NUOL Programs

ສາຂາວິຊາ ການຄຸ້ມຄອງຊັບພະຍາກອນນໍ້າ

thumb
ສາຂາວິຊາ ການຄຸ້ມຄອງຊັບພະຍາກອນນໍ້າ
ຫຼັກສູດ:
ສາຂາວິຊາ ການຄຸ້ມຄອງຊັບພະຍາກອນນໍ້າ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະ ຊັບພະຍາກອນນໍ້າ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້:

- ຈໍາແນກທິດສະດີ, ຫຼັກການ ແລະ ແບບຈໍາລອງຕ່າງໆທີ່ນໍາໃຊ້ເຂົ້າໃນການວາງແຜນ ແລະ ຄຸ້ມຄອງຊັບພະຍາກອນນໍ້າ ຢ່າງມີປະສິດທິພາບ.

- ເຊື່ອມໂຍງ ທິດສະດີ ແລະ ຫຼັກການຕ່າງໆທີ່ໄດ້ຮຽນຮູ້ຈາກຫຼັກສູດການຄຸ້ມຄອງຊັບພະຍາກອນນໍ້າ ເຂົ້າໃນການວາງແຜນ ແລະ ຄຸ້ມຄອງນໍ້າໃຫ້ມີຄວາມຍືນຍົງ.

ດ້ານທັກສະ:

- ສະແດງການຄົ້ນຄິດຢ່າງເປັນລະບົບ ໃນການວາງແຜນ, ການແກ້ໄຂບັນຫາ ແລະ ການບໍລິຫານບຸກຄະລະກອນໃນອົງການຈັດຕັ້ງທຸກຂັ້ນ.

- ດໍາເນີນການເຮັດວຽກເປັນໝູ່ຄະນະ ໃນການຄົ້ນຄວ້າວິໄຈທາງດ້ານປະລິມານ ແລະ ຄຸນນະພາບຢ່າງເໝາະສົມ

- ນໍາໃຊ້ ທັກສະທາງດ້ານຄອມພີວເຕີ ແລະ ເຕັກໂນໂລຊີຕ່າງໆ ເຂົ້າໃນການເຮັດວຽກຕົວຈິງທີ່ກ່ຽວຂ້ອງກັບ ການວາງແຜນ, ຄຸ້ມຄອງ ແລະ ບໍລິຫານຈັດການຊັບພະຍາກອນນໍ້າ ຢ່າງມີປະສິດທິພາບສູງ ແລະ ເໝາະສົມ.

ດ້ານການນໍາໃຊ້:

-  ນໍາໃຊ້ຄວາມຮູ້ທີ່ໄດ້ຮຽນມາເຂົ້າໃນການວາງແຜນ ແລະ ຄຸ້ມຄອງຊັບພະຍາກອນນໍ້າໃຫ້ມີຄວາມຍືນຍົງ.

- ປະເມີນຜົນກະທົບຕ່າງໆຕໍ່ຄຸນນະພາບນໍ້າ ແລະ ປະລິມານການໃຊ້ນໍ້າໂດຍການໝູນໃຊ້ທິດສະດີ ແລະ ຫຼັກການຕ່າງໆທີ່ໄດ້ຮຽນຮູ້ຈາກຫຼັກສູດການຄຸ້ມຄອງຊັບພະຍາກອນນໍ້າ.

- ວິເຄາະຂໍ້ມູນ ແລະ ສະຖານະການທີ່ກ່ຽວຂ້ອງກັບໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ, ການປ່ຽນແປງສະພາບອາກາດ ແລະ ຄວາມຕ້ອງການ ການນໍາໃຊ້ນໍ້າເຂົ້າໃນການວາງແຜນ ແລະ ການພັດທະນາຊັບພະຍາກອນນໍ້າໃຫ້ມີຄວາມຍືນຍົງ.

ດ້ານທັກສະທາງສັງຄົມ:

- ປະຕິບັດ ໜ້າທີ່ກ່ຽວກັບ ການຄຸ້ມຄອງ, ບໍລິຫານຈັດການ, ແລະ ການນໍາໃຊ້ ຊັບພະຍາກອນນໍ້າ ຢ່າງມີຈັນຍາບັນ, ຈັນຍາທໍາ, ຄວາມຮັບຜິດຊອບ, ມະນຸດສໍາພັນທີ່ດີໃນການພົວພັນກັບຂະແໜງການຕ່າງໆທີ່ກ່ຽວຂ້ອງ,

- ສະແດງໃຫ້ເຫັນ ຄວາມມືນໍ້າໃຈຮັກຊາດ, ການແບ່ງປັນ ແລະ ຖ່າຍຖອດຄວາມຮູ້ ແລະ ທັກສະຕ່າງໆ ກ່ຽວກັບການວາງແຜນ ແລະ ຄຸ້ມຄອງຊັບພະຍາກອນນໍ້າ ໃຫ້ແກ່ຜູ້ອື່ນທີ່ສົນໃຈຢາກຮຽນຮູ້.

ຈຸດປະສົງຂອງຫຼັກສູດ:
  1. ເພື່ອສ້າງໃຫ້ນັກສຶກສາມີທັດສະນະຫຼັກໝັ້ນການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີແນວຄິດຮັກຊາດ, ຮັກລະບອບໃໝ່, ມີຄວາມຈົງຮັກພັກດີຕໍ່ພັກ ແລະລັດຖະບານ, ມີຄວາມສາມັກຄີບັນດາຊົນເຜົ່າ, ຮູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮູ້ຮັກ ແລະອະນຸຮັກວັດທະນະທໍາຮີດຄອງປະເພນີ ອັນດີງາມຂອງຊາດ ແລະ ມີຄວາມພູມໃຈໃນຄວາມເປັນຊາດລາວ.
  2. ເພື່ອສ້າງໃຫ້ນັກສຶກສາມີຄວາມຮູ້ທາງດ້ານວິຊາສະເພາະກ່ຽວກັບດ້ານການຄຸ້ມຄອງຊັບພະຍາກອນນໍ້າແບບຍືນຍົງ.
  3. ເພື່ອກໍ່ສ້າງພະນັກງານ ແລະ ນັກວິຊາການໃນຂະແໜງຊັບພະຍາກອນນໍ້າ, ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ.
  4. ເພື່ອໃຫ້ຜູ້ທີ່ສໍາເລັດການສຶກສາ ສາມາດເຮັດວຽກໃນບັນດາອົງການຈັດຕັ້ງຕ່າງໆ ທີ່ກ່ຽວຂ້ອງກັບການພັດທະນາ ແລະ ຄຸ້ມຄອງຊັບພະຍາກອນນໍ້າທັງພາຍໃນ ແລະ ຕ່າງປະເທດ.
  5. ຜູ້ທີ່ສໍາເລັດການສຶກສາຫຼັກສູດດັ່ງກ່າວນີ້ ຍັງສາມາດເຂົ້າສຶກສາຄົ້ນຄວ້າລົງເລິກຂະແໜງວິຊາ ຫຼື ສຶກສາຕໍ່ໃນລະດັບປະລິນຍາໂທໃນສາຂາວິຊາການຄຸ້ມຄອງຊັບພະຍາກອນນໍ້າທັງພາຍໃນ ແລະຕ່າງປະເທດໄດ້.
ລາຍລະອຽດ: