NUOL Programs

ສາຂາວິຊາ ຄູຄະນິດສາດ

thumb
ສາຂາວິຊາ ຄູຄະນິດສາດ
ຫຼັກສູດ:
ສາຂາວິຊາ ຄູຄະນິດສາດ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະສຶກສາສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:
  • ດ້ານຄວາມຮູ້: ມີຄວາມຮູ້ທາງດ້ານເນື້ອໃນ, ທິດສະດີ ແລະ ຫຼັກການຄະນິດສາດ ມີຄວາມຮູ້ທາງດ້ານການຈັດການຮຽນ-ການສອນຄະນິດສາດ ມີຄວາມຮູ້ທາງດ້ານການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ. ມີຄວາມຮູ້ດ້ານວິທະຍາສາດພື້ນຖານ, ການຮຽນຮູ້ຕະຫຼອດຊີວິດ ແລະ ການບໍລິການວິຊາການໃຫ້ແກ່ສັງຄົມ.
  • ດ້ານທັກສະ: ສາມາດອະທິບາຍເນື້້ອໃນ, ທິດສະດີ, ຫຼັກການຄະນິດສາດ ແລະ ແກ້ບັນຫາທາງຄະນິດສາດຢ່າງເປັນລະບົບ ແລະ ຫຼາກຫຼາຍວິທີ. ສາມາດຈັດການຮຽນ-ການສອນຄະນິດສາດ. ສາມາດເຮັດການຄົ້້ນຄວ້າວິທະຍາສາດ. ສາມາດບໍລິການວິຊາການ, ການວາງແຜນ ແລະ ການແນະນໍາໃຫ້ແກ່ສະຖາບັນການສຶກສາຕ່າງໆ ລວມທັງຂະແໜງການອື່ນໆທີ່ກ່ຽວຂ້ອງ
  • ດ້ານການນຳໄປໃຊ້: ສາມາດແກ້ບັນຫາທາງຄະນິດສາດຢ່າງເປັນລະບົບ ແລະ ຄິດວິເຄາະບັນຫາຢ່າງມີເຫດມີຜົນ. ສາມາດດໍາເນີນຈັດການຮຽນ-ການສອນ, ໃຫ້ການແນະນຳ ແລະ ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນການຮຽນ-ການສອນຄະນິດສາດ. ສາມາດຄົ້້ນຄວ້າວິທະຍາສາດ ແລະ ບໍລິການວິຊາການໃຫ້ແກ່ສັງຄົມ ເຊັ່ນ: ການວາງແຜນ, ໃຫ້ການແນະນໍາການຈັດການຮຽນ-ການສອນໃຫ້ແກ່ສະຖາບັນການສຶກສາຕ່າງໆ ລວມທັງຂະແໜງການອື່ນໆທີ່ກ່ຽວຂ້ອງ ດ້ານທັກສະທາງສັງຄົມ: ສາມາດພົວພັນ-ສື່ສານ, ແລກປ່ຽນຂໍ້ມູນຂ່າວສານ, ຮຽນຮູ້ວັດທະນະທຳພາຍໃນ ແລະ ຕ່າງປະເທດ. ສາມາດເຜີຍແຜ່ຄວາມຮູ້ທາງດ້ານວິຊາການຄະນິດສາດໃຫ້ແກ່ສັງຄົມ.
  • ອາຊີບທີ່ສາມາດປະກອບໄດ້ ອາຊີບດ້ານວິຊາການ ແລະ ການຄົ້ນຄວ້າວິທະຍາສາດ ເຊັ່ນ: ເປັນຄູສອນຄະນິດສາດ, ເປັນບຸກຄະລາກອນທີ່ມີຄຸນນະພາບທາງດ້ານການສຶກສາ ແລະ ເປັນນັກວິຊາການດ້ານຄະນິດສາດ, ຫຼັກສູດ ແລະ ການສອນຄະນິດສາດ ແລະ ນັກຄົ້ນຄວ້າວິທະຍາສາດ. ອາຊີບໃນຂະແໜງການເອກະຊົນ ເຊັ່ນ: ເປັນຄູສອນໂຮງຮຽນເອກະຊົນ, ເປັນນັກວິເຄາະການເງິນໃນບໍລິສັດເງິນທຶນຫຼັກຊັບ ແລະ ທະນາຄານ, ເປັນນັກວາງແຜນການຜະລິດໃນໂຮງງານຕ່າງໆ, ແລະ ວຽກງານດ້ານການປະກັນໄພ. ປະກອບທຸລະກິດສ່ວນຕົວເຊັ່ນ: ຜູ້ປະກອບການທາງດ້ານການສຶກສາ (ໂຮງຮຽນ, ເປີດສູນຄະນິດສາດ, ເປີດບຳລຸງຄະນິດສາດ......)
ຈຸດປະສົງຂອງຫຼັກສູດ:
  1. ສ້າງນັກສຶກສາໃຫ້ເປັນພົນລະເມືອງດີ, ມີນ້ຳໃຈຮັກຊາດ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນໃນອາຊີບ, ອະນຸຮັກ ແລະ ເສີມຂະຫຍາຍວັດທະນະທຳຂອງຊາດ ແລະ ສາກົນ
  2. ສ້າງນັກສຶກສາໃຫ້ມີຄວາມຮູ້ດ້ານຄະນິດສາດ, ທັກສະການສິດສອນ, ການຄົ້້ນຄວ້າວິທະຍາສາດ, ການບໍລິການວິຊາການໃຫ້ແກ່ສັງຄົມຕາມ 3 ລັກສະນະ 5 ຫຼັກມູນຂອງການສຶກສາ.
  3. ສ້າງນັກສຶກສາໃຫ້ມີທັກສະທາງສັງຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ຄະນິດສາດ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ລາຍລະອຽດ: