NUOL Programs

ສາຂາ ກົດໝາຍອາຍາ

thumb
ສາຂາ ກົດໝາຍອາຍາ
ຫຼັກສູດ:
ສາຂາ ກົດໝາຍອາຍາ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະນິຕິສາດ-ລັດຖະສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

.

ຈຸດປະສົງຂອງຫຼັກສູດ:
  • ຫຼັກສູດປະລິນຍາຕີນິຕິສາດສາຂາກົດໝາຍອາຍາມີຈຸດປະສົງຫຼັກໃນການສ້າງນັກສຶກສາໃຫ້ກາຍເປັນນັກວິຊາການທີ່ມີຄວາມຮູ້ຄວາມເຂົ້າໃຈທາງດ້ານທິດສະດີ, ຫຼັກການຂອງກົດໝາຍອາຍາຢ່າງເລິກຊຶ່ງ,ສ້າງນັກວິຊາການສະເພາະດ້ານໃນອະນາຄົດໃຫ້ມີຄວາມສາມາດນຳໃຊ້ກົດໝາຍອາຍາເຂົ້າໃນພາກປະຕິບັດຕົວຈິງ ແລະ ສາມາດແກ້ໄຂບັນຫາດັ່ງກ່າວໃນສັງຄົມທັງນີ້ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາປະເທດຊາດໃຫ້ມີຄວາມສີວິໄລ,ສັງຄົມມີຄວາມສະຫງົບ,ປອດໄພ ແລະ ຍຸຕິທຳ. 
  • ຈຸດປະສົງຫຼັກສູດປະລິນຍາຕີນິຕິສາດສາຂາກົດໝາຍອາຍາ ຄະນະນິຕິສາດ ແລະ ລັດຖະສາດມຸ້ງເນັ້ນໃນການສ້າງນັກສຶກສາໃຫ້ມີຄວາມຮູ້ຄວາມເຂົ້າໃຈຫຼັກການຂອງກົດໝາຍອາຍາ ແລະ ມີຄວາມສາມາດນຳໃຊ້ຫຼັກວິຊາການຂອງກົດໝາຍດັ່ງກ່າວເຂົ້າໃນຊີວິດຕົວຈິງຂອງສັງຄົມໄດ້ເປັນຢ່າງດີ. ນັກສຶກສາທີ່ຈົບຈາກສາຂາກົດໝາຍອາຍາຈຶ່ງຈຳເປັນຕ້ອງມີຄວາມຮູ້ຢ່າງເລິກຊຶ່ງທາງດ້ານວິຊາການ, ມີຈັນຍາບັນຂອງນັກກົດໝາຍຢ່າງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຊື່ສັດສຸດຈະລິດ, ມີນ້ຳໃຈຮັກຊາດອັນສູງສົ່ງ ແລະ ສາມາດເຊື່ອມຍົງກັບພາກພື້ນ ແລະ ສາກົນໄດ້ເປັນຢ່າງດີ.
  • ຫລັກສູດນິຕິສາດສາຂາກົດໝາຍອາຍາຍັງສາມາດສ້າງເງື່ອນໄຂ ແລະ ກຽມຄວາມພ້ອມທາງດ້ານວິຊາການໃຫ້ແກ່ນັກສຶກສາໃຫ້ມີຄວາມສາມາດທີ່ຈະໄປຍົກລະດັບເໜືອປະລິນຍາຕີ ຫຼື ຄົ້ນຄ້ວາວິທະຍາສາດຢູ່ພາຍໃນ ຫຼື ຕ່າງປະເທດ.
ລາຍລະອຽດ: