Select your language

     ໃນລະຫວ່າງວັນທີ 22-24 ມີນາ 2023 ຜ່ານມານີ້, ຄະນະສະຖາປັດຕະຍະກຳສາດ(ຄສປ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດງານຕະຫຼາດນັດສົ່ງເສີມການສ້າງຜະລິດຕະພັນຂອງນັກສຶກສາໃຫ້ກາຍເປັນສິນຄ້າ ພາຍໃຕ້ຫົວຂໍ້: “ບັນທຶກຄວາມຊົງຈຳດີໆ ດ້ວຍການຍ່າງເພີນທີ່ເດີນ ຄສປ” ໂດຍການຮ່ວມເປີດງານ ຂອງທ່ານ ສິນທະວອນ ດາລາວົງ ຄະນະບໍດີ ຄະນະສະຖາປັດ ຕະຍະກຳສາດ ມຊ, ມີບັນດາແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

       ການຈັດງານດັ່ງກ່າວນີ້, ແມ່ນເພື່ອເປັນການແລກປ່ຽນ ແລະສົົ່ງເສີມຄວາມຄິດສ້າງສັນທາງດ້ານການອອກແບບຂອງນັກສຶກສາ, ເພື່ອສ້າງຄວາມສາມັກຄີອັນດີງາມລະຫວ່າງນັກສຶກສາ, ເພື່ອສົົ່ງເສີມສິລະປະດ້ານການອອກແບບໃນທຸກໆສາຊາ ຂອງຄະນະສະຖາປັດຕະຍະກາສາດ, ເພື່ອສົົ່ງເສີມພັດທະນາການຮຽນ-ການສອນ ຄຽງຄູ່ໄປພ້ອມກັບກິດຈະກໍາ. ເຊິ່ງມີຮ້ານຄ້ານັກສຶກສາເຂົ້າຮ່ວມທັງໝົດ 20 ກວ່າຮ້ານ; ມິກິດຈະກຳແຂ່ງຂັນການອອກແບບຜະລິດຕະພັນຈາກຢາງຕີນລົດ ແລະການເດີນແບບຂອງນັກສຶກສາດ້ວຍການນຸ່ງຊຸດເສື້ອຜ້າລາຍລາວ.

ພາບບັນຍາກາດ