Select your language

ໃນວັນທີ 26 ມັງກອນ 2023 ນີ້, ພະນັກງານ, ຄູ-ອາຈານ ແລະນັກສຶກສາພາກວິຊາປະຫວັດສາດ ແລະບູຮານວິທະຍາ, ຄະນະວິທະຍາສາດສັງຄົມ(ຄສຄ) ມະຫາວິທະຍາໄລແຫ່ງຊາດ(ມຊ) ລົງສໍາຫຼວດພື້ນທີ່ ຫາຮ່ອງຮອຍວັດຖຸບູຮານຢູ່ທີ່ ເຫຼົ່າປ່າໂກ ເມືອງປາກງຶ່ມ ນະຄອນຫລວງວຽງຈັນ, ນໍາພາໂດຍ ທ່ານ Hideyoshi KAWASHIMA  ຊ່ຽວຊານຢີ່ປຸ່ນປະຈຳອົງການໄຈກາ, ມີທ່ານ ອຈ. ພອນ ແສງດາລາ ຫົວໜ້າພາກວິຊາປະຫວັດສາດ ແລະບູຮານວິທະຍາ, ມີຕາງໜ້າຈາກພະແນກຖະແຫ່ງຂ່າວ ວັດທະນະທໍາ ແລະທ່ອງທ່ຽວເມືອງປາກງຶ່ມ, ຕາງໜ້າຄະນະບ້ານ ບ້ານໂພນຂາມ ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ແລະນັກສຶກສາຈາກພາກວິຊາປະຫວັດສາດ ແລະບູຮານວິທະຍາ ຂອງຄະນະດັ່ງກ່າວເຂົ້າຮ່ວມ.

          ການລົງພື້ນທີ່ຂຸດຄົ້ນຮ່ອງຮອຍວັດຖຸບູຮານຢູ່ເຂດ ເຫຼົ່າປາໂກ ແມ່ນໄດ້ເລີ່ມຂຸດຄົ້ນມາແຕ່ປີ 2019, 2020, 2022 ແລະມາຮອດປັດຈຸບັນນີ້ ແມ່ນເປັນປີທີ 4 ທີ່ໄດ້ນໍາພານັກສຶກສາລົງພື້ນທີ່ສໍາຫຼວດ ເພື່ອກຽມຂຸດຄົ້ນໃນປີຕໍ່ໄປ. ການຂຸດຄົ້ນໃນປີຜ່ານມາ ສິ່ງທີ່ຂຸດຄົ້ນພົບ ໃນສະຖານທີ່ ເຫຼົ່າປ່າໂກ ສ່ວນຫຼາຍເປັນຊິ້ນສ່ວນເຄື່ອງປັ້ນ-ດິນເຜົາ, ເຄື່ອງມືສໍາລັບການປັ້ນ-ຫຼໍ່ເຊັ່ນ: ຫຼີນເຫຼັກ, ຖ່ານໄຟ, ດິນດຸ(ດິນທີ່ໃຊ້ຜະລິດເຄື່ອງປັ້ນດິນເຜົາ), ເສດເຄື່ອງມືເຫຼັກ ແລະເຄື່ອງປະດັບເຊັ່ນ: ລູກປັດ, ປອກແຂນທີ່ເປັນຫີນ ແລະອື່ນໆ. ເຊິ່ງຮ່ອງຮອຍ ວັດຖຸບູຮານທີ່ໄດ້ຄົ້ນພົບແມ່ນບໍ່ມີຮ່ອງຮອຍຕົວໜັງສືບັນທຶກ, ຄາດວ່າ ເປັນຂອງຄົນຢູ່ໃນສະຕະວັດທີ 5-6 ແລະມີອາຍຸໄດ້ພັນກວ່າປີມາແລ້ວ.

          ສໍາລັບການລົງພື້ນທີ່ສໍາຫຼວດໃນຄັ້ງນີ້ແມ່ນເພື່ອເປັນການເຝິກທັກສະໃຫ້ນັກສຶກສາໄດ້ລົງມືປະຕິບັດຕົວຈິງໃນການສໍາຫຼວດຫາພື້ນທີ່ໃນການຂຸດຄົ້ນວັດຖຸບູຮານ ເຊິ່ງການສໍາຫຼວດແມ່ນໄດ້ແບ່ງອອກເປັນ 3 ໜ້າວຽກຄື ວຽກສໍາຫຼວດພື້ນທີ່ທາງໜ້າດິນ, ວຽກບິນໂດນສໍາຫຼວດທາງອາກາດ ແລະວຽກຕັ້ງກ້ອງວັດແທກເພື່ອວັດລະດັບການຕັ້ງຈຸດຂຸດຄົ້ນ. ເຊິ່ງໄດ້ແແບ່ງອອກເປັນ 3 ທີມຄື ທີມທີ 1 ນໍາພາໂດຍ ອຈ. ສີສຸພົນ ສິງປະເສີດ ຮອງຫົວໜ້າພາກວິຊາປະຫວັດສາດ ແລະບູຮານວິທະຍາ, ທີມທີ 2 ນໍາພາໂດຍ ອຈ. ສຸວັນນະຫົງ ລັດຕະນະພິມ ຫົວໜ້າໜ່ວຍພາກວິຊາເຝິກປະຕິບັດພາກສະໜາມພາກວິຊາປະຫວັດສາດ ແລະບູຮານວິທະຍາ ແລະທີມທີ 3 ນໍາພາໂດຍ ອຈ. ວັນນະເສີນ ໃຈຍາວາດ ຫົວໜ້າໜ່ວຍງານພາກວິຊາ ພາກສະໜາມພາກວິຊາປະຫວັດສາດ ແລະບູຮານວິທະຍາ ເພື່ອນໍາພານັກສຶກສາຜັດປ່ຽນກັນລົງມືປະຕິບັດວຽກງານຕົວຈິງຕາມແຜນວຽກງານທີ່ໄດ້ກໍານົດໄວ້.

           ທ່ານ ອຈ. ພອນ ແສງດາລາ ເປັນໜຶ່ງໃນທີມງານ ໄດ້ໃຫ້ສໍາພາດແກ່ທິມງານຂ່າວ ມຊ ວ່າ: ກ່ອນການລົງພື້ມທີ່ຕົວຈິງໃນຄັ້ງນີ້ ແມ່ນໄດ້ຈັດເຝິກອົບຮົມການນໍາໃຊ້ອຸປະກອນກ່ຽວກັບການລົງພື້ນທີ່ ແລະໄດ້ມີການວາງແຜນລະອຽດເພື່ອລົງພື້ນທີ່ຕົວຈິງໃຫ້ນັກສຶກສາເຂົ້າໃຈ ເຊິ່ງພິທີໄດ້ຈັດຂຶ້ນໃນວັນທີ 25 ມັງກອນ 2023 ຜ່ານມາ. ສໍຳລັບການລົງສໍາຫຼວດພື້ນທີ່ຄັ້ງນີ້, ມີນັກສຶກສາ ປີ 4 ຈາກພາກວິຊາ ປະຫວັດສາດ ແລະບູຮານວິທະຍາ ຄະນະວິທະຍາສາດສັງຄົມເຂົ້້າຮ່ວມ ຈໍານວນ 28 ຄົນ, ຍິງ 22 ຄົນ; ທັງນີ້ ກໍເພື່ອໃຫ້ເຂົ້າເຈົ້າໄດ້ນໍາໃຊ້ຄວາມຮູ້ ຈາກການຮຽນພາກທິດສະດີໃນວິຊາທີ່ກ່ຽວຂ້ອງເຂົ້າສູ່ການປະຕິບັດຕົວຈິງເພາະຈະເປັນການເຝິກທັກສະໃຫ້ເຂົາເຈົ້າໄດ້ມີຄວາມຮູ້-ຄວາມເຂົ້າໃຈໃນການສໍາຫຼວດພື້ນທີ່ຕົວຈິງໄດ້ຢ່າງຖືກຕ້ອງ ແລະສາມາດນໍາເອົາປະສົບການລົງຕົວຈິງໄປນໍາໃຊ້ເຂົ້າໃນການສຶກສາຮໍ່າຮຽນໃຫ້ເລິກເຊິ່ງ-ກວ້າງຂວາງ ແລະໃຫ້ປະໂຫຍດແກ່ສັງຄົມໃນອະນາຄົດ

ພາບບັນຍາກາດ