NUOL Programs

ສາຂາ ຄະນິດສາດ​ສຳລັບ ​​​ເສດຖະສາດ ແລະ ບໍລິຫານ​ທຸລະ​ກິດ

thumb
ສາຂາ ຄະນິດສາດ​ສຳລັບ ​​​ເສດຖະສາດ ແລະ ບໍລິຫານ​ທຸລະ​ກິດ
ຫຼັກສູດ:
ສາຂາ ຄະນິດສາດ​ສຳລັບ ​​​ເສດຖະສາດ ແລະ ບໍລິຫານ​ທຸລະ​ກິດ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະອັກສອນສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:
  • ດ້ານຄວາມຮູ້:  ມີຄວາມຮູ້ ແລະ ຄວາມເຂົ້າໃຈ ທາງດ້ານຫຼັກການ ແລະ ທິດສະດີ ທີ່ສໍາຄັນກ່ຽວກັບຄະນິດສາດ, ສາມາດວິເຄາະບັນຫາ, ສາມາດນໍາໃຊ້ຄວາມຮູ້ ແລະ ທັກສະທີ່ເໝາະສົມ ເຂົ້າໃນການແກ້ບັນຫາຕ່າງໆໄດ້, ສາມາດຕິດຕາມຄວາມກ້າວໜ້າ ແລະ ວິວັດທະນາການທາງວິຊາການ ແລະ ວິຊາຊີບຢ່າງຕໍ່ເນື່ອງໃຫ້ທັນກັບການປ່ຽນແປງທາງເທັກໂນໂລຊີໃໝ່ໆໃນປະຈຸບັນ, ສາມາດພັດທະ ນາຄວາມຮູ້, ຄວາມຊໍານານທາງວິຊາຊີບໄດ້ຢ່າງຕໍ່ເນື່ອງ ແລະ ຍັງສາມາດພັດທະນາຄວາມຮູ້ໃນສາຂາວິຊາອື່ນທີ່ກ່ຽວຂ້ອງກັບສາຂານີ້ໄດ້
  • ດ້ານທັກສະ:  ສາມາດນໍາຄວາມຮູ້ທາງພາກທິດສະດີ ແລະ ພາກປະຕິບັດມານໍາໃຊ້ກັບບັນຫາທີ່ກ່ຽວຂ້ອງທາງວິຊາການ ແລະ ວິຊາຊີບໄດ້, ສາມາດສຶກສາ, ຄົ້ນຄວ້າ,
    ຮວບຮວມ, ຕີຄວາມໝາຍ ແລະ ປະເມີນສະຖານະການເພື່ອໃຊ້ໃນການແກ້ບັນຫາຢ່າງສ້າງສັນ
  • ດ້ານການນໍາໃຊ້:  ສາມາດວິເຄາະຂໍ້ມູນ ໂດຍໃຊ້ຄະນິດສາດ ເພື່ອແກ້ບັນຫາທັງໃນວົງການວິຊາການ ແລະ ວິຊາຊີບໄດ້ຢ່າງເໝາະສົມ ແລະ ມີປະສິດທິພາບ
  • ດ້ານທັກສະທາງສັງຄົມ:  ສາມາດຄິດພິນິດ ພິຈາລະນາ ຢ່າງເປັນລະບົບ, ມີວິໄນ, ກົງຕໍ່ເວລາ ພ້ອມທັງມີຄວາມຮັບຜິດຊອບຕໍ່ຕົວເອງ ແລະ ສັງຄົມ, ສາມາດເຮັດວຽກຮ່ວມກັບຄົນອື່ນໄດ້, ສາມາດປະເມີນ ແລະ ປັບປຸງຕົວເອງໃນການປະຕິບັດວຽກງານໃຫ້ມີປະສິດທິພາບ, ມີຈັນຍາບັນທາງວິຊາການ ແລະ ວິຊາຊີບ, ເຄົາລົບຂໍ້ກໍານົດ ກົດລະບຽບຕ່າງໆ ຂອງອົງກອນ ແລະ ສັງຄົມ, ມີພາວະຄວາມເປັນຜູ້ນໍາ ແລະ ຜູ້ຕາມ
  • ອາຊີບ ທີ່ສາມາດປະກອບໄດ້:  ພາຍຫຼັງສໍາເລັດການສຶກສາໃນຫຼັກສູດສາຂາວິຊານີ້ແລ້ວນັກສຶກສາຈະສາມາດປະກອບອາຊີບໄດ້ດັ່ງນີ້
    • ວິຊາການ: ຄູ-ອາຈານ, ນັກວິຊາການ, ນັກວິເຄາະ, ນັກວິໄຈ ແລະ ອື່ນໆ
    • ພະນັກງານລັດ: ສະຖາບັນການສຶກສາຕ່າງໆ, ໜ່ວຍງານອົງກອນລັດທີ່ກ່ຽວຂ້ອງກັບການນໍາໃຊ້ຄະນິດສາດເຂົ້າໃນການບໍລິຫານຕ່າງໆ, ເສດຖະກິດ, ການຄ້າ, ການບັນຊີ, ການລົງທຶນ ແລະ ການບໍລິຫານຈັດການອື່ນໆ
    • ວົງການທຸລະກິດ: ວຽກງານດ້ານທະນາຄານ ແລະ ສະຖາບັນການເງິນຕ່າງໆ
    • ວຽກງານອື່ນໆທີ່ໃຊ້ທັກສະຄວາມຮູ້ທາງດ້ານຄະນິດສາດການນໍາໃຊ້.
ຈຸດປະສົງຂອງຫຼັກສູດ:
  • ເພື່ອຜະລິດຊັບພະຍາກອນດ້ານບຸກຄົນທີ່ມີຄຸນລັກສະນະຕໍ່ໄປນີ້
  • ມີຄວາມສາມາດທາງວິຊາການທັງ ພາກທິດສະດີ ແລະ ພາກການນໍາໃຊ້ ສາມາດນໍາຄວາມຮູ້ໄປນໍາໃຊ້ເຂົ້າໃນເຫດການຈິງໄດ້ຢ່າງກວ້າງຂວາງ ແລະ ກໍ່ໃຫ້ເກີດປະໂຫຍດຕໍ່ປະເທດຊາດກໍຄືສັງຄົມ
  • ມີຄວາມຮູ້ທາງຄະນິດສາດ ເພື່ອນໍາໃຊ້ເຂົ້າໃນການວາງແຜນ, ບໍລິຫານຈັດການ, ວິເຄາະ, ວິໄຈທາງດ້ານວິຊາການ ໃນລະດັບປະເທດ ແລະ ສາກົນ
  • ມີຄວາມຮູ້-ຄວາມສາມາດທາງວິຊາການພຽງພໍທີ່ຈະສຶກສາຕໍ່ໃນລະດັບສູງໄດ້
  • ມີແນວຄິດລິເລີ່ມສ້າງສັນ, ມີເຫດຜົນ, ຄຸນນະທໍາ, ຈາລິຍະທໍາ, ຄວາມຮັບຜິດຊອບ ແລະ ເປັນຄົນດີທີ່ສັງຄົມຕ້ອງການ
  • ເພື່ອຕອບສະໜອງຄວາມຂາດແຄນຊັບພະຍາກອນມະນຸດ ດ້ານຄະນິດສາດການນໍາໃຊ້ ຂອງທັງພາກລັດ ແລະ ເອກະຊົນ
ລາຍລະອຽດ: