NUOL Programs

ສາຂາວິຊາ ພາສາຝຣັ່ງສໍາລັບການທ່ອງທ່ຽວ

thumb
ສາຂາວິຊາ ພາສາຝຣັ່ງສໍາລັບການທ່ອງທ່ຽວ
ຫຼັກສູດ:
ສາຂາວິຊາ ພາສາຝຣັ່ງສໍາລັບການທ່ອງທ່ຽວ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະອັກສອນສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້

ສື່ສານເປັນພາສາຝຣັ່ງສະເພາະດ້ານການທ່ອງທ່ຽວທຽບເທົ່າກັບລະດັບ DELF B2 ແລະ ພາສາອັງກິດໃນຂັ້ນພື້ນຖານ ຫຼື ທຽບເທົ່າລະດັບA2. ເລືອກເຟັ້ນບັນດາໂປຣແກຣມເພື່ອນໍາໃຊ້ໃນການສ້າງສື່ໂຄສະນາ ແລະເຜີຍແຜ່ຜະລິດຕະພັນການທ່ອງທ່ຽວ.

ຈໍາແນກໄດ້ທິດສະດີ ແລະ ວິທີນໍາທ່ຽວຂອງການທ່ອງທ່ຽວປະເພດຕ່າງໆ: ການທ່ອງທ່ຽວແບບອານຸຮັກ, ແບບຍືນຍົງ, ແບບເປັນທໍາ, ແບບມີສ່ວນຮ່ວມ, ທິດສະດີກ່ຽວກັບການສ້າງຜະລິດຕະພັນ ແລະ ສ້າງແຜນການຕະຫຼາດການທ່ອງທ່ຽວ.

ຈໍາແນກໄດ້ປະຫວັດສາດ, ພູມສາດ, ວັດທະນະທໍາ, ຮິດຄອງປະເພນີ, ການເມືອງ, ເສດຖະກິດ-ສັງຄົມ ຂອງປະເທດລາວ, ພາກພື້ນ ແລະສາກົນ.

ດ້ານທັກສະ

ສື່ສານທາງການເວົ້າ-ການຂຽນ (ພົວພັນທາງໂທລະສັບ, ຂຽນ-ຕອບຈົດໝາຍເອເລັກໂຕນິກ, ສ້າງ ແລະ ເຜີຍແຜ່ສື່ໂຄສະນາທາງສິ່ງພິມ ແລະທາງອອນລາຍ, ສ້າງແຜນການນໍາທ່ຽວ;

ວິເຄາະບັນຫາ ຫລື ສະຖານະການ, ມີໄຫວພິບໃນການແກ້ໄຂບັນຫາສະເພາະຫນ້າ ແລະປັບຕົວເຂົ້າກັບສະພາບການຕົວຈິງໄດ້ດີ.

ໝູນໃຊ້ຄວາມຮູ້ທາງດ້ານປະຫວັດສາດ, ພູມສາດ, ວັດທະນະທໍາ-ສັງຄົມ ແລະເສດຖະກິດ-ການເມືອງເຂົ້າໃນການປະກອບອາຊີບໃນຂະແໜງການທ່ອງທ່ຽວ.

ດ້ານການນໍາໃຊ້

ນໍາໃຊ້ພາສາຝຣັ່ງສະເພາະດ້ານເຂົ້າໃນການນໍາທ່ຽວ.

ສ້າງຜະລິດຕະພັນ, ວາງແຜນການຕະຫຼາດ ແລະ ສ້າງສື່ໂຄສະນາຜ່ານທາງອອນລາຍ ແລະສິ່ງພິມ.

ດ້ານທັກສະທາງສັງຄົມ:

ສົ່ງເສີມການຖະນຸບຳລຸງ, ຟື້ນຟູ ແລະ ປົກປັກຮັກສາຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດ.

ເຜີຍແຜ່ຫຼັກການ, ທິດສະດີໃນຂະແໜງການທ່ອງທ່ຽວຢ່າງມີຄວາມຮັບຜິດຊອບ, ມີຄຸນນະທໍາ, ຈະລິຍະທໍາ, ມີຄວາມເສຍສະລະ, ມີຄວາມຮັບຜິດຊອບຕໍ່ສັງຄົມ, ປະກອບສ່ວນໃນການຊ່ວຍເຫຼືອ ແລະພັດທະນາສັງຄົມດ້ວຍຄວາມສະໝັກໃຈ.

ຈຸດປະສົງຂອງຫຼັກສູດ:
  1. ມີຄວາມຮູ້, ຄວາມສາມາດ, ມີທັກສະທາງດ້ານພາສາຝຣັ່ງໂດຍເນັ້ນໜັກໃສ່ 4 ທັກສະ: ການຟັງ, ການເວົ້້າ, ການອ່ານ ແລະ ການຂຽນໃນລະດັບດີ (ລະດັບ DELF B2 ຂອງ CECRL) ແລະມີທັກສະທາງພາສາອັງກິດໃນລະດັບພື້ນຖານ(A2).
  2. ມີທັກສະທາງດ້ານການນໍາທ່ຽວ, ສ້າງຜະລີດຕະພັນການທ່ອງທ່ຽວ ແລະ ວາງແຜນການຕະຫຼາດການທ່ອງທ່ຽວຢ່າງມີປະສິດຕິພາບ.
  3. ເປັນພົນລະເມືອງດີ, ເປັນບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່, ມີຄຸນສົມບັດ, ສິລະທຳ, ຈະລິຍະທຳ ແລະ ຈັນຍາບັນ.
ລາຍລະອຽດ: