NUOL Programs

ສາຂາ ວັດສະດຸສາດ

thumb
ສາຂາ ວັດສະດຸສາດ
ຫຼັກສູດ:
ສາຂາ ວັດສະດຸສາດ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະວິທະຍາສາດທຳມະຊາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:
    • ດ້ານຄວາມຮູ້:
      • PLO1 ອະທິບາຍທິດສະດີ ແລະ ຫຼັກການທາງດ້ານວັດສະດຸສາດ ເພື່ອແກ້ໄຂບັນຫາທາງອຸດສາຫະກໍາທີ່ກ່ຽວຂ້ອງກັບວັດສະດຸປະເພດຕ່າງໆ ແລະ ການສ້າງນະວັດຕະກໍາ.
      • PLO2 ຈໍາແນກທິດສະດີ ແລະ ຫຼັກການຂອງຂະບວນການຜະລິດ, ການເລືອກເຟັ້ນ, ການບໍາລຸງຮັກສາວັດສະດຸປະເພດຕ່າງໆ.
    • ດ້ານ​ທັກ​ສະ:
      • PLO3 ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ຂໍ້ມູນຂ່າວສານ ເຂົ້າໃນການແກ້ໄຂບັນຫາຕ່າງໆ ໃນອົງກອນທາງພາກລັດ, ເອກະຊົນ ແລະ ທຸລະກິດສ່ວນຕົວ.
      • PLO4 ສະແດງການມີຄວາມຄິດຄວາມເຫັນຢ່າງສ້າງສັນ, ການມີລະບຽບວິໃນ, ການປະເມີນໄຈ້ແຍກ ແລະ ການດໍາເນີນການຄົ້ນຄວ້າວິທະຍາສາດ.
    • ດ້ານນຳ​ໃຊ້:
      • PLO5 ໃຊ້ທິດສະດີ ແລະ ຫຼັກການ ການທົດລອງຕົວຈິງ ເຂົ້າໃນການພັດທະນາຄຸນສົມບັດ ຂອງຜະລິດຕະພັນ ເພື່ອໃຫ້ແທດເໝາະກັບລັກສະນະຂອງວຽກ ແລະ ການໃຊ້ງານ.
      • PLO6 ໝູນໃຊ້ຄວາມຮູ້ທາງດ້ານວັດສະດຸສາດ ເພື່ອພັດທະນາຜະລິດຕະພັນອັນໃໝ່ຮັບໃຊ້ສັງຄົມ, ການຄັດແຍກ ແລະ ການນໍາໃຊ້ວັດສະດຸຄືນ.
      • PLO7 ສ້າງວັດສະດຸຕົ້ນແບບ, ວັດສະດຸໝູນວຽນ ເພື່ອເປັນທາງເລືອກໃຫ້ແກ່ອຸດສາຫະກໍາ ການຜະລິດໃນການເພີ່ມຜະລິດຕະພັນໃຫ້ຫຼາກຫຼາຍໃນສັງຄົມ.
    • ດ້ານ​ຄວາມສາມາດ​ທາງ​ສັງ​ຄົມ :
      • PLO8 ປະຕິບັດໜ້າທີ່ໂດຍມີຄວາມຮັບຜິດຊອບສູງ, ມີຈັນຍາບັນ ແລະ ຈັນຍາທໍາທາງດ້ານວິຊາຊີບ, ມີພາວະຄວາມເປັນຜູ້ນໍາ, ມີຄວາມສາມາດຖ່າຍທອດຄວາມຮູ້ໃຫ້ແກ່ສັງຄົມ.
      • PLO9 ດໍາເນີນການ ຮຽນຮູ້ຕະຫຼອດຊີວິດ, ເຮັດວຽກເປັນໝູ່ຄະນະ, ຮັກສາຮີດຄອງປະເພນີ ແລະ ອານຸຮັກ ຊັບພະຍາກອນທໍາມະຊາດ.

    ອາຊີບທີ່ສາມາດປະກອບໄດ້ ພາຍຫຼັງສໍາເລັດການສຶກສາ

    • ບຸກຄະລະກອນທາງການສຶກສາໃນສະຖາບັນ ແລະ ມະຫາວິທະຍາໄລ.
    • ນັກວິທະຍາສາດປະຈໍາສະຖາບັນ ແລະ ສູນ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
    • ນັກວິໄຈປະຈໍາໜ່ວຍວິໄຈ ແລະ ພັດທະນາຂອງໜ່ວຍງານເອກະຊົນ ຫຼື ໂຮງງານອຸດສາຫະກໍາ.
    • ພະນັກງານບໍລິສັດເອກະຊົນ.
    • ຜູ້ປະກອບການທຸລະກິດສ່ວນຕົວ.
ຈຸດປະສົງຂອງຫຼັກສູດ:
  1. ເພື່ອໃຫ້ນັກສຶກສາມີຄວາມຮູ້ທາງດ້ານວັດສະດຸສາດ, ຂະບວນການຜະລິດ ແລະ ການພັດທະນາວັດສະດຸໃໝ່ ສາມາດປະຍຸກໃຊ້ວັດສະດຸໃຫ້ມີຄວາມເໜາະສົມກັບງານດ້ານຕ່າງໆ
  2. ເພື່ອໃຫ້ນັກສຶກສາມີຄວາມຮູ້ຄວາມສາມາດທາງດ້ານວັດສະດຸສາດພຽງພໍທີ່ຈະນໍາໄປສຶກສາຕໍ່ໃນລະດັບສູງຂຶ້ນ ຫຼື ນໍາໄປປະຕິບັດງານໄດ້ໃນອົງກອນຂອງລັດ, ລັດວິສາຫະກິດ ແລະ ເອກະຊົນ.
  3. ເພື່ອໃຫ້ນັກສຶກສາມີຄວາມສາມາດວິເຄາະ, ສຶກສາຄົ້ນຄວ້າ ແລະ ວິໄຈດ້ວຍຕົນເອງ, ມີຄວາມສົນໃຈ ແລະ ຕິດຕາມຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີຢ່າງສະໝໍ່າສະເໝີ.
  4. ສົ່ງເສີມໃຫ້ນັກສຶກສາມີຄວາມຄິດສ້າງສັນ, ມີຄວາມເປັນຜູ້ນໍາ ແລະ ສາມາດຮ່ວມວຽກງານກັບຄົນອື່ນໄດ້.
  5. ເພື່ອປູກຝັງຈິດສໍານຶກທາງດ້ານຄຸນນະທໍາ ແລະ ຈັນຍາບັນ, ຮູ້ຮັກສາຮີດຄອງປະເພນີ ແລະ ຮູ້ອະນຸຮັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
ລາຍລະອຽດ: