NUOL Programs

ສາຂາ ຊີວະວິທະຍາ

thumb
ສາຂາ ຊີວະວິທະຍາ
ຫຼັກສູດ:
ສາຂາ ຊີວະວິທະຍາ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະວິທະຍາສາດທຳມະຊາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້:

  • ນໍາໃຊ້ຄວາມຮູ້ທາງດ້ານທິດສະດີ ແລະ ຫຼັກການດ້ານຊີວະວິທະຍາ
  • ສໍາຫຼວດ ແລະ ຈັດຈໍາແນກສິ່ງທີ່ມີຊີວິດຕາມຫຼັກການທາງວິທະຍາສາດ
  • ວິເຄາະບັນຫາຂະບວນການຕ່າງໆຂອງສິ່ງທີ່ມີຊີວິດ  

ດ້ານການນຳໃຊ້:

  • ປະເມີນຄວາມຫຼາກຫຼາຍຂອງສິ່ງມີຊີວິດ ແລະ ສິ່ງແວດລ້ອມ
  • ກວດກາຕິດຕາມການປ່ຽນແປງຂອງສິ່ງມີຊີວິດ ແລະ ສິ່ງແວດລ້ອມ
  • ຈັດລະບຽບຄຸນຄ່າ ແລະ ຄວາມສໍາຄັນຂອງສິ່ງທີ່ມີຊີວິດ
  • ວາງແຜນ, ຈັດສັນຄຸ້ມຄອງຊີວະນາໆພັນ ແລະ ສິ່ງແວດລ້ອມ

   ດ້ານທັກສະ:

  • ດໍາເນີນວຽກງານເປັນໝູ່ຄະນະຢ່າງມີປະສິດທິພາບ
  • ແກ້ໄຂບັນຫາສະເພາະໜ້າ

   ດ້ານທັກສະທາງສັງຄົມ:

  • ປະຕິບັດວຽກງານໃຫ້ມີຄຸນສົມບັດ, ສິນທໍາ, ຈັນຍາບັນ ແລະ ນັບຖືວັດທະນະທໍາອັນດີງາມຂອງຊາດລາວ

ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສຳເລັດການສຶກສາ

          ຮຽນຈົບຫຼັກສູດປະລິນຍາຕີສາຂາຊີວະວິທະຍາສາມາດປະກອບອາຊີບໄດ້ດັ່ງນີ້:

  1. ດ້ານວິຊາການ ແລະ ການວິໄຈເຊັ່ນ: ຄູ-ອາຈານ, ນັກວິຊາການ, ນັກວິໄຈ ແລະ ອື່ນໆ.
  2. ອາຊີບພະນັກງານລັດ ໃນສະຖາບັນການສຶກສາລະດັບຕ່າງໆ, ການພັດທະນາຊຸມຊົນ ແລະ ການອະນຸລັກທາງດ້ານຊັບພະຍາກອນທຳມະຊາດ.
  3. ເປັນນັກວິຊາການໃຫ້ກັບອົງກອນ ຫຼື ອົງການອະນຸລັກສາກົນເຊັ່ນ: IUCN, FFW, WCS, MRC, IRD, GIZ ແລະ ອື່ນໆ.
  4. ປະກອບອາຊີບທາງດ້ານການກະເສດ.
  5. ສາມາດເປັນນັກປະເມີນທາງດ້ານສິ່ງແວດລ້ອມ.
ຈຸດປະສົງຂອງຫຼັກສູດ:
  • ເພື່ອສ້າງນັກວິຊາການໃຫ້ມີຄວາມຮູ້ ຄວາມສາມາດເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ.
  • ເພື່ອໃຫ້ຜູ້ຮຽນມີຄວາມສາມາດ, ມີທັກສະ, ຄວາມຊຳນິຊຳນານ, ມີຫົວຄິດປະດິດສ້າງ ແລະ ສາມາດນຳໃຊ້ເຂົ້າໃນການປະກອບອາຊີບຢ່າງມີປະສິດທິຜົນ.
  • ເພື່ອໃຫ້ຜູ້ຮຽນສາມາດສືບຕໍ່ສຶກສາໃນລະດັບສູງຂຶ້ນ.
  • ໃຫ້ຜູ້ຮຽນຮູ້ ທີ່ຮຽນຈົບຈາກສາຂາວິຊານີ້ ມີຄຸນສົມບັດດີ, ມີແນວຄວາມຄິດຮັກຊາດ ຮັກສັງຄົມ ເຊິ່ງລວມເອົາຄວາມຮັກທຳມະຊາດ ທັງສິ່ງມີຊີວິດ ແລະ ສິ່ງທີ່ບໍ່ມີຊີວິດ ໂດຍສະເພາະ ແມ່ນຊັບພະຍາກອນຂອງຊາດ ໃຫ້ມີການນຳໃຊ້ຢ່າງມີປະສິດທິຜົນ ແລະ ຍືນຍົງ.
  • ຜົນການຮຽນຮູ້ ແລະ ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສຳເລັດການສຶກສາ
ລາຍລະອຽດ: