NUOL Programs

ສາຂາ ທໍລະນີຟີຊິກນໍາໃຊ້

thumb
ສາຂາ ທໍລະນີຟີຊິກນໍາໃຊ້
ຫຼັກສູດ:
ສາຂາ ທໍລະນີຟີຊິກນໍາໃຊ້
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະວິທະຍາສາດທຳມະຊາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:
  • ດ້ານ​ຄວາມ​ຮູ້:
    • PLO1 ອະທິບາຍທິດສະດີ ແລະ ຫຼັກການ ການສໍາຫຼວດທາງດ້ານ ທໍລະນີຟີຊິກ, ທໍລະນີສາດ ແລະ ລະບົບຂໍ້ມູນສາລະສົນເທດພູມີສາດ ເຂົ້າໃນວຽກງານສໍາຫຼວດຊັບພະຍາກອນໃຕ້ດິນ.
    • PLO2 ເລືອກເຟັ້ນ ວິທີການສໍາຫຼວດດ້ານທໍລະນີຟີຊິກແບບຕ່າງໆ ໃຫ້ສອດຄ່ອງກັບການສໍາຫຼວດດ້ານບໍ່ແຮ່, ທໍລະນີສາດ, ສິ່ງແວດລ້ອມ, ນໍ້າໃຕ້ດິນ ແລະ ວິສາວະກໍາທໍລະນີ.
  • ດ້ານ​ທັກ​ສະ:
    • PLO3 ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ຂໍ້ມູນຂ່າວສານ ເຂົ້າໃນການແກ້ໄຂບັນຫາຕ່າງໆໃນອົງກອນທາງພາກລັດ, ເອກະຊົນ ແລະ ທຸລະກິດສ່ວນຕົວ.
    • PLO4 ສະແດງການມີຄວາມຄິດຄວາມເຫັນຢ່າງສ້າງສັນ, ການມີລະບຽບວິໃນ, ການປະເມີນໄຈ້ແຍກ ແລະ ການດໍາເນີນການຄົ້ນຄວ້າວິທະຍາສາດ.
  • ດ້ານການ​ນຳ​ໃຊ້:
    • PLO5 ນໍາໃຊ້ທິດສະດີ ແລະ ຫຼັກການ ການສໍາຫຼວດດ້ານທໍລະນີຟີຊິກ ເຂົ້າໃນຂົງເຂດວຽກງານ ສໍາຫຼວດຫາແຫຼ່ງນໍ້າໃຕ້ດິນ, ທໍລະນີສາດ, ດ້ານແຮ່ທາດ ແລະ ຊັບພະຍາກອນໃຕ້ດິນອື່ນໆ.
    • PLO6 ຈໍາແນກການນໍາໃຊ້ອຸປະກອນການສໍາຫຼວດທາງດ້ານທໍລະນີສາດ, ທໍລະນີຟີຊິກ, ວິສາວະກໍາສາດ, ໂປຣແກຣມຄອມພິວເຕີ ແລະ ຕີຄວາມໝາຍຜົນຂອງການສໍາຫຼວດ.
    • POL7 ອອກແບບການສໍາຫຼວດ ດ້ານທໍລະນີຟີຊິກ ໃນການສໍາຫຼວດຫາແຮ່ທາດ, ໂຄງສ້າງດ້ານທໍລະນີສາດ, ວັດຖຸບູຮານ, ນໍ້າໃຕ້ດິນ, ວິສາວະກໍາທໍລະນີ, ສິ່ງແວດລ້ອມ ແລະ ຕິດຕາມການເຝົ້າລະວັງໄພພິບັດທໍາມະຊາດ.
    • ດ້ານ​ທັກ​ສະ​ທາງ​ສັງ​ຄົມ:
  •  ດ້ານ​ຄວາມສາມາດທາງ​ສັງ​ຄົມ:
    • PLO8 ປະຕິບັດໜ້າທີ່ໂດຍມີຄວາມຮັບຜິດຊອບສູງ, ມີຈັນຍາບັນ ແລະ ຈັນຍາທໍາທາງດ້ານວິຊາຊີບ, ມີພາວະຄວາມເປັນຜູ້ນໍາ, ມີຄວາມສາມາດຖ່າຍທອດຄວາມຮູ້ໃຫ້ແກ່ສັງຄົມ.
    • PLO9 ດໍາເນີນການ ຮຽນຮູ້ຕະຫຼອດຊີວິດ, ເຮັດວຽກເປັນໝູ່ຄະນະ, ຮັກສາຮີດຄອງປະເພນີ ແລະ ອານຸຮັກ ຊັບພະຍາກອນທໍາມະຊາດ.
ຈຸດປະສົງຂອງຫຼັກສູດ:
  • ໃຫ້ມີຄວາມຮູ້ພື້ນຖານທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີຂັ້ນພື້ນຖານເພື່ອໃຫ້ສາມາດວິເຄາະ ແລະ ແກ້ໄຂບັນຫາດ້ວຍວິທີການທາງວິທະຍາສາດ ສາມາດພັດທະນາດ້ານທາງວິຊາການໃຫ້ກ້າວສູ່ລະດັບຊາດ, ພາກພື້ນ ແລະ ສາກົນ.
  • ໃຫ້ເປັນຜູ້ສະຫງວນມັກໃນການຊອກຮູ້ຄົ້ນຄວ້າ ແລະ ຮ່ຳຮຽນ, ມີທັກສະໃນການສື່ສານ, ສາມາດເຮັດວຽກເປັນໝູ່-ຄະນະ, ມີຄຸນນະທຳ-ຈະລິຍະທຳ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ.
  • ໃຫ້ມີຄວາມຮູ້ດ້ານການສຳຫຼວດທາງດ້ານທໍລະນີຟີຊິກ ແລະ ສາມາດໝູນໃຊ້ເຂົ້າໃນວຽກງານຊອກຄົ້ນສຳຫຼວດໃນຂົງເຂດຕ່າງໆ ເພື່ອຮັບໃຊ້ແຜນຍຸດທະສາດການພັດທະນາເສດຖະກິດສັງຄົມຂອງຊາດ.
  • ໃຫ້ມີຄວາມຮູ້ ແລະ ຄວາມສາມາດທາງດ້ານວິທະຍາສາດພຽງພໍທີ່ຈະສຶກສາຕໍ່ໃນລະດັບສູງກວ່າປະລິນຍາຕີ.
ລາຍລະອຽດ: