NUOL Programs

ສາຂາ ເຕັກໂນໂລຊີສິິ່ງແວດລ້ອມ

thumb
ສາຂາ ເຕັກໂນໂລຊີສິິ່ງແວດລ້ອມ
ຫຼັກສູດ:
ສາຂາ ເຕັກໂນໂລຊີສິິ່ງແວດລ້ອມ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະວິທະຍາສາດສິ່ງແວດລ້ອມ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້

  • PLO1: ສັງລວມທິດສະດີ ແລະ ຫຼັກການດ້ານເຕັກໂນໂລຊີສິິ່ງແວດລ້ອມ ແລະທຽບເທົ່າກັບມາດຕະຖານພາກພື້ນ ແລະ ສາກົນ.
  • PLO2: ສັງລວມຄວາມຮູ້ດ້ານການປະເມີນ, ການວິເຄາະ, ການອອກແບບລະບົບການບໍາບັດມົນລະພິດທາງ ດ້ານສິິ່ງແວດລ້ອມດ້ວຍເຕັກໂນໂລຊີສິິ່ງແວດລ້ອມໄດ້ຢ່າງດີເປັນລະບົບ

ດ້ານການນໍາໃຊ້

PLO3: ປະດິດເຄື່ອງມື ແລະນະວັດຕະກຳດ້ານພະລັງງານທົດແທນ, ພະລັງງານຊີວະພາບ ແລະພະລັງງານຊີວະມວນ 

PLO4: ອອກແບບລະບົບບໍາບັດນໍ້າເປື້ອນ ແລະ ການຈັດການສິິ່ງເສດເຫຼືອໄດ້ຢ່າງເປັນລະບົບ 

PLO5: ປະຍຸກໃຊ້ຄວາມຮູ້ ແລະ ພູມປັນຍາທ້ອງຖິິ່ນ ເຂົ້າໃນການຮັກສາສິິ່ງແວດລ້ອມໄດ້ຢ່າງຢືນຍົງ.  

ດ້ານທັກສະ

PLO6: ໜູນໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳເຂົ້າໃນການຈັດການສິິ່ງແວດລ້ອມ, ຕາມຂັ້ນຕອນ ແລະ ເໝາະສົມກັບການປະຕິບັດຕົວຈິງ. 

PLO7: ຈັດຕັ້ງປະຕິບັດວຽກງານຢ່າງມີຄວາມຮັບຜິດຊອບຕໍ່ສັງຄົມ ເພື່ອປະກອບສ່ວນຕາມທິດສີຂຽວ ແລະ ຍືນຍົງ. 

ດ້ານຄວາມສາມາດທາງສັງຄົມ

PLO8: ສະແດງອອກການມີທັກສະໃນການສື່ສານພາສາອັງກິດ ແລະ ເຮັດວຽກເປັນໝູ່ຄະນະໄດ້ຢ່າງມີ ປະສິດທິພາບ. 

PLO9: ດຳເນີນການໃຫ້ຄໍາແນະນໍາທາງດ້ານເຕັກໂນໂລຊີ ເຂົ້າໃນການປົກປັກຮັກສາສິິ່ງແວດລ້ອມຢ່າງມີຈັນຍາບັນ, ຈັນຍາທໍາ. 

ອາຊີບທີິ່ສາມາດປະກອບໄດ້ພາຍຫລັງສໍາເລັດການສຶກສາ 

1) ອາຊີບດ້ານວິຊາການ ແລະການສຶກສາວິໄຈ ເຊັ່ນ: ນັກວິຊາການ, ນັກວິໄຈ, ນັກປະດິດສິິ່ງປະດິດນະວັດຕະກຳກ່ຽວ ກັບການບໍາບັດນໍ້າເປື້ອນ, ພະລັງງານ ແລະການປ່ຽນແປງພູມິອາກາດ. 

2) ອາຊີບດ້ານເຕັກໂນໂລຊີສິິ່ງແວດລ້ອມ: ສາມາດສ້າງອ່າງບໍາບັດນໍ້າເປື້ອນ, ສ້າງພະລັງງານທົດແທນ ແລະວິທີການຮັບມື ກັບການປ່ຽນແປງພູມອາກາດ. 

3) ອາຊີບພະນັກງານລັດ ໃນສະຖາບັນການສຶກສາລະດັບຕ່າງໆ ວຽກງານຂອງອົງການຂອງລັດ ທີິ່ກ່ຽວຂ້ອງກັບການ ພັດທະນາຊຸມຊົນ, ອົງການການປົກຄອງຂັ້ນຕ່າງໆ ເຊັ່ນ: ອົງການບໍລິຫານບ້ານ, ເມືອງ, ແຂວງ, ນະຄອນຫລວງ  ແລະ ກະຊວງຕ່າງໆຂອງລາວ. 

4) ອາຊີບໃນວົງການທຸລະກິດ ເຊັ່ນ: ອຸດສາຫະກຳ, ການກະສິກຳ, ການຄຸ້ມຄອງນໍ້າໃຊ້ ແລະ ນໍ້າເປື້້ອນ.

ຈຸດປະສົງຂອງຫຼັກສູດ:
  • ມີທັກສະໃນການວິເຄາະ ແລະ ການອອກແບບລະບົບບໍາບັດມົນລະພິດສິິ່ງແວດລ້ອມແກ້ໄຂບັນຫາ ແລະການປະຕິບັດຕົວຈິງຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ສາມາດຮຽນຮູ້ໄດ້ຕະຫຼອດຊີວິດ.
  • ມີຄວາມເປັນເລີດໃນການປະກອບອາຊີບໃນສາຂາວິຊາເຕັກໂນໂລຊີສິິ່ງແວດລ້ອມ, ເຕັກນິກ-ເຕັກໂນໂລຊີ,  ເຕັກໂນໂລຊີການບໍາບັດ, ການປ່ຽນແປງພູມີອາກາດ, ເຕັກໂນໂລຊີພະລັງງານ ແລະຂະແໜງອື່ນໆທີິ່ກ່ຽວຂ້ອງ,  ນໍາໃຊ້ທິດສະດີເຂົ້າໃນການແກ້ໄຂບັນຫາ ແລະ ຜົນກະທົບດ້ານສິິ່ງແວດລ້ອມເຮັດວຽກຮ່ວມກັບພາກລັດ,  ເອກະຊົນ, ອົງການຈັດ ຕັ້ງສາກົນ.
  • ມີຈັນຍາບັນ, ຈັນຍາທໍາ, ມີພາວະຄວາມເປັນຜູ້ນໍາ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີິ່ວຽກງານຂອງ ຕົນລວມທັງສັງຄົມ
ລາຍລະອຽດ: