NUOL Programs

ສາຂາ ເສດຖະສາດການພັດທະນາ ແລະ ວາງແຜນ

thumb
ສາຂາ ເສດຖະສາດການພັດທະນາ ແລະ ວາງແຜນ
ຫຼັກສູດ:
ສາຂາ ເສດຖະສາດການພັດທະນາ ແລະ ວາງແຜນ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:
ຈຸດປະສົງຂອງຫຼັກສູດ:
  • ຮູ້ນຳໃຊ້ທິດສະດີການພັດທະນາ ແລະ ການວາງແຜນແບບປະສົມປະສານກັນ ຢ່າງມີປະສິດທິຜົນ ລະຫວ່າງປັດໄຈຕ່າງໆ ເຊັ່ນ: ປະຊາກອນ, ຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ເຂົ້າໃນການປະຕິບັດຕົວຈິ່ງ, ເປັນຕົ້ນແມ່ນວຽກງານພັດທະນາຊົນນະບົດໃນເຂດຫ່າງໄກສອກຫຼີກ ແລະ ການພັດທະນາຕົວເມືອງ.
  • ສ້າງຄົນໃຫ້ມີຄຸນສົມບັດ ແລະ ຄວາມສາມາດ, ຮູ້ວິທີການວາງແຜນ, ສາມາດປະກອບສ່ວນປະຕິບັດວຽກງານນຳພາກລັດ ແລະ ເອກະຊົນໄດ້.
  • ເພື່ອສ້າງໃຫ້ນັກສຶກສາທີ່ຮຽນໃນຂະແໜງການນີ້, ມີຄວາມຮູ້ດ້ານການວາງແຜນເພື່ອການພັດທະນາ ສາມາດດຳເນີນວຽກງານຢູ່ທັງພາຍໃນ ແລະ ຕ່າງປະເທດໄດ້, ສາມາດຮ່ວມມື ແລະ ຮ່ວມງານກັບອົງການຈັດຕັ້ງສາກົນຕ່າງໆໄດ້.
  • ເພື່ອກໍ່ສ້າງນັກວິຊາການໃຫ້ມີຄວາມຮູ້ກວ້າງຂວາງ. ໝາຍຄວາມວ່ານອກຈາກປູພື້ນຄວາມຮູ້ທົ່ວໄປ ແລະ ວິທະຍາສາດພື້ນຖານຢ່າງແໜ້ນໜາແລ້ວ, ຍັງເນັ້ນໃສ່ການສະໜອງຄວາມຮູ້ຫຼັກຂອງວິຊາການພັດທະນາ ແລະ ການວາງແຜນແນ່ໃສ່ໃຫ້ຜູ້ຮຽນຈົບມີຄວາມສາມາດພຽງພໍເພື່ອປັບຕົວເຂົ້າກັບຫຼາຍສະພາວະການຕົວຈິງຂອງບ້ານເຮົາ ເຊັ່ນ: ໂຄງການພັດທະນາຊົນນະບົດ ແລະ ຕົວເມືອງພ້ອມນັ້ນຍັງມີຄວາມສາມາດລົງເລິກໃນຂະແໜງການ, ກິດຈະການເສດຖະກິດ, ທຸລະກິດທີ່ກຳລັງພົ້ນເດັ່ນຢູ່ໃນປະເທດເຮົາ. 
  • ເພື່ອພັດທະນາຄວາມສາມາດຂອງນັກສຶກສາໃນການໃຊ້ເຫດຜົນ,  ພັດທະນາຄວາມຮູ້ຄວາມເຂົ້າໃຈໃນທິດສະດີ ແລະ ທາງດ້ານການພັດທະນາ ແລະ ການວາງແຜນເທັກໂນໂລຢີ ແລະ ສິ່ງແວດລ້ອມທີ່ມີຕໍ່ການພົວພັນໃນຂະບວນການຂອງການພັດທະນາ.
ລາຍລະອຽດ: