິດ​ທິ​ພາບ
  3. ​ໃຫ້​ມີ​ຄວາມ​ສາມາດ​ໃນ​ການ​ສື່ສານ​ກັບ​ບຸກຄົນ​ອື່ນໆ​ໄດ້​ຢ່າງ​ດີ ​ແລະ​ສາມາດ​ເຮັດ​ວຽກ​ເປັນ​ກຸ່ມ​ ແລະ​ຊຸມ​ຊົນ​ໄດ້
  4. ​ໃຫ້​ມີ​ຄຸນສົມບັດ​ສີນ​ທຳ​ປະຕິວັດ ​ແລະ​ຈັນ​ຍາ​ບັນ​ການ​ປະກອບ​ວິຊາ​ຊີບ ​ໂດຍ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ສັງຄົມ​ ແລະ​ສະພາບ​ແວດ​ລ້ອມ
  5. ​ເພື່ອ​ຜະລິດ​ບັນດິດ​ໃຫ້​ມີ​ຄຸນ​ລັກສະນະ​ດັ່ງ​ນີ້:
    • ຊອກ​ຮຽນ​ຮູ້(Self Learning) ໝາຍເຖິງ ຮັກຄວາມຮູ້ມຸ່ງສະແຫວງຫາຄວາມຮູ້ເພື່ອແກ້ໄຂບັນຫາແລະພັດທະນາຕົນເອງ
    • ມີຄວາມຄິດຢ່າງເປັນລະບົບ(Systematic Thinking)ໝາຍເຖິງພິຈາລະນາສິ່ງໃດສິ່ງໜື່ງໃຫ້ເຫັນພາບສິ່ງທີ່ເປັນອົງລວມ ແລະສາມາດວິເຄາະຄວາມສຳພັນ, ຄວາມເຊື່ອມໂຍງກັບອົງປະກອບຍ່ອຍໄດ້ຍ່າງຄວບຄຸມຄົບວົງຈອນແລະສາມາດເລືອກວິທີແກ້ໄຂບັນຫາຢ່າງເໝາະສົມ
    • ການສື່ສານແບບມືອາຊີບ(Effective Communication)ໝາຍເຖິງ ມີທັກສະໃນການຖ່າຍທອດຂໍ້ມູນນຳສະເໜີ,ຂ່າວສານ ລ່ວມເຖິງຄວາມສາມາດໃນການນຳໃຊ້ພາສາຕ່າງປະເທດແລະເທັກໂນໂລຊີໃນການສື່ສານ
    • ຄວາມເປັນມືອາຊີບ(Professionalism)ໝາຍເຖິງມີຄວາມຮູ້-ຄວາມສາມາດໃນວິຊາຊີບຢ່າງດີ ມີທັກສະໃນການປະຕິບັດວິຊາຊີບ ແລະພຶດຕິກຳຕາມຈັນຍາບັນວິຊາຊີບຢ່າງເຄັ່ງຄັດ
    • ມີຈິດສາທາລະນະ(Public Mind)ໝາຍເຖິງແລະຄຳໜື່ງເຖີງສ່ວນລ່ວມ ເປັນຈິດສຳນຶຶກທີ່ສ້າງສັນ ທີ່ເພື່ອເຜົນປະໂຫຍດສ່ວນລ່ວມ
ລາຍລະອຽດ: