Select your language

ກະຊວງສຶກສາທິການ ແລະ ກິລາ(ສສກ) ຮ່ວມກັບມະຫາວິທະຍາໄລແຫ່ງຊາດ(ມຊ) ຈັດພິທີເຜີຍແຜ່ວັນສຳຄັນຕ່າງໆຂອງຊາດ ໂດຍສະເພາະວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ແລະວັນນັກຮົບເກົ່າເສຍອົງຄະ ແລະເສຍສະຫຼະຊີວິດເພື່ອປະເທດຊາດ (21 ມີນາ 1946 ຫາ 21 ມີນາ 2023) ຄົບຮອບ 77 ປີ ໃຫ້ມີຄວາມໝາຍຢ່າງເລີກເຊິ່ງ. ພິທີດັ່ງກ່າວໄດ້ຈັດຂຶ້ນ ໃນວັນທີ 22 ມີນາ 2023 ນີ້, ທີ່ ສະໂມສອນຊັ້ນ II ມຊ. ໂດຍໃຫ້ກຽດປາຖະກະຖາຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ກໍາມະການສູນກາງພັກ, ເລຂາພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ເຂົ້າຮ່ວມມີບັນດາຮອງລັດຖະມົນຕີ ສສກ, ຄະນະອະທິການບໍດີ, ຫົວໜ້າ-ຮອງຫົວໜ້າກົມ, ຄະນະບໍດີ-ຮອງຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອໍານວຍການສະຖາບັນ, ສູນ, ໂຮງຮຽນ, ໂຮງໝໍ, ຫໍສະໜຸດກາງ, ຫົວໜ້າພາກວິຊາ ແລະພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຮສ. ປອ. ພຸດ ສິມມາລາວົງ ກໍໄດ້ເຜີຍແຜ່ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ແລະເອກະສານປາຖະກະຖາວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະເສຍສະຫຼະຊີວິດເພື່ອປະເທດຊາດ ກໍຄື ວັນທີ 21 ມີນາ ແມ່ນວັນໜຶ່ງທີ່ສໍາຄັນໃນປະຫວັດສາດຂອງຊາດລາວເຮົາ; ເປັນວັນທີ່ພວກຈັກກະພັດລ່າເມືອງຂຶ້ນໄດ້ສ້າງໂສກນາດຕະກຳໃຫ້ແກ່ປະຊາຊົນລາວ ເມືອງທ່າແຂກ ແລະພະນັກງານນັກຮົບຂອງພວກເຮົາ. ຍ້ອນແນວນັ້ນ, ໃນໄລຍະຜ່ານມາພວກເຮົາຈິ່ງພ້ອມກັນລະນຶກວັນທີ 21 ມີນາ 1946 ເປັນວັນແຫ່ງຄວາມຄຽດແຄ້ນສັດຕູຜູ້ຮຸກຮານ ແລະວັນທີ 30 ກໍລະກົດ 2008, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ອອກດຳລັດເລກທີ 136/ນຍ ວ່າດ້ວຍການກຳນົດເອົາວັນດັ່ງກ່າວ ເປັນວັນນັກຮົບເສຍອົງຄະ ແລະເສຍສະຫຼະຊີວິດເພື່ອປະເທດຊາດ, ວັນທີ 4 ມີນາ 2014 ຫ້ອງວ່າການສູນກາງພັກໄດ້ອອກແຈ້ງການເລກທີ 94/ຫສພ, ກ່ຽວກັບການຈັດຕັ້ງລະນຶກວັນນັກຮົບເສຍອົງຄະ ແລະເສຍສະຫຼະຊີວິດເພື່ອປະເທດຊາດ. ດັ່ງນັ້ນ, ນັບແຕ່ປີ 2014 ເປັນຕົ້ນມາພວກເຮົາໄດ້ພ້ອມກັນລະນຶກ ແລະສະເຫຼີມ-ສະຫຼອງວັນທີ 21 ມີນາ ໃນຖານະ ວັນນັກຮົບເສຍອົງຄະ ແລະເສຍສະຫລະຊີວິດເພື່ອປະເທດຊາດ.

ຈາກນັ້ນ, ທ່ານລັດຖະມົນຕີ ສສກ ກໍຍັງໄດ້ເລົ່າມູນເຊື້ອຂອງພັກນໍາພາຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າຕ້ານພວກລ່າເມືອງຂຶ້ນຝຣັ່ງ, ຂະບວນການຕໍ່ສູ້ຢ່າງພິລະອາດຫານຂອງທະຫານ ແລະ ປະຊາຊົນເມືອງທ່າແຂກ ແລະຄວາມໝາຍຄວາມສຳຄັນຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ ຍ້ອນກັບໄປປີ 1946, ພວກລ່າເມືອງຂຶ້ນຝຣັ່ງໄດ້ກັບຄືນມາຮຸກຮານລາວອີກຄັ້ງໃໝ່. ເພື່ອສະກັດກັ້ນ, ຕ້ານຢັນການບຸກລຸກຄັ້ງໃໝ່ຂອງສັດຕູ, ທະຫານ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ສົມທົບກັບກອງກຳລັງປະກອບອາວຸດຂອງຄົນຫວຽດນາມຢູ່ລາວ ໄດ້ດຳເນີນການຕໍ່ສູ້ຢ່າງອົງອາດກ້າແກ່ນ, ຕີຕ້ານການບຸກລຸກບຽດຍຶດຂອງສັດຕູ ຢູ່ບັນດາຕົວເມືອງຕ່າງໆໃຫ້ປະລາໄຊ ເດັ່ນກ່າວໝູ່ແມ່ນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ເຊິ່ງເປັນຈຸດຍຸດທະສາດສຳຄັນຂອງການປະຕິວັດໃນເວລານັ້ນ.

ເພື່ອກະກຽມໃຫ້ແກ່ການຕໍ່ສູ້ຕ້ານກັບກຳລັງທະຫານຂອງ ພວກລ່າເມືອງຂຶ້ນຝຣັ່ງ ແລະພວກປະຕິການຂາຍຊາດທີ່ຈະຢຶດເອົາຕົວເມືອງທ່າແຂກ, ໃນຕົ້ນເດືອນ 2 ປີ 1946 ໜ່ວຍພັກ ປະຈຳເມືອງທ່າແຂກ ໄດ້ເປີດກອງປະຊຸມ ແລະ ໄດ້ອອກມະຕິທີ່ມີເນື້ອ ໃນສຳຄັນຕອນໜຶ່ງວ່າ: “ຕ້ອງເພີ່ມທະວີຄວາມສາມັກຄີລະ ຫວ່າງ 2 ກຳລັງປະກອບອາວຸດ ຂອງລາວ ແລະຊາວຫວຽດນາມຕ່າງດ້າວ ເພື່ອກະກຽມ ໃຫ້ແກ່ການຕໍ່ສູ້ປ້ອງກັນຕົວເມືອງທ່າແຂກ, ປົກປັກຮັກສາຊັບສົມບັດຂອງປະຊາຊົນ ແລະເປັນການທົດສອບໃນ ແປວໄຟເພື່ອສ້າງກຳລັງໃຫ້ ເຕີບໃຫຍ່ຂະຫຍາຍຕົວ”.

ປະຕິບັດຕາມມະຕິດັ່ງກ່າວ ຄະນະບັນຊາການທະຫານ ແລະຄະນະຮັກສາຕົວເມືອງ ທ່າແຂກໂດຍແມ່ນປະທານ ສຸພານຸວົງ ເປັນຜູ້ບັນຊາການ ສູງສຸດໄດ້ຮຽກໂຮມປະຊຸມ ເພື່ອຜ່ານແຜນການສູ້ຮົບປ້ອງກັນຕົວເມືອງຢ່າງລະອຽດ. ຄະນະບັນຊາການໄດ້ ມອບໜ້າທີ່ໃຫ້ 2 ສະຫາຍຄື: ສະຫາຍ ສິງກະໂປ ສີໂຄດຈຸນລະມະນີ ແລະສະຫາຍ ຫງວຽນແຈງ, ຮອງຫົວໜ້າຄະນະບັນຊາການຮັບຜິດຊອບ ເຂດຕາເວັນອອກສ່ຽງເໜືອ ແລະທິດຕາເວັນຕົກສ່ຽງໃຕ້ ຂອງເມືອງທ່າແຂກ, ກຳລັງທະຫານພວກເຮົາລວມມີ 800 ກວ່າຄົນໄດ້ຈັດຕັ້ງເປັນ 4 ກອງຮ້ອຍ (ລາວ 2 ກອງຮ້ອຍ ຊາວຫວຽດນາມຕ່າງດ້າວ 2 ກອງຮ້ອຍ) ປະກອບອາວຸດ ແລະມີຫນ້າທີ່ຮ່ວມກັບໜ່ວຍ ປ້ອງກັນຕົວກຽມພ້ອມຕໍ່ສູ້ກັບ ພວກສັດຕູໃນທຸກທິດ.

ເພື່ອເພີ່ມທະວີຄວາມສາມັກຄີໃນການຕໍ່ສູ້, ກອງບັນຊາການໄດ້ປຸກລະດົມທະຫານ ແລະປະຊາຊົນລາວທີ່ຮັກ ຊາດ-ຊາວຫວຽດນາມຕ່າງດ້າວກໍ່ສ້າງປ້ອມໝັ້ນ ແລະຂຸດຂຸມຄອງສູ້ຮົບ 3 ຊັ້ນອ້ອມຕົວເມືອງ. ພ້ອມກັນນັ້ນ, ກໍໄດ້ອອກແຮງປຸກລະດົມປະຊາຊົນດ້ວຍຄຳຂວັນທີ່ວ່າ: “ ທຸກສິ່ງທຸກຢ່າງເພື່ອກູ້ຊາດ ”, ຊຶ່ງໄດ້ເຮັດໃຫ້ປະຊາຊົນລາວ ແລະ ຊາວຫວຽດນາມຕ່າງດ້າວໄດ້ປະກອບເງິນ, ຄຳ ຢ່າງຫຼວງຫຼາຍເພື່ອປ່ຽນເອົາອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ສອຍຕ່າງໆປະກອບໃຫ້ ກຳລັງປະກອບອາວຸດ, ສ່ວນສະມາຄົມແມ່ຍິງກໍໄດ້ຮັບຜິດຊອບແຕ່ງກິນ ໃຫ້ບັນດາກົມກອງໃນເວລາຝຶກແອບ ແລະເຮັດໜ້າທີ່ໃນທຸກດ້ານ.

ໃນວັນທີ 21 ມີນາ 1946 ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ໄດ້ເປີດສາກຂຶ້ນແຕ່ເວລາ 6 ໂມງເຊົ້າ ແລະ ແກ່ຍາວຈົນ ຮອດ 17 ໂມງແລງ ທະຫານຂອງສັດຕູຈຶ່ງເຄື່ອນເຂົ້າຕົວເມືອງທ່າແຂກ. ພາຍຫຼັງກອງກຳລັງຂອງ ພວກລ່າເມືອງຂຶ້ນຝຣັ່ງ ແລະລູກແຫຼ້ງຕີນມືຂອງພວກເຂົາໄດ້ເຂົ້າຢຶດເອົາເມືອງທ່າແຂກໄດ້ແລ້ວ, ພວກເຂົາໄດ້ ເຂັ່ນຂ້າປະຊາຊົນລາວ ແລະຊາວຫວຽດນາມຕ່າງດ້າວຜູ້ບໍລິສຸດ ດ້ວຍທິວີທີ່ໂຫດຫ້ຽມ, ເພື່ອເປັນການປາບປາມ ແລະກວາດລ້າງໃຫ້ໝົດຂະບວນຕໍ່ສູ້ກູ້ຊາດຂອງປະຊາຊົນລາວທີ່ພວມເຕີບໃຫຍ່ຂຶ້ນ ໃນເວລານັ້ນ, ພວກເຂົາໄດ້ໃຊ້ປືນຍິງກວາດໃສ່ຝູງຊົນຄົນທົ່ວໄປ ໂດຍບໍ່ເລືອກໜ້າ ແລ້ວໂຍນລົງນ້ຳຂອງເຮັດໃຫ້ ນ້ຳຂອງຍາມນັ້ນເຕັມໄປດ້ວຍເລືອດ ແລະຊາກສົບ, ປະຊາຊົນຜູ້ບໍລິສຸດລວມທັງແມ່ຍິງ ແລະເດັກນ້ອຍຈຳນວນ 3.000 ຄົນ ຖືກຂ້າຕາຍ, ເຮືອນຊານບ້ານຊ່ອງ ແລະພື້ນຖານໂຄງລ່າງຖືກທຳລາຍ ເປັນຈຳນວນຫຼວງຫຼາຍ, ຄອບຄົວຜົວ, ເມຍ, ພໍ່, ແມ່, ລູກຖືກຜັດພາກຈາກກັນ, ລູກ ເປັນກຳພ້າ-ກຳພອຍ. ການກະທຳທີ່ໄຮ້ມະນຸດສະທຳ ແລະໂຫດຮ້າຍປ່າເຖື່ອນດັ່ງກ່າວໃນວັນທີ 21 ມີນາ 1946 ໄດ້ຖືກເລົ່າຂານຕໍ່ໆ ກັນມາໂດຍບໍ່ມີວັນຈະຖືກຫຼົງລືມນັ້ນ ໄດ້ກາຍເປັນ “ ຄວາມຄຽດແຄ້ນ” ຂອງປະຊາຊົນລາວຜູ້ຮັກເຊື້ອແພງຊາດ.

ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແມ່ນໜຶ່ງໃນບັ້ນຮົບຕໍ່ສູ້ທີ່ສຳຄັນທີ່ສຸດຢູ່ປະເທດເຮົາ, ມັນບໍ່ພຽງແຕ່ເປັນ “ ວັນຄຽດແຄ້ນ ” ຂອງປະຊາຊົນລາວຕໍ່ພວກລ່າເມືອງຂຶ້ນຜູ້ຮຸກຮານທໍ່ນັ້ນ, ແຕ່ຫາກຍັງ ເປັນວັນສາມັກຄີຕໍ່ສູ້ທີ່ອາດ ຫານຊານໄຊ, ເດັດຂາດບໍ່ຍອມຈຳນົນຂອງກອງທັບ ລາວອິດສະຫຼະສົມທົບກັບ ກອງກຳລັງທະຫານຫວຽດນາມ ແລະ ປະຊາຊົນເມືອງທ່າແຂກ ພາຍໃຕ້ການບັນຊາປີຊາສາມາດ ແລະພິລະອາດຫານຂອງຄະນະກອງບັນຊາການກຳລັງປະກອບອາວຸດ ພວກເຮົາ ໂດຍແມ່ນປະທານ ສຸພານຸວົງ ເປັນຜູ້ນຳໜ້າ. ເຫດການວັນທີ 21 ມີນາ ໄດ້ຝັງເລິກໃນຄວາມຊົງຈຳຂອງປະຊາຊົນລາວທີ່ຮັກຊາດ ແລະຖືກຈາລຶກໄວ້ຢູ່ໃນປະຫວັດສາດຂອງຊາດລາວເຮົາໄປ ຊົ່ວກາລະນານ.

ບັ້ນຮົບ 21 ມີນາ ປີ 1946 ຢູ່ເມືອງທ່າແຂກ ເຖິງບໍ່ໄດ້ຮັບໄຊຊະນະກໍ່ຕາມ ແຕ່ມັນກໍສະແດງເຖິງຄວາມສາມັກຄີອັນ ຍ່ິງໃຫຍ່ຂອງປະຊາຊົນລາວ ບັນດາເຜົ່າທີ່ອົງອາດກ້າຫານ ສູ້ຮົບເພື່ອປົກປັກຮັກສາເອກະລາດແຫ່ງຊາດ ທີ່ຫາກໍໄດ້ຮັບ ມາໃໝ່ໆໃນວັນທີ 12 ຕຸລາ 1945, ສະແດງເຖິງເຈດຕະນາລົມ ແລະຄວາມມຸ່ງມາດ ປາຖະຫນາຂອງປວງຊົນລາວ ທັງຊາດທີ່ຢາກມີອິດສະຫຼະພາບ, ມີອະທິປະໄຕ ແລະຢາກເປັນເຈົ້າຂອງປະເທດຊາດ, ຫຼຸດພົ້ນອອກຈາກແອກຄອບຄອງຂອງພວກລ່າເມືອງຂຶ້ນໃນວັນທີ 21 ມີນາ ເປັນວັນແຫ່ງການປຸກລະດົມນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູ ຂອງປະຊາຊົນລາວບັນດາເຜົ່າທີ່ພ້ອມກັນລຸກຂຶ້ນຕໍ່ສູ້ ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນ ພາຍໃຕ້ການ ນຳພາ-ບັນຊາການຂອງປະທານ ສຸພານຸວົງ ຊຶ່ງເປັນຜູ້ທີ່ມີຄວາມເກ່ັງກ້າສາມາດ ແລະມີໄຫວພິບໃນການຊີ້ນຳ ແລະ ສູ້ຮົບບັ້ນຮົບທ່າແຂກ ໄດ້ພິສູດໃຫ້ເຫັນວ່າ ປະທານ ສຸພານຸວົງ ບໍ່ພຽງແຕ່ເປັນເຊື້ອເຈົ້າ, ເປັນນັກຮຽນຮູ້ ແລະນັກວິສະວະກອນທີ່ໂດດເດັ່ນເທົ່ານັ້ນ ແຕ່ຍັງເປັນນັກຮົບປະຕິວັດທີ່ກ້າແກ່ນ, ເປັນຜູ້ບັນຊາການທະຫານທີ່ມີຄວາມຊຳນານໃນການວາງແຜນການ ແລະຈັດຕັ້ງສູ້ຮົບ, ທັງເປັນຜູ້ທີ່ກ້າຫານເສຍສະຫຼະເພື່ີອປະເທດຊາດ.

ນ້ຳໃຈວັນທີ 21 ມີນາ ແຫ່ງ ບັ້ນຮົບເມືອງທ່າແຂກໄດ້ຮັບການເສີມຂະຫຍາຍຂຶ້ນສູ່ກະແສສູງໃນຊຸມປີຕໍ່ໆມາແຫ່ງ ການຕໍ່ສູ້ຂອງປະຊາຊົນລາວ ບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະກາຍເປັນຂະ ບວນການຕໍ່ສູ້ອັນເດັດຂາດມີໄຊ, ໄດ້ສ້າງວິລະກຳອັນລໍ້າເລີດແຫ່ງການຕໍ່ສູ້ປົດປ່ອຍ ປະເທດຊາດຢ່າງສົມບູນ ແລະ ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນໃນວັນທີ 2 ທັນວາ 1975 ເມື່ອຫວນຄືນປະຫວັດສາດຂອງວັນຄຽດແຄ້ນ 21 ມີນາ ສະມາຊິກພັກ-ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າພວກເຮົາຍິ່ງມີຄວາມຈົດຈຳລ້ຳລຶຶກ ແລະມີຄວາມກະຕັນຍູຮູ້ບຸນຄຸນ ຄຸນງາມຄວາມດີຂອງນັກຮົບປະຕິວັດຜູ້ເສຍສະຫຼະເພື່ີອເອກະລາດຂອງຊາດໃນໄລຍະແຫ່ງການຕໍ່ສູ້ ກູ້ຊາດເວົ້າລວມ ເວົ້າສະເພາະແມ່ນຜູ້ເສຍສະຫຼະໃນບັ້ນຮົບ ປ້ອງກັນຕົວເມືອງທ່າແຂກ.

ພາບບັນຍາກາດ