NUOL Programs

ສາຂາ ຟີຊິກສາດ

thumb
ສາຂາ ຟີຊິກສາດ
ຫຼັກສູດ:
ສາຂາ ຟີຊິກສາດ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະວິທະຍາສາດທຳມະຊາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:
  • ດ້ານ​ຄວາມ​ຮູ້:
    • PLO1 ອະທິບາຍທິດສະດີ ແລະ ຫຼັກການທາງດ້ານຟີຊິກສາດ ເພື່ອແກ້ໄຂບັນຫາທາງຟີຊິກຢ່າງເປັນລະບົບໂດຍໃຊ້ຄວາມຮູ້ພື້ນຖານທາງຟີຊິກລວມເຖິງຫລັກການທາງດ້ານວິທະຍາສາດຢ່າງເໝາະສົມ.
    • PLO2 ເຊື່ອມໂຍງທີດສະດີທາງດ້ານຟີຊິກສາດ ເຂົ້າໃນຂະແໜງການວິທະຍາສາດອື່ນໆ ໄດ້ຢ່າງຖືກຕ້ອງຊັດເຈນຕາມຈຸດປະສົງ ແລະ ເປັນທີ່ຍອມຮັບທາງດ້ານວິທະຍາສາດບົນພື້ນຖານຄວາມປອດໄພ.
  • ດ້ານ​ທັກ​ສະ:
    • PLO3 ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ຂໍ້ມູນຂ່າວສານ ເຂົ້າໃນການແກ້ໄຂບັນຫາຕ່າງໆໃນອົງກອນທາງພາກລັດ, ເອກະຊົນ ແລະ ທຸລະກິດສ່ວນຕົວ.
    • PLO4 ສະແດງການມີຄວາມຄິດຄວາມເຫັນຢ່າງສ້າງສັນ, ການມີລະບຽບວິໃນ, ການປະເມີນໄຈ້ແຍກ ແລະ ການດໍາເນີນການຄົ້ນຄວ້າວິທະຍາສາດ.
  • ດ້ານນຳ​ໃຊ້:
    • PLO5 ໃຊ້ທິດສະດີ ແລະ ຫຼັກການ ການທົດລອງຕົວຈິງ ເຂົ້າໃນການແກ້ໄຂບັນຫາທາງວີທະຍາສາດເພື່ອໃຫ້ແທດເໝາະກັບລັກສະນະຂອງວຽກງານໃນຊີວິດປະຈຳວັນ.
    • PLO6 ໝູນໃຊ້ຄວາມຮູ້ທາງດ້ານຟີຊິກສາດເພື່ອເຊື່ອມໂຍງເຂົ້າໃນວຽກງານດ້ານ ກະສິກຳ, ອຸດສາຫະກຳ, ພະລັງງານ ແລະ ນະວັດຕະກຳ.
    • PLO7 ສ້າງອຸປະກອນຕົ້ນແບບ ແລະ ລະບົບຄວບຄຸມ ເພື່ອເປັນທາງເລືອກໃໝ່ໃຫ້ແກ່ສັງຄົມໃນການສົ່ງເສີມແລະ ເພີ່ມສະມັດຕະພາບຂອງການຜະລິດໃຫ້ຫຼາຍຂຶ້ນ.
  • ດ້ານ​ຄວາມສາມາດ​ທາງ​ສັງ​ຄົມ :
    • PLO8 ປະຕິບັດໜ້າທີ່ໂດຍມີຄວາມຮັບຜິດຊອບສູງ, ມີຈັນຍາບັນ ແລະ ຈັນຍາທໍາທາງດ້ານວິຊາຊີບ, ມີພາວະຄວາມເປັນຜູ້ນໍາ, ມີຄວາມສາມາດຖ່າຍທອດຄວາມຮູ້ໃຫ້ແກ່ສັງຄົມ.
    • PLO9 ດໍາເນີນການ ຮຽນຮູ້ຕະຫຼອດຊີວິດ, ເຮັດວຽກເປັນໝູ່ຄະນະ, ຮັກສາຮີດຄອງປະເພນີ ແລະ ອານຸຮັກ ຊັບພະຍາກອນທໍາມະຊາດ.

ອາຊີບທີ່ສາມາດປະກອບໄດ້ ພາຍຫຼັງສໍາເລັດການສຶກສາ

  • ອາ​ຊີບ​ທາງ​ດ້ານ​ວິ​ຊາ​ການ ແລະ ການ​ວິ​ໄຈ ເຊັ່ນ: ເປັນຄູ-ອາ​ຈານ, ນັກ​ວິ​ຊາ​ການ, ນັກ​ວິ​ໄຈ.
  • ອາ​ຊີບ​ພະ​ນັກ​ງານ​ລັດ ເຊັ່ນ: ໃນ​ສະ​ຖາ​ບັນ​ການ​ສຶກ​ສາ​ໃນ​ລະ​ດັບ​ຕ່າງໆ, ບັນດາກະຊວງທີ່ມີຂະ     ແໜງການກ່ຽວຂ້ອງກັບຟີຊິກ, ສະຖານີໄຟ້າ, ເຂື່ອນໄຟຟ້າ, ສະຖານທີ່ທີ່ກ່ຽວຂ້ອງກັບພະລັງງານໄຟຟ້າ, ພະລັງງານທົດແທນ, ເຫຼົ່າ​ນີ້​ເປັນ​ຕົ້ນ.
  • ​ການປະກອບອາຊີບ​ທຸ​ລະ​ກິດ ເຊັ່ນ: ​ອຸດ​ສະ​ຫະ​ກຳ​ການ​ບໍ​ລິ​ການ, ທຸລະກິດທາງອຸປະກອນອີເລັກໂຕຣນິກ.
ຈຸດປະສົງຂອງຫຼັກສູດ:
  • ເພື່ອສ້າງ​ນັກສຶກສາ​​ໃຫ້​ເປັນຜູ້ສະຫງວນມັກໃນການຄົ້ນຄ້ວາຮ່ຳຮຽນວິທະຍາສາດ, ​ໃຫ້​ເປັນນັກວິຊາການ​ທາງ​ດ້ານ​ວິທະຍາສາດ, ມີຫົວຄິດປະດິດສ້າງ, ສາມາດວິເຄາະ ແລະ ແກ້ໄຂບັນຫາດ້ວຍເຫດ ດ້ວຍຜົນຕາມຫຼັກວິທະຍາສາດ. ຮູ້ນໍາໃຊ້​​ເຕັກ​ໂນ​ໂລ​ຊີເຂົ້າໃນວຽກງານຕົວຈິງ, ສາມາດຕິດຕາມຄວາມຈະເລີນກ້າວໜ້າທາງດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຢູ່ໃນພາກພື້ນ ແລະ ສາກົນ.
  • ສາມາດໝູນໃຊ້ຄວາມຮູ້ເຂົ້າໃນຂົງເຂດວຽກງານຕ່າງໆເຊັ່ນ: ຂະແໜງການວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ຂະແໜງການໄຟຟ້າ ແລະ ອີເລັກໂຕຣນິກ, ດ້ານພະລັງງານ, ດ້ານສິ່ງແວດລ້ອມ, ຂະແໜງອຸດສະຫະກໍາ ແລະ ສາມາດເປັນຄູສອນໄດ້.
  • ເປັນນັກຄົ້ນຄວ້າວິທະຍາສາດ ແລະ ສາມາດໄປສຶກສາຕໍ່ໃນລະດັບປະລິນຍາໂທ ຫຼື ປະລິນຍາເອກ ທີ່ສູງຂຶ້ນໄດ້ທັງພາຍໃນ ແລະ ຕ່າງປະເທດ.
ລາຍລະອຽດ: