NUOL Programs

ສາຂາ ບໍລິຫານລັດຖະກິດ

thumb
ສາຂາ ບໍລິຫານລັດຖະກິດ
ຫຼັກສູດ:
ສາຂາ ບໍລິຫານລັດຖະກິດ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະວິທະຍາສາດສັງຄົມ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້:

PLO01: ເຊືອມໂຍງແນວຄິດທິດສະດີ ແລະ ຫຼັກການ ດ້ານການບໍລິຫານລັດຖະກິດທີເປັນວິທະຍາສາດແລະ ສາກົນໄດ້ຢ່າງເປັນລະບົບ.

PLO 02: ຈໍາແນກຮູບແບບ, ຫຼັກການທາງດ້ານບໍລິຫານລັດຖະກິດ ແລະ ວຽກງານສາມອົງການຈັດຕັ່ງມະຫາຊົນ ໃຫ້ສອດຄອງກັບແຜນນະໂຍບາຍຂອງພັກ-ລັດ ທັງພາກລັດ ແລະ ເອກະຊິນ.

ດ້ານທັກສະ:

PLO03: ສະແດງຄວາມຄິດເຫັນແບບມີວິຈາລະນະຍານ ແລະ ສາມາດແກ້ໄຂບັນຫາໃນການບໍລິຫານລັດຖະກິດໄດ້ ທັງໄລຍະສັ້ນ ແລະ ໄລຍະຍາວ.

PLO04: ນໍາໃຊ້ ເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານທີເປັນວິທະຍາສາດເຂົ້າໃນວຽກງານບໍລິຫານລັດຖະກິດ ແລະ ວຽກງານສາມອົງການຈັດຕັ່ງມະຫາຊົນ.

ດ້ານການນໍາໃຊ້:

PLO05: ຈັດຕັ້ງປະຕິບັດທິດສະດີ ແລະ ຫຼັກການທາງດ້ານການບໍລິຫານລັດຖະກິດເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃນລະດັບຊາດ ແລະ ທ້ອງຖິ່ນແບບມີຫົວຄິດປະດິດສ້າງ.

PLO06: ປະຕິບັດວຽກງານດ້ານການບໍລິຫານບຸກຄະລາກອນ, ການບໍລິການສາທາລະນະ, ການບໍລິຫານການພັດທະນາ ແລະ ອື່ນໆໃຫ້ສອດຄ່ອງກັບນະໂຍບາຍ ແລະ ກົດໝາຍຂອງລາວ.

PLO07: ປະເມີນການບໍລິຫານຄວາມສ່ຽງທີອາດຈະເກີດຂຶ້ນລະຫວ່າງການບໍລິຫານລັດຖະກິດທັງລະດັບສູນກາງ ແລະ ຂັນທ້ອງຖືນແບບມືອາຊີບ.

ດ້ານທັກສະສັງຄົມ:

PLO08: ປະຕິບັດໜ້າທີ່ດ້ານການບໍລິຫານລັດຢ່າງມີຈັນຍາບັນ, ມີມະນຸດສໍາພັນທີດີ, ມີນໍ້າໃຈຮັກຊາດ ແລະ ຮັບໃຊ້ປະຊາຊົນ.

ຈຸດປະສົງຂອງຫຼັກສູດ:
  • ມີໂລກະທັດວິທະຍາສາດ, ມີທັດສະນະມະຫາຊິນ, ມີລະບຽບວິໄນ, ຮູ້ຮັກຊາດ, ຮັກປະຊາຊົນ,ອົງການ ແລະ ທ້ອງຖີນຂອງຕົນ;
  • ມີຄວາມຮູ້ດ້ານການບໍລິຫານລັດຖະກິດ, ນະໂຍບາຍສາທາລະນະ ແລະ ສາມາດນໍາເອົາຄວາມຮູ້ສະໄຫນໃຫ່ໄປປັບໃຊ້ໃນການບໍລິຫານລັດຖະກິດ ແລະ ພັດທະນານະໂຍບາຍສາທາລະນະທີສອດຄ່ອງກັບຍຸ້ກສະໄຫມລວມເຖິງຄວາມສາມາດໃນການຄົ້ນຄ້ວາວິທະຍາສາດລະດັບຕົ້ນ;
  • ມີຄວາມສາມາດໄປສຶກສາຕໍ່ດ້ານການບໍລິຫານລັດຖະກິດ ແລະ ນະໂຍບາຍສາທາລະນະໃນລະດັບທີສູງກວາທັງພາຍໃນ ແລະ ຕ່າງປະເທດ.
ລາຍລະອຽດ: