Select your language

ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ບໍລິສັດຊໍາຊຸງອີເລັກໂທຣນິກ ສ. ເກົາຫຼີ ເປີດ “ສູນນະວັດຕະກຳ” ຫຼື “Samsung Innovation Campus” ທີ່ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ(ມຊ) ແຫ່ງທຳອິດ, ໂດຍແມ່ນໜຶ່ງໃນໂຄງການເພື່ອສັງຄົມທີ່ ໄດ້ຈັດຂຶ້ນທົ່ວໂລກທັງໃນອາເມລິກາ, ເອີຣົບ ແລະອາຊີ, ລວມເຖິງ ສປປ ລາວ ເພື່ອເສີມຂະຫຍາຍຄວາມຮູ້ກ່ຽວກັບນະວັດຕະກໍາເຕັກໂນໂລຊີໃຫ້ຊາວໜຸ່ມລາວ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ທ່ານ Yung Soo Jung ເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫຼີ ປະຈໍາ ສປປ ລາວ, ທ່ານ ສຈ.ປອ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ, ລົງນາມໃນບົດບັນທຶກຂໍ້ຕົກລົງ ລິເລີ່ມໂຄງການ ຝ່າຍ ມຊ ແມ່ນທ່ານ ຮສ.ປອ ແຫຼມທອງ ລັດດາວົງ ຄະນະບໍດີ ຄະນະວິທະຍາສາດທໍາມະຊາດ ແລະ ຝ່າຍ ບໍລິສັດຊໍາຊຸງ ອີເລັກໂຕຣນິກ ແມ່ນ ທ່ານ Seunghee Park ປະ

ທານ ດ້ານການພົວພັນອົງກອນ ຂອງ ຊຳຊຸງ ອີເລັກໂທຣນິກສ໌, ມີບັນດາ ທ່ານຫົວໜ້າຫ້ອງການ, ບັນດາພະນັກງານທີ່ກ່ຽວຂ້ອງຂອງສອງຝ່າຍ ແລະຕາງໜ້ານັກສຶກສາ ຄະນະວິທະຍາສາດທໍາມະຊາດເຂົ້າຮ່ວມ.

       ທ່ານ Seunghee Park ປະທານ ດ້ານການພົວພັນອົງກອນ ຂອງ ຊຳຊຸງ ອີເລັກໂທຣນິກສ໌,ໄດ້ກ່າວວ່າ: ໃນປີ 2023 ນີ້, ພວກເຮົາກໍາລັງເປີດຕົວໂຄງການ “ສູນນະວັດຕະກຳຊໍາຊຸງ” ຫຼື ”Samsung Innovation Campus” ແຫ່ງທໍາອິດ ຢູ່ ສປປ ລາວ ທີ່ ມຊ. ໂດຍມີຈຸດປະສົງເພື່ອກຽມຄວາມພ້ອມໃຫ້ນັກຮຽນໃນຂອບເຂດທົ່ວປະເທດ ໃຫ້ທັກສະທີ່ສາມາດນຳໃຊ້ໄດ້ຕົວຈິງ ແລະມີຄວາມເຂົ້າໃຈກ່ຽວກັບເຕັກໂນໂລຊີໃໝ່ ທີ່ຈະຊ່ວຍສົ່ງເສີມອະນາຄົດຂອງພວກເຂົາ. ພວກເຮົາມີການຮ່ວມມືກັບ ຄະນະວິທະຍາສາດທໍາມະຊາດ ມຊ ເພື່ອສ້າງສູນດັ່ງກ່າວນີ້ຂຶ້ນ, ພ້ອມດ້ວຍພື້ນຖານໂຄງລ່າງ, ເຄື່ອງມື, ເຟີນິເຈີ, ການດຳເນີນການ, ລວມໄປເຖິງການພັດທະນາຫຼັກສູດສໍາລັບນັກສຶກສາ ເພື່ອໃຫ້ແນ່ໃຈວ່າ ໂຄງການນີ້ຈະສາມາດເສີມສ້າງຄວາມຮູ້ ແລະຄວາມເຂົ້າໃຈທາງດ້ານດິຈິຕອນ ຂອງຊາວໜຸ່ມລາວ, ສົ່ງເສີມຄົນຮຸ່ນຕໍ່ໆໄປເພື່ອການພັດທະນາຂອງ ສປປ ລາວ. ພິທີເຊັນບົດບັນທຶກຂໍ້ຕົກລົງ ລະຫວ່າງຄະນະວິທະຍາສາດທຳມະຊາດ ມຊ ແລະ ບໍລິສັດຊໍາຊຸງ ອີເລັກໂທຣນິກ ມື້ນີ້ ແມ່ນເປັນຂີດໝາຍໃນການລິເລີ່ມໂຄງການດັ່ງກ່າວຢ່າງເປັນທາງການ.

       ທ່ານ Yung Soo Jung ເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫຼີ ປະຈໍາ ສປປ ລາວ, ໄດ້ເນັ້ນໜັກເຖິງ ສາຍພົວພັນ ລະຫວ່າງ ສ.ເກົາຫຼີ ແລະ ສປປ ລາວ ແມ່ນນັບມື້ນັບມີຄວາມເຂັ້ມແຂງໃນທຸກໆຂະແໜງການ. "ຂ້າພະເຈົ້າ ມີຄວາມຕື່ນເຕັ້ນ ແລະ ຍິນດີຫຼາຍຕໍ່ກັບງານໃນຄັ້ງນີ້. ປະເທດລາວ, ຖືປະເທດທີ່ມີປະຊາກອນໜຸ່ມທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ແລະ ເຕັມໄປດ້ວຍທ່າແຮງດ້ານນະວັດຕະກຳ. ດັ່ງນັ້ນ, ພວກເຮົາສາມາດເວົ້າໄດ້ວ່າ ມີຄວາມເປັນໄປໄດ້ສຳລັບແນວຄວາມຄິດແບບໃໝ່ໆ. ໃນປະເທດລາວ, Samsung ກໍາລັງວາງແຜນທີ່ຈະສະໜອງຫຼັກສູດກ່ຽວກັບການຂຽນລະຫັດ ແລະ ການຂຽນໂປຼແກຼມໃຫ້ແກ່ນັກສຶກສາ 30 ຄົນຂອງ ມຊ ໃນປີ 2023 ນີ້. ໂດຍການຖ່າຍທອດຄວາມຮູ້ ແລະ ປະສົບການກ່ຽວກັບ ITC, ຊໍາຊຸງ ມຸ່ງຫວັງທີ່ຈະເປັນສ່ວນໜຶ່ງທີ່ສຳຄັນໃນການສ້າງຜູ້ຊ່ຽວຊານດ້ານໄອທີ ຂອງລາວ. ຂ້າພະ​ເຈົ້າ​ຫວັງ​ວ່າໃນ​ອະນາຄົດ​ອັນ​ໃກ້​ນີ້, ຜູ້​ຊ່ຽວຊານ​ໄວໜຸ່ມນ້ອຍ ​ຂອງ ສ.​ເກົາຫຼີ ​ແລະ ສປປ ລາວ, ຈະ​ສາມັກຄີກັນນຳເອົາ​ການ​ປ່ຽນ​ແປງໃນທາງທີ່ດີມາສູ່​ປະ​ຊາ​ຊົນ​ລາວ.”

        ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ໄດ້ ສະແດງຄວາມຮູ້ບຸນຄຸນ ແລະ ຄວາມຍິນດີ ໃນການເປີດໂຄງການລະດັບຊາດ ເປັນຄັ້ງທໍາອິດ. ທ່ານ ກ່າວວ່າ: ການສ້າງສູນດັ່ງກ່າວຖືເປັນການລິເລີ່ມ ແລະ ບາດກ້າວທີ່ສໍາຄັນໃນການຖ່າຍທອດຄວາມຮູ້ຂັ້ນສູງຈາກປະສົບການຂອງຊໍາຊຸງໃຫ້ແກ່ນັກຮຽນ-ນັກສຶກສາລາວເຮົາ, ເພື່ອໃຫ້ພວກເຂົາສາມາດເຂົ້າເຖິງຄວາມຮູ້ ການນຳໃຊ້ຕົວຈິງ ແລະ ນຳໄປພັດທະນາ ອາຊີບຂອງພວກເຂົາໃນອະນາຄົດ.