Select your language

ກະຊວງສຶກສາທິການ ແລະ ກີລາ(ສສກ) ຮ່ວມກັບມະຫາວິທະຍາໄລແຫ່ງຊາດ(ມຊ) ຈັດພິທີປະກາດການແຕ່ງຕັ້ງທ່ານ ຮສ.ປອ. ເດຊານຸລາດ ແສນດວງເດດ ເປັນຮອງອະທິການບໍດີ ມຊ. ຄົນໃໝ່ ຢ່າງເປັນທາງການ, ພິທີດັ່ງກ່າວໄດ້ຈັດຂຶ້ນ ໃນຕອນເຊົ້າວັນທີ 22 ມີນາ 2023, ທີ່ ສະໂມສອນຊັ້ນ II ມຊ. ໂດຍໃຫ້ກຽດເຂົ້າຮ່ວມ ແລະມອບດໍາລັດວ່າດ້ວຍການແຕ່ງຕັ້ງ ຮອງອະທິການບໍດີ ມຊ. ຈາກພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ຂອງ ທ່ານ ຮສ. ປອ. ພຸດ ສິມມາລາວົງ ກໍາມະການສູນກາງພັກ, ເລຂາພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ມີບັນດາຮອງລັດຖະມົນຕີ ສສກ, ຄະນະອະທິການບໍດີ, ຫົວໜ້າ-ຮອງຫົວໜ້າກົມ, ຄະນະບໍດີ-ຮອງຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອໍານວຍການສະຖາບັນ, ສູນ, ໂຮງຮຽນ, ໂຮງໝໍ, ຫໍສະໜຸດກາງ, ຫົວໜ້າພາກວິຊາ ແລະພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

          ໃນໂອກາດສໍາຄັນນີ້, ທ່ານ ນາງ ວຽງແກ້ວ ພົມມະວົງ ຄະນະປະຈຳພັກ, ຫົວໜ້າກົມຈັດຕັ້ງ ແລະພະນັກງານ ສສກ ຂຶ້ນຜ່ານດຳລັດ ວ່າດ້ວຍການແຕ່ງຕັ້ງຮອງອະທິການບໍດີ ມຊ ຄົນໃໝ່ ອີງຕາມກົດໝາຍ ລັດຖະບານແຫ່ງ ສປປ ລາວ ສະບັບເລກທີ 03/ສພຊ ລົງວັນທີ 16 ພະຈິກ 2021, ອີງຕາມການຕົກລົງໃນກອງປະຊຸມ ຄະນະເລຂາທິການສູນກາງພັກ ຄັ້ງວັນທີ 22  ກຸມພາ 2023; ນາຍົກລັດຖະມົນຕີ ຈຶ່ງອອກດໍາລັດ ມາດຕາ 1 ແຕ່ງຕັ້ງທ່ານ ເດຊານຸລາດ ແສນດວງເດດ ເປັນຮອງອະທິການບໍດີ ມຊ, ມາດຕາ 2 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຄະນະຈັດຕັ້ງສູນກາງພັກ, ບັນດາກະຊວງ, ອົງການຂັ້ນສູນກາງ ແລະອົງການຈັດຕັ້ງຂັ້ນທ້ອງຖິ່ນ ພ້ອມດ້ວຍທ່ານທີ່ໄດ້ຮັບໂອກາດແຕ່ງຕັ້ງ ຈົ່ງຮັບຮູ້ ແລະ ປະຕິບັດຕາມດຳລັດສະບັບນີ້ ເປັນຢ່າງດີ, ມາດຕາ 3 ດຳລັດສະບັບນີ້ ມີຜົນສັກສິດ ນັບແຕ່ມື້ນີ້ ເປັນຕົ້ນໄປ.

ໂອກາດດຽວກັນ, ທ່ານ ຮສ. ປອ. ພຸດ ສິມມາລາວົງ ກໍໄດ້ມີຄໍາເຫັນຊີ້ທິດເຢືອງທາງຕໍ່ ທ່ານຮອງອະທິການບໍດີ ມຊ ຄົນໃໝ່ ໃນການຈັດຕັ້ງປະຕິບັດພາລະບົດບາດໃໝ່ ໃຫ້ແທດເໝາະກັບກົງຈັກການຈັດຕັ້ງ ມຊ ໃຫ້ມີບົດບາດທີ່ພົ້ນເດັ່ນ ແນໃສ່ຍົກສູງຄຸນະພາບການສຶກສາ ໃຫ້ມີປະສິດຕິພາບ, ທ່ານກ່າວບາງຕອນວ່າ: ມຊ ເປັນມະຫາວິທະຍາໄລທີ່ພັກ ແລະລັດຖະບານເອົາໃຈໃສ່ເປັນພິເສດ ຖືວ່າບ່ອນນີ້ເປັນບ່ອນສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບຂັ້ນສູງເພື່ອສະໜອງໃຫ້ແກ່ການພັດທະນາປະເທດຊາດ; ສະນັ້ນ ເພື່ອເຮັດໃຫ້ມະຫາວິທະຍາໄລ ໄດ້ມີຜົນສໍາເລັດຕາມຈຸດປະສົງທີ່ພັກ ແລະລັດວາງໄວ້ນັ້ນ ແມ່ນເປັນຄວາມຮັບຜິດຊອບຂອງບັນດາຄູອາຈານທົ່ວ ມຊ. ເວົ້າລວມ ກໍແມ່ນບັນດາຄະນະພັກ-ຄະນະນໍາຂອງ ມຊ ທັງຊຸດເກົ່າ ແລະ ຊຸດໃໝ່ ທີ່ໄດ້ຮັບພາລະໜ້າທີ່ໃນການສ້າງສາ ແລະພັດທະນາ  ແລະມາເຖິງປັດຈຸບັນ ຄະນະນໍາບາງທ່ານໄດ້ຮັບບໍານານ ຈຶ່ງໄດ້ສ້າງຜູ້ສືບທອດປ່ຽນແທນຈຶ່ງໄດ້ແຕ່ງຕັ້ງຄະນະນໍາຊຸດໃໝ່ເຊິ່ງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ  ແມ່ນໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກຄະນະນໍາ ແລະຄູ-ອາຈານທົ່ວ ມຊ. ຈຶ່ງໄດ້ຮັບການຄັດເລືອກມາເປັນຄະນະນໍາຊຸດໃໝ່ ແລະຫວັງວ່າຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ຈະໄດ້ສືບຕໍ່ພັດທະນາ ມຊ. ຮ່ວມກັບຄະນະຊຸດເກົ່າໄດ້ເປັນຢ່າງດີ. ຂະນະດຽວກັນທ່ານຍັງໄດ້ຮຽກຮ້ອງມາຍັງຄະນະນໍາຊຸດປັດຈຸບັນ ແລະຜູ້ທີ່ໄດ້ຖືກແຕ່ງຕັ້ງໃໝ່ຈົ່ງເອົາໃຈໃສ່ສືບຕໍ່ສ້າງວຽກງານ ຮັບປະກັນຄຸນນະພາບການສຶກສາ, ການພັດທະນາບຸກຄະລາກອນ ໃຫ້ຫັນໄປສູ່ການຄົ້ນຄວ້າ ແລະການສ້າງນະວັດຕະກໍາ ໂດຍສະເພາະການແກ້ໄຂບັນກາຂອງສັງຄົມ ແລະພ້ອມກັນນັ້ນ ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາພະນັກງານທົ່ວ ມຊ. ຈົ່ງໃຫ້ການຮ່ວມແຮງຮ່ວມໃຈ ພ້ອມກັນສືບຕໍ່ພັດທະນາ ມຊ. ໂດຍສະເພາະແມ່ນພັດທະນາທາງດ້ານວິຊາການ, ຄວາມຮູ້-ຄວາມສາມາດ, ທັກສະ ແລະດ້ານແນວຄິດການເມືອງໃຫ້ເລິກເຊິ່ງຕື່ມອີກ.

ພາບບັນຍາກາດ