NUOL Programs

ສາຂາ ການຕ່າງປະເທດ

thumb
ສາຂາ ການຕ່າງປະເທດ
ຫຼັກສູດ:
ສາຂາ ການຕ່າງປະເທດ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະນິຕິສາດ-ລັດຖະສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

.

ຈຸດປະສົງຂອງຫຼັກສູດ:

ຫລັກສູດປະລິນຍາຕີສິລະປະສາດສາຂາການຕ່າງປະເທດມີຈຸດປະສົງຫລັກໃນການ
ສ້າງນັກສຶກສາໃຫ້ກາຍເປັນນັກວິຊາການທີ່ມີຄວາມຮູ້ຄວາມເຂົ້າໃຈທາງດ້ານທິດສະດີ, ຫລັກການຂອງ ການຕ່າງປະເທດຢ່າງເລິກເຊີ່ງ,ສ້າງນັກວິຊາການສະເພາະດ້ານໃນອະນາຄົດໃຫ້ມີຄວາມສາມາດນຳໃຊ້ຄວາມສາມາດດັ່ງກ່າວເຂົ້າໃນພາກປະຕິບັດຕົວຈິງແລະ ສາມາດແກ້ບັນຫາຕ່າງໆໃນສັງຄົມໄດ້ເພື່ອເປັນ ການ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດໃຫ້ມີຄວາມສີວິໄລ.


ຈຸດປະສົງຂອງຫລັກສູດປະລິນຍາຕີສິລະປະສາດສາຂາການຕ່າງປະເທດ ຄະນະນິຕິສາດ ແລະລັດຖະສາດ ມຸ້ງເນັ້ນໃນການສ້າງນັກສຶກສາ ໃຫ້ມີຄວາມຮູ້ຄວາມສາມາດດ້ານວິຊາການ, ມີຈັນ ຍາບັນ, ຮັກອາຊີບຂອງຕົນກ່ຽວກັບການພົວພັນກັບຕ່າງປະເທດ ແລະ ການຮ່ວມມືສາກົນ, ການຄົ້ນ ຄວ້າວິທະຍາສາດ, ການເມືອງ,ພິທີການທູດແລະຫລັກການຮ່ວມມືສາກົນ ແລະ ສ້າງໃຫ້ນັກສຶກສາມີ ແນວຄິດ, ຄຸນສົມບັດ, ສິນທຳປະຕິວັດ,ທັດສະນະການເມືອງທີ່ຖືກຕ້ອງ, ມີແນວຄິດຮັກຊາດ, ຮັກລະ ບອບໃຫມ່, ມີຄວາມຈົງຮັກພັກດີຕໍ່ພັກແລະລັດຖະບານ, ມີຄວາມສາມັກຄີບັນດາເຜົ່າ, ຮູ້ຊ່ວຍເຫລືອ ເຊີ່ງກັນແລະກັນ, ຮູ້ຈັກແລະອະນຸລັກຮິດຄອງປະເພນີອັນດີງາມ ຮູ້ເສີມຂະຫຍາຍຄວາມສາມັກຄີສາກົນ ຕາມນະໂຍບາຍທີ່ຖືກຕ້ອງ ແລະ ສະເໝີຕົ້ນສະເໝີປາຍຂອງລັດຖະບານ ,ມີຈັນຍາບັນໜັກແໜ້ນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ. 


    ຫລັດສູດປະລິນຍາຕີສິລະປະສາດສາຂາການຕ່າງປເທດຍັງສ້າງເງື່ອນໄຂໃຫ້ນັກສຶກສາຜູ້ທີ່ສຳ
ເລັດການສຶກສາໃນພາກວິຊານີ້ສາມາດເຮັດວຽກຢູ່ຕາມບັນດາກະຊວງຕ່າງ ໆ ໂດຍສະເພາະແມ່ນວຽກ ງານພົວພັນຮ່ວມມືກັບສາກົນ ເຊັ່ນ: ກະຊວງການຕ່າງປະເທດ ຫລື ພະແນກການຕ່າງປະເທດປະຈຳ ແຕ່ລະແຂວງ, ອົງການຈັດຕັ້ງສາກົນໄດ້ຕື່ມອີກ. ພ້ອມນັ້ນນັກສຶກສາຜູທີ່ສຳເລັດການສຶກສາຕາມຫລັກ ສູດດັ່ງກ່າວສາມາດເຂົ້າສຶກສາຄົ້ນຄວ້າລົງເລິກຂະແຫນງວິຊາແລະສາມາດທີ່ຈະໄປຍົກລະດັບເຫນືອປະ ລິນຍາຕີ ທັງພາຍໃນແລະຕ່າງປະເທດໄດ້. 

ລາຍລະອຽດ: