NUOL Programs

ສາຂາ ຄະນິດສາດ.

thumb
ສາຂາ ຄະນິດສາດ.
ຫຼັກສູດ:
ສາຂາ ຄະນິດສາດ.
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະວິທະຍາສາດທຳມະຊາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້:

  • ຈໍາແນກໄດ້ຄວາມຮູ້ທາງດ້ານທິດສະດີ ແລະ ຫຼັກການໃນສາຂາຄະນິດສາດ;
  • ຈໍາແນກບັນຫາ, ວິເຄາະບັນຫາ ແລະ ແກ້ບັນຫາຢ່າງໄດ້ຖືກຕ້ອງ ແລະ ມີເຫດມີຜົນ;

ດ້ານທັກສະ:

  • ເຮັດວຽກເປັນໝູ່ຄະນະໄດ້ຢ່າງມີຫົວຄິດປະດິດສ້າງ ແລະ ມີປະສິດຕິພາບ;
  • ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງຕໍ່ຕົນເອງ ແລະ ສ່ວນລວມ;

ດ້ານການນໍາໃຊ້:

  • ນຳໃຊ້ຄວາມຮູ້ທິດສະດີ ແລະ ຫຼັກການ ທາງດ້ານຄະນິດສາດເຂົ້າໃນການແກ້ໄຂບັນຫາໄດ້ຢ່າງມີປະສິດທິພາບ;
  • ວິເຄາະບັນຫາໄດ້ຢ່າງມີເຫດຜົນທີ່ຖືກຕ້ອງ ແລະ ຊັດເຈນ;
  • ສ້າງແບບຈໍາລອງທາງດ້ານຄະນິດສາດເຂົ້າໃນການຄົ້ນຄວ້າໄດ້;
  • ນໍາໃຊ້ຄະນິດສາດແກ້ບັນຫາທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ;

ດ້ານທັກສະທາງສັງຄົມ:

  • ປະຕິບັດໜ້າທີ່ວຽກງານຢ່າງມີຈັນຍາບັນຕາມທິດ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ, ມີພາວະການເປັນຜູ້ນໍາ ແລະ ສາມາດເຮັດວຽກເປັນໝູ່ຄະນະ, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ ແລະ ຮູ້ຮັກສາວັດທະນາທໍາອັນຈົບງາມຂອງຊາດ ມີແນວຄິດຮັກສາສິ່ງແວດລ້ອມ;
  • ພົວພັນ-ສື່ສານ ພາຍໃນ ແລະ ຕ່າງປະເທດໄດ້.

ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ

ຜູ້ຮຽນຈົບຫຼັກສູດປະລິນຍາຕີສາຂາ ຄະນິດສາດ ສາມາດປະກອບອາຊີບໄດ້ດັ່ງນີ້:

  1.  ອາຊີບດ້ານວິຊາການ ແລະ ການຄົ້ນຄວ້າວິທະຍາສາດທາງດ້ານຄະນິດສາດ ເຊັ່ນ: ຄູ-ອາຈານ, ນັກວິຊາການ, ນັກຄົ້ນຄວ້າໃນສາຂາຄະນິດສາດ, ຄະນິດສາດນໍາໃຊ້,
    ສະຖິຕິ, ວິທະຍາສາດຄອມພິວເຕີ, ຄູຄະນິດສາດ ແລະ ສາຂາອື່ນໆທີ່ກ່ຽວຂ້ອງໄດ້.
  2.  ອາຊີບພະນັກງານໃນອົງການຈັດຕັ້ງຕ່າງໆ ທັງພາກລັດ ແລະ ເອກະຊົນ ເຊັ່ນ: ສະຖາບັນການສຶກສາທີ່ກ່ຽວຂ້ອງວິຊາສະເພາະທາງດ້ານຄະນິດສາດ,
    ບັນດາຫ້ອງການ ແລະ ສູນ ໃນກະຊວງຕ່າງໆ, ບັນດາບໍລິສັດ ແລະ ລັດວິສາຫະກິດອື່ນໆ.
  3.  ອາຊີບອື່ນໆທີ່ກ່ຽວຂ້ອງ ເຊັ່ນ: ນັກຄົ້ນຄວ້າເອກະລາດ, ນັກວາງແຜນການ ແລະ ການລົງທຶນ, ນັກທຸລະກິດ-ການຄ້າ ອື່ນໆ.
ຈຸດປະສົງຂອງຫຼັກສູດ:
  • ເພື່ອສ້າງນັກວິຊາການໃນລະດັບປະລິນຍາຕີໃຫ້ມີຄວາມຮູ້, ຄວາມສາມາດ, ມີປະສົບການ ແລະ ມີຄວາມຊ່ຽວຊານຢ່າງໜັກແໜ້ນທາງດ້ານຄະນິດສາດ ພ້ອມທັງໃຫ້ຜູ້ຮຽນໄດ້ລົງເລິກກ່ຽວກັບການນໍາໃຊ້ຄະນິດສາດເຂົ້າໃນຂົງເຂດຕ່າງໆ;
  • ເພື່ອສ້າງນັກວິຊາການທາງດ້ານຄະນິດສາດໃນລະດັບປະລິນຍາຕີໃຫ້ມີຄວາມສາດ, ມີທັກສະ, ມີຫົວຄິດປະດິດສ້າງ ແລະ ສາມາດນໍາໃຊ້ຄະນິດສາດເຂົ້າໃນການວິເຄາະບັນຫາ ແລະ ການແກ້ບັນຫາທາງດ້ານເສດຖະກິດ-ສັງຄົມ ແລະ ການປະກອບອາຊີບຢ່າງມີປະສິດທິຜົນ;
  • ເພື່ອໃຫ້ຜູ້ຮຽນຈົບສາຂານີ້ສາມາດພັດທະນາຕົນເອງ ແລະ ສຶກສາຕໍ່ໃນລະດັບທີ່ສູງຂຶ້ນ ພ້ອມທັງສາມາດເຮັດການສຶກສາຄົ້ນຄວ້າວິທະຍາສາດທາງດ້ານຄະນິດສາດ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານ ແລະ ສັງຄົມໃນປັດຈຸບັນ;

ເພື່ອສ້າງໃຫ້ນັກສຶກສາມີຄວາມຊື່ສັດຕໍ່ຕົນເອງ ແລະ ຜູ້ອື່ນ, ມີຄວາມເປັນເອກະລາດໃນການຄົ້ນຄິດ, ມີຫົວຄິດປະດິດສ້າງ, ມີພາວະການເປັນຜູ້ນໍາ ແລະ ສາມາດເຮັດວຽກເປັນທີມງານ, ມີແບບແຜນດໍາລົງຊີວິດທີ່ຖືກຕ້ອງ, ມີທັດສະນະການເມືອງໜັກແໜ້ນ, ມີແນວຄິດຮັກຊາດ, ຮັກລະບອບໃໝ່, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ ແລະ ຮູ້ຮັກສາວັດທະນາທໍາອັນຈົບງາມຂອງຊາດ ມີແນວຄິດຮັກສາສິ່ງແວດລ້ອມ.

ລາຍລະອຽດ: