NUOL Programs

ສາຂາວິຊາ ພາ​ສາ​ອັງ​ກິດ

thumb
ສາຂາວິຊາ ພາ​ສາ​ອັງ​ກິດ
ຫຼັກສູດ:
ສາຂາວິຊາ ພາ​ສາ​ອັງ​ກິດ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະອັກສອນສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້

ຈຳແນກດ້ທິດສະດີ-ຫຼັກການພາສາອັງກິດ​​ຢ່າງເລິກເຊິ່ງ.

ສົມທຽໄດ້ຄວາມແຕກຕ່າງ ທາງດ້ານວັດທະນະທຳລາວ, ອາຊີ ແລະ ຕາເວັນຕົກໃນການສື່ສານຢ່າງມີປະສິດຕິພາບ.

ດ້ານທັກສະ

ດຳເນີນການເຮັດວຽກເປັນກຸ່ມ, ການແກ້ໄຂບັນຫາສະເພາະໜ້າ, ການວາງແຜນ, ການຄົ້ນຄວ້າ ໄດ້ຢ່າງມີປະສິດທິພາບ

ໝູນໃຊ້ເທັກໂນໂລຊີເຂົ້າໃນໃນການປະກອບອາຊີບ ແລະ ການຄົ້ນຄວ້າຕ່າງໆ ໄດ້ເປັນຢ່າງດີ

ດ້ານການນຳໃຊ້

ຜັນຂະຫຍາຍ ພາສາອັງກິດ ເຂົ້າໃນການສື່ສານໂດຍສະເພາະແມ່ນການແປ (ແປປາກເປົ່າ ແລະ ແປ​​ ເອກະສານ), ການພົວພັນກັບຄົນຕ່າງປະເທດໃນທຸກໆຂົງເຂດວຽກງານຢູ່ໃນອົງກອນ ແລະ ການດຳລົງຊີວິດຢູ່ໃນສັງຄົມ.

ດັດປັບຄວາມສາມາດທາງດ້ານ ການຂຽນ, ການອ່ານ, ການເວົ້າ, ການຟັງ ພາສາອັງກິດ ເຂົ້າ​​ໃນການສື່ສານພາຍໃນປະເທດ, ລະດັບພາກພື້ນ ແລະ ສາກົນຢ່າງຄ່ອງແຄ່ວ.

ດ້ານສັງຄົມ

ປັບຕົວໃຫ້ແທດເໝາະກັບສະພາບແວດລ້ອມຕົວຈິງໄດ້ເປັນຢ່າງດີ

ປະຕິບັດຕົນໃຫ້ມີຄຸນສົມບັດດີ ແລະ ເປັນພົນລະເມືອງດີຂອງຊາດ ທີ່ພຽບພ້ອມໄປດ້ວຍຄຸນນະພາບສູງ

ປະຕິບັດໜ້າທີ່ວຽກງານຢ່າງມີຈັນຍາບັນ ຈັນຍາທຳ ແລະ ມີຄວາມຮັບຜິດຊອບສູງ

ຈຸດປະສົງຂອງຫຼັກສູດ:
  1. ມີຄວາມຮູ້, ຄວາມສາມາດ ແລະ ທັກສະ ທາງດ້ານພາສາອັງກິດໂດຍເນັ້ນໃສ່ 4 ທັກສະ ຮູ້ນຳໃຊ້ໄດ້ຢ່າງຖືກຕ້ອງ-ຄ່ອງແຄ້ວ ໃນລະດັບ B2 (CEFR).
  2. ມີຄວາມຮູ້ ແລະ ຄວາມສາມາດ ທາງດ້ານ ພາສາອັງກິດທົ່ວໄປ, ພາສາອັງກິດສະເພາະດ້ານ ແລະ ວັນນະກຳອັງກິດຢ່າງກວ້າງຂວາງເລິກເຊິ່ງ. 
  3. ຮູ້ນຳໃຊ້ພາສາອັງກິດເຂົ້າໃນ ການສື່ສານ, ການແປ, ການຂຽນບົດຄົ້ນຄວ້າວິທະຍາສາດຂັ້ນພື້ນຖານ, ການພັດທະນາ ເສດຖະກິດ-ສັງຄົມ.
  4. ໄດ້ຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາແຫ່ງຊາດ.
ລາຍລະອຽດ: