NUOL Programs

ສາຂາ ເຄມີສິ່ງແວດລ້ອມ.

thumb
ສາຂາ ເຄມີສິ່ງແວດລ້ອມ.
ຫຼັກສູດ:
ສາຂາ ເຄມີສິ່ງແວດລ້ອມ.
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະວິທະຍາສາດທຳມະຊາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້:

  • ຈໍາແນກບັນດາທິດສະດີ, ຫຼັກການ ແລະ ພາກປະຕິບັດຕົວຈິງ;
  • ເຊື່ອມໂຍງທິດສະດີ, ຫຼັກການ ແລະ ພາກປະຕິບັດຕົວຈິງຢ່າງເປັນລະບົບເຂົ້າໃນການປະຕິບັດໜ້າທີ່ ແລະ ແກ້ໄຂບັນຫາທາງສິ່ງແວດລ້ອມ. 

ດ້ານທັກສະ:

  • ນຳໃຊ້ອຸປະກອນການທົດລອງ, ປຸງແຕ່ງທາດລະລາຍ, ການເກັບຕົວຢ່າງ ແລະ ວິທີການທົດລອງ;
  • ດຳເນີນການຄົ້ນຄ້ວາວິທະຍາສາດ, ເຮັດວຽກເປັນໝູ່ຄະນະ ແລະ ແກ້ໄຂບັນຫາສິ່ງແວດລ້ອມໃນລະດັບຕົ້ນ.

ດ້ານການນຳໃຊ້:

  • ນໍາໃຊ້ທິດສະດີ, ຫຼັກການທີ່ກ່ຽວຂ້ອງກັບຄວາມຮູ້ທາງເຄມີ ແລະ ສິ່ງແວດລ້ອມເຂົ້າໃນວຽກງານຕົວຈິງ;
  • ປະເມີນຜົນກະທົບທາງດ້ານສິ່ງແວດລ້ອມ ແລະ ປັບປຸງຄຸນະພາບສິ່ງແວດລ້ອມໃຫ້ດີຂຶ້ນ.

ດ້ານທັກສະທາງສັງຄົມ:

  • ປະຕິບັດວຽກງານທີ່ກ່ຽວຂ້ອງກັບເຄມີສິ່ງແວດລ້ອມຢ່າງມີຈັນຍາບັນ, ມີຄວາມຮັບຜິດຊອບສູງ, ເຮັດວຽກເປັນໝູ່ຄະນະ ແລະ ມີນໍ້າໃຈເສຍສະຫຼະເພື່ອສ່ວນລວມ;
  • ດຳເນີນການໃຫ້ຄໍາປຶກສາຄວາມຮູ້ດ້ານເຄມີສິ່ງແວດລ້ອມແກ່ພາກລັດ ແລະ ເອກະຊົນ.

ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ

ນັກສຶກສາທີ່ຮຽນຈົບຫຼັກສູດປະລິນຍາຕີສາຂາ ເຄມີສິ່ງແວດລ້ອມ ສາມາດປະກອບອາຊີບໄດ້ດັ່ງນີ້:

  • ອາຊີບດ້ານວິຊາການ ແລະ ການສຶກສາວິໄຈ ເຊັ່ນ: ນັກວິຊາການ, ນັກວິໄຈ, ນັກອະນຸລັກສິ່ງແວດລ້ອມ, ຄູ- ອາຈານ ແລະ ອື່ນໆ.
  • ອາຊີບພະນັກງານລັດ ໃນບັນດາກະຊວງການຕ່າງໆທີ່ກ່ຽວຂ້ອງ, ສະຖາບັນການສຶກສາລະດັບຕ່າງໆ, ໜ່ວຍງານອົງການຂອງລັດທີ່ກ່ຽວຂ້ອງກັບທາດເຄມີ ແລະ ສະພາບແວດລ້ອມ.
  • ອາຊີບໃນວົງການທຸລະກິດຕ່າງໆ, ໂຮງງານອຸດສາຫະກຳຜະລິດເຄື່ອງອຸປະໂພກ-ບໍລິໂພກ, ເປັນທີ່ປຶກສາດ້ານສິ່ງແວດລ້ອມ, ຫ້ອງທົດລອງທາງດ້ານສິ່ງແວດລ້ອມ, ບໍລິສັດຈໍາໜ່າຍ ອຸປະກອນທົດລອງ ແລະ ທາດເຄມີ.
ຈຸດປະສົງຂອງຫຼັກສູດ:
  • ເພື່ອສ້າງໃຫ້ນັກສຶກສາມີພື້ນຖານແນວຄິດ ຄຸນສົມບັດ, ມີຄວາມຮູ້ຄວາມສາມາດ, ມີທັກສະໃນດ້ານວິທະຍາ ສາດທາງທິດສະດີ, ການປະຕິບັດຕົວຈິງ, ການຄົ້ນຄວ້າວິໄຈ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ.
  • ເພື່ອໃຫ້ມີຄວາມຮູ້ພື້ນຖານທາງດ້ານເຄມີ ແລະ ການຄົ້ນຄວ້າວິໄຈທາງດ້ານສິ່ງແວດລ້ອມ ເຊັ່ນ: ການວິໄຈນໍ້າ, ດິນ, ອາກາດ ແລະ ແກ້ໄຂບັນຫາສິ່ງແວດລ້ອມໃຫ້ດີຂຶ້ນ.
  • ເພື່ອໃຫ້ນັກສຶກສາມີຄວາມຮູ້ ແລະ ຄວາມສາມາດພຽງພໍທີ່ຈະນໍາໄປປະກອບອາຊີບໄດ້.
ລາຍລະອຽດ: