NUOL Programs

ສາຂາ ການ​ພັດທະນາ​ເວັ​ບ​ໄຊ

thumb
ສາຂາ ການ​ພັດທະນາ​ເວັ​ບ​ໄຊ
ຫຼັກສູດ:
ສາຂາ ການ​ພັດທະນາ​ເວັ​ບ​ໄຊ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະວິທະຍາສາດທຳມະຊາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້: ສ້າງເວບໄຊດ້ວຍເຄື່ອງມືຕ່າງໆຢ່າງຄ່ອງແຄ້ວ, ເລືອກເຟັ້ນເອົາເຄື່ອງມືຕ່າງໆເຂົ້າມານໍາໃຊ້ໃນການພັດທະນາເວບໄຊຕາມຄວາມເໝາະສົມ, ວິເຄາະບັນຫາ ຫຼື ຄວາມຕ້ອງການຕ່າງໆຂອງສັງຄົມ ເພື່ອນໍາມາພັດທະນາເວບໄຊຢ່າງມີປະສິດທິພາບ, ປະເມີນຄວາມຕ້ອງການໃນການນໍາສະເໜີຂໍ້ມູນຂ່າວສານຜ່ານເວບໄຊ, ວາງແຜນເພື່ອດໍາເນີນການພັດທະນາເວບໄຊຕັ້ງແຕ່ເລີ່ມຕົ້ນຈົນສໍາເລັດໂຄງການ, ປ້ອງກັນການໂຈມຕີຂອງບຸກຄົນ ຫຼື ກຸ່ມຄົນຜູ້ທີ່ບໍ່ຫວັງດີດ້ວຍວິທີການຮັກສາຄວາມປອດໄພຂອງເວບໄຊ, ອອກແບບເວບໄຊໃຫ້ສວຍງາມຕາມຄວາມຕ້ອງການຂອງຜູ້ໃຊ້, ພັດທະນາເວບໄຊເຂົ້າໃນການນໍາສະເໜີຂໍ້ມູນຂ່າວສານຕ່າງໆໃນສັງຄົມ ແລະ ຊ່ວຍແກ້ບັນຫາຕ່າງໆໄດ້ຢ່າງຖືກຕ້ອງ ແລະ ວ່ອງໄວ.

ດ້ານທັກສະ: ທັກສະໃນການຄົ້ນຄິດ, ເລືອກເຟັ້ນເອົາວິທີການ, ຮູບແບບ ຫຼື ຂັ້ນຕອນໃນການສ້າງເວບໄຊ, ທັກສະໃນການແກ້ໄຂຂໍ້ມູນຂ່າວສານຕ່າງໆໃນເວບໄຊໃຫ້ມີຄວາມຖືກຕ້ອງ ແລະ ຕອບສະໜອງຕາມຄວາມຕ້ອງການຂອງຜູ້ຊົມໃຊ້, ທັກສະໃນການສື່ສານໂດຍນໍາໃຊ້ເຄື່ອງເອເລັກໂທຣນິກ ຜ່ານເຄືອຂ່າຍຄອມພິວເຕີລະດັບໂລກ, ທັກສະໃນການເຮັດວຽກເປັນທິມ ເພື່ອວາງແຜນດໍາເນີນການພັດທະນາເວບໄຊຢ່າງເປັນລະບົບ, ທັກສະໃນການຮຽນຮູ້ຕະຫຼອດຊີວິດ ໃຫ້ມີຫົວຄິດປະດິດສ້າງທາງດ້ານນະວັດຕະກໍາໃໝ່ ແລະ ວິເຄາະບັນຫາຕ່າງໆຢ່າງມີຫຼັກການ.

ດ້ານການນໍາໃຊ້: ດໍາເນີນການພັດທະນາເວບໄຊອອກຮັບໃຊ້ສັງຄົມໄດ້ຢ່າງມີປະສິດທິພາບ, ກະກຽມຄວາມພ້ອມ ເພື່ອໃຫ້ມີຄວາມສາມາດໃນການພັດທະນາຕົນເອງ ຫຼື ສາມາດສຶກສາຕໍ່ໃນລະດັບທີ່ສູງຂຶ້ນ, ນໍາໃຊ້ຫຼັກການ, ຂັ້ນຕອນໃນການພັດທະນາເວບໄຊ ເຂົ້າໃນການວິເຄາະບັນຫາ, ອອກແບບເວບໄຊ, ການພັດທະນາເວບໄຊ ຊ່ວຍແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ.

ດ້ານທັກສະທາງສັງຄົມ: ມີຄວາມຊື່ສັດຕໍ່ຕົນເອງ ແລະ ສັງຄົມ, ມີຫົວຄິດປະດິດສ້າງ, ມີພາວະການເປັນຜູ້ນໍາ ແລະ ສາມາດເຮັດວຽກເປັນທິມງານ, ມີແບບແຜນດໍາລົງຊີວິດທີ່ຖືກຕ້ອງ, ມີທັດສະນະການເມືອງຢ່າງໜັກ  ແໜ້ນ, ມີແນວຄິດຮັກຊາດ, ຮັກລະບອບໃໝ່, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ ແລະ ຮູ້ຮັກສາວັດທະນາທໍາອັນດີງາມຂອງຊາດ ແລະ ມີແນວຄິດປົກປັກຮັກສາສິ່ງແວດລ້ອມ.

ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ

ຜູ້ຮຽນຈົບຫຼັກສູດປະລິນຍາຕີສາຂາ ການ​ພັດທະນາ​ເວ​ບ​ໄຊ ແລ້ວຈະສາມາດປະກອບອາຊີບໄດ້ດັ່ງນີ້:

  • ບໍລິສັດທີ່ທີ່ເຮັດວຽກກ່ຽວກັບລະບົບໂທລະຄົມມະນາຄົມ: ລາວໂທລະຄົມມະນາຄົມລັດວິສາຫະກິດໂທລະຄົມລາວທິກໂກ້, Lao-Asia Telecom ແລະ ອື່ນໆ.
  • ທະນາຄານຕ່າງໆທົ່ວປະເທດ.
  • ບໍລິສັດພັດທະນາເວັບໄຊ ແລະ ອື່ນໆ.
  • ຕະຫຼາດຫຸ້ນ.
  • ບໍລິສັດຕ່າງໆທີ່ມີການນໍາໃຊ້ເຄື່ອງເຕັກໂນໂລຊີເຂົ້າມາຊ່ວຍວຽກ
  • ຄູສອນທາງດ້ານຄອມພິວເຕີ, ແຄ່ຄ້ອງໄດ້ບໍາລຸງວິຊາຄູກ່ອນ.
  • ເປີດທຸລະກິດສ່ວນຕົວກ່ຽວກັບຄອມພິວເຕີ.
ຈຸດປະສົງຂອງຫຼັກສູດ:
    • ເພື່ອ​ສ້າງ​ບຸ​ກຄະລາ​ກອນ​ລະ​ດັບປະລິນຍາ​ຕີ ​ສາຂາ​ ການ​ພັດທະນາ​ເວ​ບ​ໄຊ ໃຫ້ມີຄວາມສາ ມາດ​ພັດທະນາເວັບໄຊ ແລະ Hybrid Mobile App​, ນອກຈາກ​ນັ້ນຍັງສ້າງນັກ​ສຶກສາ​ໃຫ້​ມີ​ຄວາມ​ຮູ້ ແລະ ຄວາມ​ສາມາດ​ພຽງພໍ​ທີ່​ຈະ​ນຳ​ໄປ​ປະກອບ​ອາຊີບໃນອົງກອນຕ່າງໆທັງພາກລັດ ແລະ ເອກະຊົນ​​ເຊັ່ນ: ບໍລິສັດໂທລະຄົມມະນາຄົມ, ທະນາຄານ, ບໍລິສັດພັດທະນາເວັບໄຊ ແລະ ອື່ນໆ.
    • ເພື່ອ​ສ້າງນັກສຶກສາໃຫ້ມີຄວາມຮູ້ພື້ນຖານໃນການສຶກສາຕໍ່ໃນລະດັບທີ່ສູງຂຶ້ນໃນສາຂາວິຊາຕ່າງໆທີ່ກ່ຽວ ຂ້ອງ.
    • ເພື່ອ​ສ້າງ​ນັກສຶກສາໃຫ້ມີຈັນຍາບັນໃນການປະກອບອາຊີບ ແລະ ຮູ້ຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວ.
ລາຍລະອຽດ: