Select your language

ໃນວັນທີ 17 ມີນາ 2023 ຜ່ານມານີ້, ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວມະຫາວິທະຍາໄລແຫ່ງຊາດ (ຄຊປປລ ມຊ) ຮ່ວມກັບ ສະຖາບັນເລືອດແຫ່ງຊາດ, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະກະຊວງສຶກສາທິການ ແລະກີລາ ຈັດຂະ​ບວນການ​ຊາວ​ໜຸ່ມອາສາ​ສະໝັກຕະລຸມບອນ​ບໍລິຈາກ​ເລືອດ ພາຍ​ໃຕ້​ຫົວ​ຂໍ້ “68 ປີ​ມີ​ໄຊ ຊາວ​ໜຸ່ມ​ລາວຮ່ວມໃຈຕະລຸມບອນບໍລິຈາກເລືອດ”  ທີ່ສະໂມສອນໃຫຍ່ ມຊ, ໂດຍການເຂົ້າຮ່ວມຂອງທ່ານ ມອນ​ໄຊ ລາວ​ມົ່ວຊົງ ກໍາມະການ​ສໍາຮອງ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ, ​ເລຂາ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ ປະຊາຊົນ​ ປະຕິວັດ​ລາວ, ທ່ານ ສຈ.ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ແລະທ່ານ ສິນທະວອນ ດາລາວົງ ຄະນະພັກ ມຊ ຜູ້ຊີ້ນຳອົງການຈັດຕັ້ງຊາວໜຸ່ມ ມຊ, ມີບັນດາມວນຊົນ, ພະນັກງານ, ຄູ-ອຈານ ແລະນັກສຶກສາທົ່ວ ມຊ ເຂົ້າຮ່ວມ.

ຈຸດປະສົງຂອງ​ຂະ​ບວນການ​ຄັ້ງ​ນີ້ ເພື່ອ​ຂໍ່ານັບຮັບຕ້ອນ ແລະສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ແລະວັນສ້າງຕັ້ງຊາວ​ໜຸ່ມ ປະຊາຊົນ ປະຕິວັດ​ລາວ ຄົບຮອບ 68 ປີ ​ແລະເພື່ອເປັນການສຶກສາອົບຮົມຄົນຮຸ່ນໜຸ່ມໃຫ້ຮູ້ມູນເຊື້ອແຫ່ງຄວາມສາມັກຄີ, ນໍ້າໃຈອາດຫານ ແລະ ຄວາມເສຍສະຫລະ ດ້ວຍຈິດໃຈຂານອາສາສະໝັກ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ ແລະ ກຽມພ້ອມຮັບໃຊ້ປະເທດຊາດ; ການບໍລິຈາກເລືອດຄັ້ງນີ້ຍັງເປັນການແກ້ໄຂການຂາດແຄນເລືອດ ແລະ ຕອບສະໜອງເລືອດໃຫ້ພຽງພໍເພື່ອນໍາໃຊ້ເຂົ້າໃນການປິ່ນປົວຄົນເຈັບ ທີ່ນອນຢູ່ຕາມໂຮງໜໍແຫ່ງຕ່າງໆໃນຂອບເຂດທົ່ວປະເທດ, ການບໍລິຈາກເລືອດຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 600 ກວ່າຄົນ ໄດ້ເລືອດທັງໝົດ 495 ຖົງ ສາມາດນໍາໄປຊ່ວຍຄົນໄດ້ຫລາຍກວ່າ 1,485 ຄົນ.